ລຸງໂຮ່ ກັບບຸນປີໃໝ່ປະຈໍາຊາດ

07:18 | 01/02/2022

ຍສໝ - ບຸນປີໃໝ່ປະຈໍາຊາດຕາມຈັນທະປະຕິທິນແມ່ນບຸນໃຫຍ່ທີ່ສຸດໃນປີຂອງທົ່ວປວງ ຊົນທັງຊາດ. ບັນດາພິທີ​, ຮີດຄອງປະເພນີບຸນເຕັດ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະ​ທຳ​ຂອງ​ຫວຽດນາມ​, ວັດທະນະທຳ​ສິລະ​ປະ​ໃນ​ຊີວິດການເປັນຢູ່ (​ເຊັ່ນ: ການນິຍົມ​ດອກ​ຄາຍ, ການຂຽນຄຳກອນຄູ່...), ວັດທະນະທຳ​ເຄື່ອງ​ນຸ່ງ, ວັດທະນະທຳ​ອາຫານການກິນ (ຮີດຄອງ​ປະ​ເພນີ​ຫໍ່​ເຂົ້າຕົ້ມ, ບັ່ນ​ເຕັດ, ຈັດໝາກໄມ້ 5 ປະເພດ …).

ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19 ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19
ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022 ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022

ຍິ່ງ​ກວ່າໃຜໝົດ, ລຸງ​ໂຮ່ ​​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຄວາມ​ໝາຍ​ຂອງບັນດາພິທີ, ຮີດ​ຄອງ​ປະ​ເພ​ນີ, ຈິດໃຈ​ຂອງ​ປະ​ຊາ​ຊົນ​ເຮົາຕໍ່ກັບບຸນເຕັດ. ​ເຖິງ​ວ່າ​ຈະ​ດຳລົງ​ຕຳ​ແໜ່​ງ ປະທານ​ປະ​ເທດ​ກໍ່ຕາມ, ​ແຕ່​ບຸນ​ປີໃໝ່ປະຈໍາຊາດສຳລັບເພິ່ນ​ຍັງ​ຄົງເຂັ້ມຂຸ້ນໄປດ້ວຍຈຸດ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຫວຽດນາມ.

ໃນ 79 ລະດູບານໃໝ່ຂອງລຸງໂຮ່ ມີເຖິງ 30 ລະດູບານໃໝ່ຢູ່ຕ່າງປະເທດ. ຄິດ​ໄລ່​ເກືອບ​ເຄິ່ງ​ໜຶ່ງ​ຂອງ​ຊີ​ວິດ, ລຸງ​ໂຮ່ ​ບໍ່​ໄດ້​ຕ້ອນຮັບບຸນ​ເຕັດ​ຢູ່​ບ້ານ​ເກີດ​ຂອງ​ຕົນ. ລຸງ ມີພຽງ 15 ເຕັດເຕົ້າໂຮມກັບພໍ່ແມ່ປະຊາຊົນຢູ່ພາກເໜືອ.

ໃນ​ເຂດ​ທີ່ໝັ້ນ, ຮອດບຸນເຕັດ, ລຸງ ​ໄດ້​ຫໍ່​ເງິນ ແລະ​ຫຼຽນ​ໃນເຈ້ຍແດງສົດ, ອວຍພອນ​ (ແຈກອັງເປົາ) ໃຫ້ເດັກນ້ອຍ ​ແລະ ອວຍພອນປີໃໝ່​ຜູ້​ເຖົ້າ​ຜູ້​ແກ່. ​ກັບ​ຄືນ​ຮອດ​ຮ່າ​ໂນ້ຍ, ​ໃນ​ວັນ​ເອກະລາດທໍາອິດ​ປີ ​​1946, ຫາກໍ່ຮອດ​ວັນ​ທີ 18 ເດືອນທັນວາຕາມຈັດທະປະຕິທິນ, ລຸງ​ໂຮ່ ໄດ້​ຖາມ​ທ່ານ ​ຫວູກີ ວ່າ: “ອາວ​ເບິ່ງ​ວ່າ​ຮອດວັນບຸນເຈົ້າເຕົາໄຟແລ້ວບໍ?”. ຕອນ​ຄ່ຳ​ວັນ​ທີ 30 ບຸນເຕັດ, ລຸງ​ໂຮ່​ ໄດ້​ໄປ​ຢ້ຽມ​ຢາມ ແລະອວຍພອນ​ບຸນ​ເຕັດ​ໄປ​ຍັງ​ຄອບ​ຄົວ​ຊາວ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ຈຳ​ນວນ​ໜຶ່ງ... ແຕ່​ສິບ​ໂມງ​ຄືນ ທ່ານ ຫວູກີ - ເລຂາສ່ວນຕົວ, ສົ່ງລຸງໂຮ່ ​ໄປ​ໜອງ​ຮ່ວານ​ກຽນ, ​ເຂົ້າ​ວັດ​ຫງອກ​ເຊີນ ​ຊົມ​ປະຊາຊົນ​ໄປ​ເກັບ​ໂຊກລາບ, ​ແລ້ວ​ໄປ​ຫໍແບກມ້າ... ​ໃນ​ຕອນ​ເຊົ້າ​ວັນທີ 1 ບຸນເຕັດ, ລຸງໂຮ່ ໄດ້ບອກທ່ານ​ກີ​ ເອົາ​ເຈ້ຍໄປ ເພື່ອເປີດຂຽນໜັງສືໃນຕົ້ນປີ.

ລຸງໂຮ່ ກັບບຸນປີໃໝ່ປະຈໍາຊາດ
ລຸງໂຮ່ ກັບບຸນປີໃໝ່ປະຈໍາຊາດ

ນັບ​ແຕ່​ນັ້ນ​ມາ, ​ໃນ​ໂອກາດ​ບຸນ​ເຕັດ, ມີ​ປີ​ທີ່​ລຸງ​ໄປ​ຕະຫຼາດບຸນເຕັດ, ​ໄປ​ດົງ​ຊວນ​ເຫັນພໍ່ແມ່ປະຊາຊົນ​ມາ​ຊື້​ຂາຍ, ​ໄດ້​ຢຸດ​ຢູ່​ຖະໜົນ​ເພື່ອ​ເບິ່ງ​ເພິ່ນ​ຂຽນ​ຄໍາກອນຄູ່… ມີ​​ປີ​ທີ່​ລຸງ ​ໄດ້​ໄປ​ຢາມ​ວັດ​ວາອາ​ຮາມ, ໄປຊົມວິວທິວທັດ. ​ແຕ່​ບໍ່​ມີ​ປີ​ໃດ​ທີ່​ລຸງໂຮ່ ​ບໍ່​ໄປ​ອວຍພອນປີໃໝ່​ພໍ່ແມ່ປະຊາຊົນ, ນັກຮົບ, ລຸງ​ໂຮ່ ໄປຫາ​ປະຊາຊົນທຸກຊັ້ນ ວັນນະ, ​ແຕ່​ກ່ອນ​ອື່ນ​ໝົດ​ແມ່ນ​ໃຫ້ໄປເຖິງ​ຄອບຄົວ​ທຸກ​ຍາກກ່ອນ. ຕໍ່​ມາເມື່ອມີເງື່ອນໄຂ​ໃນ​ໂອກາດ​ບຸນ​ເຕັດ, ລຸງ​ ໄດ້​ໄປ​ຢ້ຽມຢາມ​ຫຼາຍ​ແຫ່ງ... ບັນດາ​ກົມກອງ​ກອງທັບ, ​ໂຮງງານ, ສະຫະກອນ​ກະສິກຳ...

ໂດຍບໍ່​ລືມພິທີ, ​ຮີດຄອງ​ປະ​ເພນີດັ້ງເດີມ, ​ແຕ່​ລຸງ​ໂຮ່ ພະຍາຍາມຊອກຫາວີທີ​ເຮັດ​ໃຫ້​ເໝາະ​ສົມ​ກັບ​ຊີວິດ​ທີ່​ທັນ​ສະ​ໄໝ. ພິ​ເສດ, ລຸງ​ໂຮ່ ໄດ້ປະດິດສ້າງ​ຮີດ​ຄອງ​ປະ​ເພ​ນີ​ໃໝ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ພຽງ​ແຕ່​ມີໃນ​ວັດ​ທະ​ນະ​ທຳ​ເຕັດ​ຂອງ​ໂຮ່​ຈີ​ມິນ, ເຂັ້ມຂຸ້ນໄປດ້ວຍ​ລັກ​ສະ​ນະ​ຂອງ​ໂຮ່​ຈີ​ມິນ.

ກ່ອນ​ອື່ນ​ໝົດ, ນັ້ນ​ແມ່ນ​ປີ​ໃດ​ລຸງ​ໂຮ່ ກໍ່​ໄດ້​ສົ່ງ​ຈົດໝາຍ ​ແລະບົດ​ກະວີ​ໄປ​ອວຍພອນ​ບຸນເຕັດພໍ່ແມ່ປະຊາຊົນ. ບົດ​ກະວີອວຍພອນ​ທຳ​ອິດ​ຂອງ​ລຸງ​ໂຮ່ ​ໄດ້​ຂຽນໃນ​ປີ 1942, ພິມ​ໃນ​ໜັງສືພິມ​ເອກະລາດ​ ສະບັບ​ເລກທີ 114, ​ໂດຍ​ມີ​ເນື້ອ​ໃນ​ວ່າ:

“… ຂໍ​ອວຍພອນ​ໃຫ້ພໍ່ແມ່ປະຊາຊົນເຮົາ​ສາມັກຄີ​ກັນ,

ຂໍ​ອວຍພອນ​ໃຫ້​ຫວຽດ​ມີງເຮົາ​ປະສົບ​ຜົນສຳ​ເລັດ​ຫລາຍ​ຂຶ້ນ!

ຂໍອວຍພອນໃຫ້ປະເທດຊາດເຮົາໃນປີນີ້,

ທຸງສີແດງດາວເຫຼືອງປິວສະບັດ…”

​ແຕ່​ໃນ​ເວລາ​ນັ້ນ, ບົດ​ກະວີ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢ່າງ​ກວ້າງ​ຂວາງ, ບໍ່​ມີຫຼາຍ​ຄົນ​ຮູ້​ຈັກ​ເຖິງ.

ລຸງໂຮ່ ກັບບຸນປີໃໝ່ປະຈໍາຊາດ

ເວົ້າເຖິງຈົດໝາຍອວຍພອນປີໃໝ່ຂອງລຸງໂຮ່, ກໍ່ຕ້ອງເລີ່ມແຕ່ປີໃໝ່ປີຈໍປີ 1946, ເມື່ອລຸງໂຮ່ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ນັກ​ຂຽນລະຄອນ ​ຮອກ​ຟີ​ ເລົ່າ​ຄືນ​ວ່າ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ປີ​ນັ້ນ, ຂ່າວ​ທີ່​ປະທານ ​ໂຮ່ຈີ​ມິນ ​ອ່ານຈົດໝາຍ​ອວຍພອນ​ປີ​ໃໝ່​ຖືກ​ປະກາດ​ຢູ່​ວິທະຍຸ​ກະຈາຍສຽງ, ທຸກ​ຄົນ​ກໍ່ຮູ້, ດັ່ງ​ນັ້ນ ​ເຂົາ​ເຈົ້າ​ຈຶ່ງ​ພາກັນ​ນັ່ງ​ມິດ​ງຽບ ​ແລະ ຄອຍ​ຖ້າ, ຈາກວິທະຍຸກະຈາຍສຽງເພງຊາດ ແລ້ວຮອດສຽງເວົ້າທີ່ອົບອຸ່ນຂອງລຸງໂຮ່. ລຸງ​ໂຮ່​ ອວຍພອນ​ປີ​ໃໝ່​ພໍ່ແມ່ປະຊາຊົນ​ພາຍໃນ​ປະ​ເທດ ​ແລະຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ, ອວຍພອນ​ຜູ້​ເຖົ້າ​ຜູ້​ແກ່, ຫຼານ​ນ້ອຍ, ​ໄວ​ລຸ້ນ, ​ເດັກນ້ອຍ, ນັກຮົບ​ທີ່​ພວມ​ຕໍ່ສູ້​ຢູ່ແນວຮົບ.

“ຈົດໝາຍອວຍພອນປີໃໝ່” ສຸດທ້າຍທີ່ລຸງຂຽນ ໃນໂອກາດບຸນປີໃໝ່ປະຈຳຊາດ ປີວອກ (ປີ 1968). ໃນຕອນທ້າຍຂອງຈົດຫມາຍ, ມີບົດກະວີ:

"ລະດູບານໃໝ່ປີນີ້ດີກວ່າລະດູບານໃໝ່ປີຜ່ານມາ,

ຂ່າວໄຊຊະນະເປັນຂ່າວດີໃນທົ່ວປະເທດ.

ພາກ​ເຫນືອ ​ແລະ​ພາກ​ໃຕ້​ແຂ່ງ​ຂັນຕີຕ້ານສັດຕູ​ອາ​ເມລິ​ກາ​,

ກ້າວຂຶ້ນ!

ເຮົາ​ຈະຍາດໄດ້ໄຊຊະນະສົມບູນ!”

ລະດູບານໃໝ່ປີລະກາ (1969), ສຸຂະພາບຂອງລຸງໂຮ່ ອ່ອນເພຍລົງ, ສະນັ້ນ ເພິ່ນຈຶ່ງມີໂທລະເລກຄໍາກະວີ 4 ປະໂຫຍກ ເພື່ອອວຍພອນປີໃໝ່ເຖິງບັນດາພະນັກງານທີ່ເຮັດວຽກຢູ່ ປາຣີ ເທົ່ານັ້ນ.

ການປະດິດສ້າງວັດທະນະທຳເຕັດທີ 2 ຂອງລຸງໂຮ່ ແມ່ນງານບຸນປູກຕົ້ນໄມ້. ​ໃນ​ປຶ້ມ​ປະຫວັດສາດ ດ່າ​ຍວຽດ ​ແລະ ​ໂຕ​ອານ​ທູ, ມີ​ບົດ​ຂຽນ​ທີ່​ຂຽນ​ວ່າ: “​ໃນ​ລະດູ​ບານໃໝ່ປີມະເມຍ, ​ເຈົ້າ​ຊີວິດ ຫຼີ​ເຍິນ​ຕົງ ​ໄດ້​ອອກ​ຄໍາສັ່ງ​ຫ້າມ​ປະຊາຊົນ ໃນລະດູບານໃໝ່, ບໍ່ໃຫ້ຕັດຕົ້ນໄມ້." ນັ້ນແມ່ນຄຳສັ່ງໄດ້ປະກາດເມື່ອ 893 ປີກ່ອນ. ໂດຍຮັບຮູ້ມູນເຊື້ອອັນດີງາມຂອງ​ປະ​ເທດ​ຊາດ, ລຸງ​ໂຮ່ ​ມັກ​ປູກ​ຕົ້ນ​ໄມ້. ຈາກ​ການ​ເຄື່ອນ​ໄຫວ​ຢູ່​ໄທ ຈົນ​ເຖິງ​ກັບ​ເມືອ​ເຂດທີ່ໝັ້ນ​ຫວຽດ​ບັກ ຫຼື ຢູ່​ຮ່າ​ໂນ້ຍ, ລຸງ​ໂຮ່​ ບໍ່​ເຄີຍ​ລືມ “​ເພີ່ມ​ພູນ​ຜະລິດຜົນ” ​ແລະປູກ​ຕົ້ນ​ໄມ້. ລຸງໂຮ່ ໄດ້ເຮັດເອງກ່ອນ ແລະຮຽກຮ້ອງໃຫ້ທຸກຄົນເຮັດພ້ອມກັນ.

ລຸງໂຮ່ ກັບບຸນປີໃໝ່ປະຈໍາຊາດ

ວັນ​ທີ 28 ມັງກອນ ​ປີ 1959, ​ໃນ​ນາມ​ປາກກາຊື່ວ່າ ເຈິ່ນລຶກ, ລຸງ​ໂຮ່ ​ໄດ້​ຂຽນ​ບົດ​ຂຽນ​ກ່ຽວ​ກັບ ບຸນເຕັດປູກຕົ້ນໄມ້ ​ລົງ​ພິມ​ໃນ​ໜັງສືພິມ​ປະຊາຊົນ, ຮຽກຮ້ອງ​ໃຫ້​ປະຊາຊົນ​ທົ່ວ​ປວງ​ຊົນ​ຕອບ​ສະໜອງເດືອນ​ປູກ​ຕົ້ນ​ໄມ້​ໃນ​ລະດູບານໃໝ່​ເດືອນ​ມັງກອນ (ແຕ່​ ວັນ​ທີ 6 ​ເດືອນ​ມັງກອນ ເຖິງ​ວັນ​ທີ 6 ກຸມພາ 1960) ​ເນື່ອງ​ໃນ​ໂອກາດ ສະເຫຼີມສະຫຼອງ 30 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ. ໄລຍະ​ປູກ​ຕົ້ນ​ໄມ້​ນີ້​ມີ​ຊື່ວ່າ “ບຸນ​ເຕັດປູກ​ຕົ້ນ​ໄມ້” ເປີດສາກໃຫ້ແກ່ການ​ປູກ​ຕົ້ນ​ໄມ້​ຕະຫຼອດ​ປີ. ພໍ່ແມ່ປະຊາຊົນເຮົາກໍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ລຸງ​ໂຮ່ຢ່າງ​ກະຕືລືລົ້ນ. “ພູຕົ້ນໄມ້ລຸງໂຮ່” ແລະ “ສວນລຸງໂຮ່” ເຕີບໃຫຍ່ຢູ່ທົ່ວທຸກແຫ່ງ. ນັບ​ແຕ່​ນັ້ນ​ມາ, “ບຸນເຕັດ​ປູກ​ຕົ້ນ​ໄມ້” ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ບໍ່​ຢຸດ​ຢັ້ງ​ຈົນ​ຮອດ​ປະຈຸ​ບັນ, ກາຍ​ເປັນ​ຮີດຄອງ​ປະ​ເພນີ​ໃໝ່, ວັດທະນະທຳບຸນເຕັດໃໝ່. ລຸງ​ໂຮ່ ມີ​ສອງ​ປະໂຫຍກກະວີ​ທີ່​ຄຸ້ນ​ເຄີຍ​ຢູ່​ໃນ​ບົດຂຽນຂອງ​ເພິ່ນ​ໃນ​ໂອກາດ “ບຸນເຕັດ​ປູກ​ຕົ້ນ​ໄມ້” ປີ 1965, ນັ້ນ​ແມ່ນ:

“ລະດູບານໃໝ່ແມ່ນບຸນເຕັດປູກຕົ້ນໄມ້

ເຮັດ​ໃຫ້ປະເທດຊາດນັບມື້ນັບພັດທະນາ​"

​ໃນ​ຄວາມ​ນຶກ​ຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ ຍັງ​ຄົງ​ແມ່ນ​ທັດສະນະ​ກ່ຽວກັບບຸນປີ ໃໝ່ປະຈໍາຊາດ​ທີ່​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະເຂັ້ມຂຸ້ນໄປ​ໄປ​ດ້ວຍ​ສີສັນ ສະເພາະ ​ໂດຍ​ບໍ່​ມີ​ການ​ຟຸ່ມເຟືອຍ.

ເພິ່ນກໍ່ຊີ້ອອກບັນດາວຽກທີ່ໜ້າຕຳໜິຕິຕຽນ ເມື່ອພົບເຫັນບ່ອນທີ່ເຮັດວຽກ ບໍ່ຖືກຕ້ອງ.

ເມື່ອບຸນ​ເຕັດ​ມາ​ໃກ້ຈະມາເຖິງ, ​ລະນຶກ​ເຖິງ​ລຸງ​ໂຮ່ ຍິ່ງ​ບໍ່​ອາດ​ລືມ​ບັນດາ​ຮູບ​ພາບ​ຂອງເພິ່ນ​ກັບ​ວັນ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຊາດ. ເມື່ອຄິດເຖິງລະດູບານໃໝ່, ຍິ່ງຮູ້ສຶກຂອບໃຈເພິ່ນກວ່າອີກ, ເພາະວ່າ ປະທານ ໂຮ່ຈີມິນ ໄດ້ນຳເອົາລະດູບານ ໃໝ່ອັນໃຫຍ່ຫຼວງທີ່ສຸດໃຫ້ແກ່ປະເທດ ແລະປະຊາຊົນ: ລະດູບານໃໝ່ແຫ່ງ ເອກະລາດພາຍຫຼັງລະດູໜາວຂອງການເປັນທາດ.

ບູນມີ

ເຫດການ