ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ເປັນຄັ້ງທີສອງທີ່ໄດ້ຮັບຫຼຽນໄຊດາວເໜືອ ຂອງລັດຝຣັ່ງ | |
ລັດຖະມົນຕີກະຊວງສາທາລະນະສຸກ: ຈະລົບລ້າງການແຈ້ງອາການສຸຂະພາບທາງການແພດຢູ່ພາຍໃນປະເທດ |
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ AstraZeneca. ການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານຜູ້ອຳນວຍການໃຫຍ່ Pascal Soriot ເມື່ອເດືອນພຶດສະພາ 2022 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ເປີດທິດທາງການຮ່ວມມືໃໝ່, ມີກຳລັງບົ່ມຊ້ອນ ແລະ ຍາວນານລະຫວ່າງສອງຝ່າຍ, ບໍ່ພຽງແຕ່ໃນການປ້ອງກັນ, ຕ້ານໂລກລະບາດເທົ່ານັ້ນ ຫາກຍັງໃນຂົງເຂດໃໝ່ຄື ການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີຂຽວ...
![]() |
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີ ວ່າ ໃນໄລຍະຈະມາເຖິງ, Juliette White ຈະສືບຕໍ່ຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ ໃຫ້ມີປະສິດທິຜົນ, ປະກອບສ່ວນຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ ແລະ ເປັນເຈົ້າດ້ານຢຸກຢາ, ວັກຊິນ, ອຸປະກອນການແພດຂອງ ຫວຽດນາມ; ແບ່ງປັນບົດຮຽນ, ປະສົບການ, ເຕັກໂນໂລຢີໃນຂົງເຂດຫຼຸດຜ່ອນການປ່ອຍອາຍພິດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກັບ ຫວຽດນາມ.
ຄຳຮຸ່ງ