ຍສໝ - ຕອນເຊົ້າວັນທີ 31 ມີນາ, ທີ່ນະຄອນຫຼວງ Bangkok, ສະຖານທູດຫວຽດນາມປະຈຳໄທ ຮ່ວມມືກັບມະຫາວິທະຍາໄລ Srinakharinwirot ໄດ້ຈັດການແຂ່ງຂັນສິລະປະການເວົ້າ ແລະ ການສະແດງພາສາຫວຽດນາມຮອບສຸດທ້າຍດ້ວຍຫົວຂໍ້ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" (My Viet Nam Story).
ຍສໝ - ໃນວັນທີ 31 ມີນາ, ທີ່ຮ່າໂນ້ຍ, ສະຫະພັນອົງການມິດຕະພາບຫວຽດນາມ ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ການເຄື່ອນໄຫວການທູດປະຊາຊົນທົ່ວໂລກ ແລະ ບົດຮຽນບາງຢ່າງທີ່ໄດ້ຮຽນຮູ້ກັບຫວຽດນາມ” ເພື່ອວິເຄາະປະສົບການສາກົນ ແລະ ສະເໜີວິທີແກ້ໄຂເພື່ອຍົກສູງປະສິດທິພາບຂອງການທູດປະຊາຊົນໃນສະພາບການໃໝ່. ເຫດການດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການຄົ້ນຄວ້າລະດັບຊາດ “ການຄົ້ນຄ້ວາການເຄື່ອນໄຫວການທູດປະຊາຊົນທົ່ວໂລກໃນສະພາບການໃໝ່ ແລະ ສະເໜີວິທີແກ້ໄຂສຳລັບຫວຽດນາມ”.
ຍສໝ - ໃນວັນທີ 31 ມີນາ, ສະຫະພັນອົງການມິດຕະພາບນະຄອນເກິ່ນເທີ ຮ່ວມມືກັບອົງການ Taiwan Fund for Children and Families (TFCF) ພ້ອມກັບບັນດາພະແນກ, ຄະນະ, ຂະແໜງການແລະ ທ້ອງຖິ່ນຕ່າງໆ ໄດ້ຈັດພິທີເປີດຕົວໂຄງການ "ເພື່ອການພັດທະນາຢ່າງຮອບດ້ານຂອງເດັກທີ່ດ້ອຍໂອກາດໃນສະຖາບັນການສຶກສາ".
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ຂອງລາວ, ໃນຕອນເຊົ້າວັນທີ 31 ມີນາ, ຄະນະຜູ້ແທນຂັ້ນສູງຈາກນະຄອນດານັງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນລາວບຸນປີໃໝ່ 2026 ໃຫ້ແກ່ສະມາຄົມຊາວຫວຽດນາມ ແລະ ສູນພາສາຫວຽດນາມ ແຂວງອັດຕະປື.
ຍສໝ - ວັນທີ 31 ມີນາ, ຂໍ້ມູນຈາກພະແນກການຕ່າງປະເທດນະຄອນດານັງໄດ້ຊີ້ໃຫ້ເຫັນວ່າ, ເພື່ອປະຕິບັດຄຳໝັ້ນສັນຍາ ແລະ ເຮັດໃຫ້ສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງຂຶ້ນ, “ເວທີປາໄສການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເພື່ອສົ່ງເສີມການເຊື່ອມຕໍ່ແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) 2026” ຈະຈັດຂຶ້ນໃນວັນທີ 3 ເມສາ ທີ່ນະຄອນປາກເຊ (ແຂວງຈຳປາສັກ, ລາວ). ເວທີປາໄສນີ້ໄດ້ຮັບການຮ່ວມຈັດຕັ້ງໂດຍຄະນະກຳມະການປະຊາຊົນນະຄອນດານັງ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ, ແລະ ຄະນະກຳມະການລັດຖະບານແຂວງຈຳປາສັກ.
ຍສໝ - ຕອນເຊົ້າວັນທີ 31 ມີນາ ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ.
ຍສໝ - ລັດຖະບານຫາກໍ່ອອກດຳລັດສະບັບໜຶ່ງທີ່ລະບຸລາຍລະອຽດກ່ຽວກັບບັນດາຂໍ້ກຳນົດ ແລະ ມາດຕະການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະມົງ, ເຊິ່ງສ້າງຂອບກົດໝາຍທີ່ສົມບູນແບບສຳລັບການຄຸ້ມຄອງ, ການຂຸດຄົ້ນ ແລະ ການປົກປ້ອງຊັບພະຍາກອນທາງນ້ຳ. ດຳລັດສະບັບນີ້ຄາດວ່າຈະເພີ່ມປະສິດທິພາບຂອງການຄຸ້ມຄອງຂອງລັດ, ສະໜັບສະໜູນການລົບລ້າງ "ບັດເຫຼືອງ" ຂອງ IUU ແລະ ສົ່ງເສີມການພັດທະນາຂະແໜງການປະມົງແບບຍືນຍົງ ແລະ ທັນສະໄໝ.
ຍສໝ - ໃນວັນທີ 30 ມີນາ, ຄະນະກຳມະການປະຊາຊົນແຂວງແທງຮວ່າ ໄດ້ຈັດງານພົບປະກັບນັກສຶກສາລາວ 184 ຄົນທີ່ກຳລັງຮຽນຢູ່ໃນແຂວງ ເພື່ອສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດປີ 2026. ເຫດການນີ້ໄດ້ຢືນຢັນຄຳໝັ້ນສັນຍາຂອງແຂວງໃນການເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ ແລະ ລາວ.
ຍສໝ - ບັນດາທ້ອງຖິ່ນເພີ່ມທະວີການປະສານງານລະຫວ່າງອົງການຕ່າງໆໃນການກວດກາ ແລະ ຄວບຄຸມເຮືອຫາປາທີ່ເຂົ້າ ແລະ ອອກຈາກທ່າເຮືອ ແລະ ປະຕິບັດງານຢູ່ໃນເຂດທະເລເພື່ອປ້ອງກັນ ແລະ ຈັດການກັບເຮືອຫາປາທີ່ລະເມີດການປະຕິບັດການຫາປາ IUU ຢ່າງເຂັ້ມງວດ.
ຍສໝ - ໃນບັນຍາກາດທີ່ຄຶກຄື້ນຂອງເດືອນຊາວໜຸ່ມ 2026, ເຊິ່ງມຸ່ງໄປສູ່ການສະເຫຼີມສະຫຼອງຄົບຮອບ 95 ປີແຫ່ງວັນສ້າງຕັ້ງສະຫະພັນຊາວໜຸ່ມກອມມູນິດໂຮ່ຈິມິນ, ເວທີປາໄສຊາວໜຸ່ມຫວຽດນາມຢູ່ Kyushu 2026, ດ້ວຍຫົວຂໍ້ “ເຊື່ອມຕໍ່ຄວາມຮູ້ - ກໍ່ສ້າງອະນາຄົດ” ໄດ້ຈັດຂຶ້ນທີ່ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka.
ຍສໝ - ຕອນບ່າຍວັນທີ 30 ມີນາ, ທີ່ສຳນັກງານໃຫຍ່ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນປະທານຮ່ວມກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດວຽກງານການຫັນເປັນດີຈີຕອນ ຕາມມະຕິເລກທີ 57-NQ/TW ຂອງກົມການເມືອງ.
ຍສໝ - ຫຼັງຈາກກອງປະຊຸມຮ່ວມມືທີ່ແຂວງຢາລາຍ, ບັນດາວິສາຫະກິດເຊັ່ນ HAGL ແລະ PISICO ໄດ້ລົງນາມໃນຂໍ້ຕົກລົງເພື່ອລົງທຶນຫຼາຍພັນລ້ານດົ່ງໃນໂຄງການກະສິກຳຂະໜາດໃຫຍ່ໃນລາວ ແລະ ກຳປູເຈຍໃນໄລຍະປີ 2026-2030.
ຍສໝ - ໝູ່ບ້ານມິດຕະພາບຫວຽດນາມຈຳເປັນຕ້ອງສຸມໃສ່ການສ້າງທີມງານພະນັກງານແພດ ແລະ ການສຶກສາທີ່ມີຄວາມຊຳນານສູງ ແລະ ຄູອາຈານທີ່ມີຄວາມອົດທົນ ແລະ ຄວາມເຫັນອົກເຫັນໃຈທີ່ດີເລີດຕໍ່ບຸກຄົນທີ່ໄດ້ຮັບການເບິ່ງແຍງ, ບຳລຸງລ້ຽງ ແລະ ການສຶກສາຢູ່ໝູ່ບ້ານ...
ຍສໝ - ຕອນເຊົ້າວັນທີ 30 ມີນາ, ທີ່ຮ່າໂນ້ຍ, ສະຫະພັນອົງການມິດຕະພາບຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍກັບສະຫະພັນອົງການມິດຕະພາບລະດັບແຂວງ ແລະ ນະຄອນ 30 ແຫ່ງ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ກ່ຽວກັບການທູດປະຊາຊົນ.
ຍສໝ - ໃນວັນທີ 30 ມີນາ, ທີ່ມະຫາວິທະຍາໄລນາມເກິນເທີ, ສະຫະພັນອົງການມິດຕະພາບນະຄອນເກິນເທີ ໄດ້ສົມທົບກັບສະຖານກົງສຸນໃຫຍ່ອິນເດຍປະຈຳນະຄອນໂຮ່ຈິມິນ ແລະ ໜ່ວຍງານທີ່ກ່ຽວຂ້ອງອື່ນໆ ໄດ້ຈັດພິທີປູກຕົ້ນໄມ້ມິດຕະພາບປີ 2026. ເຫດການນີ້ມີຄວາມໝາຍຕົວຈິງ, ເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ອິນເດຍ (2016-2026).
ຍສໝ - ຕອນເຊົ້າວັນທີ 28 ມີນາ, ທີ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Osaka, ສະມາຄົມຊາວຫວຽດນາມ ໃນເຂດ Kansai ໄດ້ຮ່ວມກັນຈັດລາຍການສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງສະຫະພັນຊາວໜຸ່ມກອມມູນິດໂຮ່ຈິມິນ (26 ມີນາ 1931 – 26 ມີນາ 2026) ດ້ວຍຫົວຂໍ້ “ຊາວໜຸ່ມໃນມື້ນີ້ - ພາລະກິດມື້ອື່ນ”.
ຍສໝ - ທ່ານ ກົງສຸນໃຫຍ່ ດິ່ງຮວ່າງລິງ ໄດ້ປະກາດແຜນການຮ່ວມມືກັບມະຫາວິທະຍາໄລຂອນແກ່ນ ເພື່ອສ້າງຕັ້ງສູນພາກພື້ນສຳລັບການສຶກສາຫວຽດນາມ
ຍສໝ - ໃນວັນທີ 27 ມີນາ, ທີ່ຮ່າໂນ້ຍ, ສະຖານທູດລາວປະຈຳຫວຽດນາມ ຮ່ວມມືກັບກະຊວງສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານການສຶກສາ ແລະ ການຄຸ້ມຄອງນັກສຶກສາລາວປະຈຳຫວຽດນາມ ປະຈຳປີການສຶກສາ 2025-2026 ແລະ ຈັດຕັ້ງປະຕິບັດແຜນການສຳລັບປີການສຶກສາ 2026-2027.
ຍສໝ - ຕອນເຊົ້າວັນທີ 29 ມີນາ, ທີ່ເມືອງ ກວີຍເຍິນ, ແຂວງ ຢາລາຍ ໄດ້ຈັດຂຶ້ນພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງຢາລາຍ (ຫວຽດນາມ) ແລະ ແຂວງອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ (ລາວ) ສຳລັບໄລຍະ 2026-2030.
ຍສໝ - ຕອນເຊົ້າວັນທີ 27 ມີນາ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ພາກເໜືອຂອງລາວ, ສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ ສົມທົບກັບໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍໂພນຄຳ ແລະ ສະມາຄົມຊາວຫວຽດນາມແຂວງຫຼວງພະບາງ ໄດ້ຈັດການແຂ່ງຂັນຮອບສຸດທ້າຍ “ນ້ອງຮັກພາສາຫວຽດນາມ” ສຳລັບນັກຮຽນລາວ ແລະ ຫວຽດນາມ ທີ່ຮຽນຢູ່ໂຮງຮຽນດັ່ງກ່າວ, ພ້ອມທັງລູກຫຼານຂອງສະມາຊິກສະມາຄົມ.