ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ

16:30 | 03/02/2022

ຍສໝ - ເປັນຄັ້ງທໍາອິດທີ່ສູນສໍາເນົາເອກະສານ​ແຫ່ງ​ຊາດ I ຈັດຕັ້ງການເຄື່ອນໄຫວ ທີ່ໜ້າສົນໃຈຫຼາຍຢ່າງຂອງຕະຫຼາດລະດູບານໃໝ່ໄດ້ຈັດຕັ້ງຄຽງຄູ່ກັບງານວາງ ສະແດງເອກະສານ, ຮູບພາບ 100 ຢ່າງທີ່ເປັນເອກະລັກສະເພາະ ກ່ຽວກັບບຸນປີໃໝ່ ປະຈໍາຊາດຫວຽດນາມ.

ຊຸດສະສົມທີ່ເປັນເອກະລັກຂອງປີ 2022 ຊຸດສະສົມທີ່ເປັນເອກະລັກຂອງປີ 2022 "ລຸງເສືອ" ເພື່ອ ສະເຫຼີມສະຫຼອງບຸນປີໃໝ່ປະຈໍາຊາດປີຂານ
ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນລະດູບານໃໝ່ປີ 2022 ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນລະດູບານໃໝ່ປີ 2022

ວັນ​ທີ 14 ມັງກອນ, ຢູ່​ຮ່າ​ໂນ້ຍ, ສູນສໍາເນົາເອກະສານ​ແຫ່ງ​ຊາດ I - ກົມ​ບັນທຶກ​ເອກະສານ ​ໄດ້​ເປີດ​ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ເພື່ອວາດພາບບັນຍາກາດ ບຸນປີໃໝ່ປະຈໍາຊາດຫວຽດນາມຜ່ານເອກະສານຕ່າງໆ.

ບຸນປີໃໝ່ປະຈໍາຊາດສ້າງຂີດໝາຍສົ່ງທ່າຍປີເກົ່າຕ້ອນຮັບປີໃໝ່ຕາມຈັນທະປະຕິທິນ ດ້ວຍຫຼາຍຮີດຄອງປະເພນີ, ສາສະໜາທີ່ເຕັມໄປດ້ວຍແບບວິທີ, ຈິດໃຈຊາດ. ການລະຫຼິ້ນບຸນເຕັດໄດ້ກາຍເປັນວັດທະນະທໍາສະເພາະພິເສດ ຂອງປະຊາຊົນຫວຽດນາມ.

​ຄະນະຈັດຕັ້ງງານວາງສະແດງແບ່ງ​ອອກ​ເປັນ 3 ຫົວຂໍ້, ​ລວມ​ມີ: ຕະຫຼາດ​ລະດູ​ບານໃໝ່, ອວຍພອນປີໃໝ່ ​ແລະ ​ລະຫຼິ້ນລະດູບານໃໝ່.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ. ພາບ: dangcongsan.vn

ງານ​ວາງສະ​ແດງພ້ອມກັບບັນດາເຫດການຈະວາດພາບບັນຍາກາດບຸນເຕັດດັ້ງ ເດີມ. ເຖິງ​ວ່າ​ໃນປະຈຸບັນ, ຮີດຄອງ​ປະ​ເພນີ​ໃນ​ຍາມ​ບຸນ​ເຕັດ​ໄດ້​ປ່ຽນ​ແປງ​ໄປ​ຫຼາຍ​ຢ່າງ, ​ແຕ່​ບຸນ​ປີໃໝ່ປະຈໍາຊາດ​ຍັງ​ຄົງ​ຮັກສາ​ຈິດ​ວິນ​ຍານ​ ​ແລະ ຍັງ​ຄົງ​ແມ່ນ​ວັນ​ບຸນ​ທີ່​ສຳຄັນ ​ແລະ ​ອົບ​ອຸ່ນ​ທີ່​ສຸດ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທຸກໆລະດູບານໃໝ່, ບຸນເຕັດວຽນມາ, ແມ່ນຈຸດເວລາທີ່ມູນເຊື້ອໄດ້ຮັບການປຸກລຸກ ເພື່ອເຊີດຊູ ແລະ ອະນຸລັກຮັກສາຄວາມງາມຂອງບຸນເຕັດຫວຽດນາມ ໄວ້ໃຫ້ຄົນລຸ້ນຫຼັງ.

ບັນດາ​ການ​ເຄື່ອນ​ໄຫວຕອບສະໜອງ, ສະຫຼັບກັບການວາດພາບບຸນເຕັດດັ້ງເດີມ ຊ່ວຍໃຫ້ຜູ້ຊົມມີໂອກາດໄດ້ສຳຜັດ ແລະ ລະນຶກເຖິງວັນບຸນເຕັດທີ່ເຕັມ ໄປດ້ວຍເອກະລັກຂອງຊາດ.

ຄະນະ​ຈັດ​ຕັ້ງ​ປາດຖະໜາວ່າ ປະຊາຊົນຈະ​ຊອກ​ຮູ້​ໄດ້ຄວາມ​ງາມ​ຂອງ​ບຸນເຕັດດັ້ງເດີມ​, ພ້ອມກັນນັ້ນ ກໍສະໜອງ​ແຫຼ່ງຂໍ້​ມູນ​ປະຫວັດສາດ​ທີ່​ໜ້າ​ເຊື່ອ​ຖື​ຮັບໃຊ້​ການ​ຄົ້ນຄວ້າ, ອະນຸລັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຫວຽດນາມ.

ງານ​ວາງສະ​ແດງ​ຄັ້ງ​ນີ້​ຈະ​ດຳ​ເນີນ​ ​ແຕ່​ວັນ​ທີ 14 ມັງກອນ ​ຫາ​ ວັນ​ທີ 15 ມີນາ​ນີ້ ຢູ່​ສູນສໍາເນົາເອກະສານແຫ່ງຊາດ I.

ບູນມີ

ເຫດການ
302 Found

Found

The document has moved here.