ງານວາງສະແດງ “ບຸນເຕັດດັ້ງເດີມ” ວາງສະແດງເອກະສານ ແລະຮູບພາບທີ່ເປັນເອກະລັກສະເພາະກ່ວາ 100 ແຜ່ນກ່ຽວກັບບຸນປີໃໝ່ປະຈໍາຊາດ
ຍສໝ - ເອກະສານ, ຮູບພາບ 100 ຢ່າງທີ່ເປັນເອກະລັກສະເພາະກ່ຽວກັບບຸນປີໃໝ່ ປະຈໍາຊາດຫວຽດນາມຜ່ານບັນດາເອກະສານ, ການເຄື່ອນໄຫວທີ່ໜ້າສົນໃຈ ຫຼາຍຢ່າງຂອງຕະຫຼາດລະດູບານໃໝ່ ໂດຍສູນສໍາເນົາເອກະສານແຫ່ງຊາດ I ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ແຕ່ວັນທີ 14 ມັງກອນ.
 |
ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ສູນສໍາເນົາເອກະສານແຫ່ງຊາດ I - ກົມບັນທຶກເອກະສານ ແລະສໍາເນົາເອກະສານແຫ່ງລັດ ໄດ້ເປີດງານວາງສະແດງ “ບຸນເຕັດດັ້ງເດີມ” ເພື່ອວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມຜ່ານ ເອກະສານຕ່າງໆ. ພາບ: vov.vn |
 |
ທ່ານ ດັ້ງແທງຕຸ່ງ, ຫົວໜ້າກົມບັນທຶກເອກະສານ ແລະສໍາເນົາເອກະສານແຫ່ງລັດ ໄດ້ກ່າວຄຳປາໄສເປີດງານວາງສະແດງ. ພາບ: vov.vn |
 |
ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫງວຽນຢຸຍທັງ ແລະ ທ່ານ ດັ້ງແທງຕຸ່ງ, ຫົວໜ້າກົມບັນທຶກເອກະສານ ແລະສໍາເນົາເອກະສານແຫ່ງລັດ ພ້ອມດ້ວຍບັນດາຜູ້ແທນໄດ້ຕັດແຖບຜ້າໄຂງານວາງສະແດງ. ພາບ: vov.vn |
 |
ງານວາງສະແດງໄດ້ວາງສະແດງເອກະສານ, ຮູບພາບທີ່ເປັນເອກະລັກສະເພາະ 100 ຢ່າງກ່ຽວກັບບຸນປີໃໝ່ປະຈໍາຊາດ, ພາບ: vov.vn |
 |
ຄຽງຂ້າງນັ້ນ, ກໍມີຫຼາຍກິດຈະກໍາການຕອບສະໜອງທີ່ຫນ້າສົນໃຈຂອງ ຕະຫຼາດລະດູບານໃໝ່ທີ່ ໄດ້ຈັດຂຶ້ນຄຽງຄູ່ກັນ. ພາບ: vov.vn |
 |
ງານວາງສະແດງດັ່ງກ່າວໄດ້ແບ່ງອອກເປັນ 3 ຮ້ານວາງສະແດງ, ໃນນັ້ນມີ "ຕະຫຼາດລະດູບານໃໝ່", "ອວຍພອນປີໃໝ່" ແລະ "ລະຫຼິ້ນລະດູບານໃໝ່". ພາບ: vov.vn |
 |
ໃນນັ້ນ, “ຕະຫຼາດນັດລະດູບານໃໝ່” ຊ່ວຍໃຫ້ປະຊາຊົນຄົ້ນພົບຕະຫຼາດຍາມ ບຸນເຕັດ. ພາບ: vov.vn |
 |
ຮ້ານວາງສະແດງ "ອວຍພອນປີໃໝ່" ໄດ້ສຸມໃສ່ການແນະນໍາພິທີກໍາ, ຮີດຄອງປະເພນີ ໃນໂອກາດຂອງບຸນປີໃຫມ່ປະຈໍາຊາດ. ພາບ: vov.vn |
 |
ໃນນັ້ນມີ ບຸນເຕັດເຈົ້າເຕົາໄຟ ໃນວັນທີ 23 ເດືອນ 12 ຕາມຈັນທະປະຕິທິນ... ພາບ: vov.vn |
 |
ສ່ວນຮ້ານວາງສະແດງ "ການລະຫຼິ້ນລະດູບານໃໝ່" ແມ່ນເອກະສານ ແລະ ຮູບພາບຂອງປະຊາຊົນລະຫຼີ້ນລະດູບານໃໝ່ ແຕ່ວັນທີ 2 ບຸນເຕັດຮອດທ້າຍເດືອນຈຽງ, ເດືອນຍີ່. ພາບ: vov.vn |
 |
ງານວາງສະແດງພ້ອມກັບບັນດາເຫດການຈະວາດພາບບັນຍາກາດບຸນ ເຕັດດັ້ງເດີມ. ພາບ: vov.vn |
 |
ເຖິງວ່າໃນປະຈຸບັນ, ຮີດຄອງປະເພນີໃນຍາມບຸນເຕັດໄດ້ປ່ຽນແປງໄປຫຼາຍຢ່າງ, ແຕ່ບຸນປີໃໝ່ປະຈໍາຊາດຍັງຄົງຮັກສາຈິດວິນຍານຂອງຕົນ ແລະຍັງຄົງແມ່ນວັນບຸນທີ່ສຳຄັນ ແລະອົບອຸ່ນທີ່ສຸດຂອງທົ່ວປວງຊົນທັງຊາດ. ພາບ: vov.vn |
 |
ທຸກໆລະດູບານໃໝ່, ບຸນເຕັດວຽນມາ, ແມ່ນຈຸດເວລາທີ່ມູນເຊື້ອໄດ້ຮັບການ ປຸກລຸກ ເພື່ອເຊີດຊູ ແລະອະນຸລັກຮັກສາຄວາມງາມຂອງບຸນເຕັດຫວຽດນາມ ໄວ້ໃຫ້ຄົນລຸ້ນຫຼັງ. ພາບ: vov.vn |
 |
ບັນດາການເຄື່ອນໄຫວຕອບສະໜອງ, ວາດພາບບຸນເຕັດດັ້ງເດີມ ສະຫຼັບກັນໃນແຕ່ລະເນື້ອໃນຂອງງານວາງສະແດງ. ພາບ: vov.vn |
 |
ກິດຈະກຳນີ້ເຮັດໃຫ້ຜູ້ຊົມມີໂອກາດໄດ້ສຳຜັດ ແລະ ລະນຶກເຖິງວັນບຸນເຕັດທີ່ເຕັມ ໄປດ້ວຍເອກະລັກຂອງຊາດ. ພາບ: vov.vn |
 |
ຄະນະຈັດຕັ້ງໃຫ້ຮູ້ວ່າ: ບັນດາເອກະສານ, ຮູບພາບຂອງງານວາງສະແດງບໍ່ພຽງແຕ່ຊ່ວຍປະຊາຊົນຊອກຮູ້ຄວາມງາມຂອງບຸນເຕັດດັ້ງເດີມເທົ່ານັ້ນ, ຫາກຍັງແມ່ນແຫຼ່ງສະໜອງຂໍ້ມູນປະຫວັດສາດທີ່ໜ້າເຊື່ອຖືຮັບໃຊ້ການຄົ້ນຄວ້າ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງຫວຽດນາມ. ພາບ: vov.vn |
 |
ແຂກຢ້ຽມຊົມງານວາງສະແດງ. ພາບ: vov.vn |
 |
ງານວາງສະແດງຄັ້ງນີ້ຈະດຳເນີນ ແຕ່ວັນທີ 14 ມັງກອນ ຫາ ວັນທີ 15 ມີນານີ້ ຢູ່ສູນສໍາເນົາເອກະສານແຫ່ງຊາດ I, ຮ່າໂນ້ຍ. ພາບ: vov.vn |
ບູນມີ