ການພັດທະນາໂປແກລມຂໍ້ມູນ ກ່ຽວກັບປະຊາກອນ ສໍາລັບການຫັນເປັນດິຈິຕອນແຫ່ງຊາດ

08:07 | 11/01/2022

ຍສໝ - ຫວ່າງແລ້ວນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິງ ​ໄດ້​ລົງ​ນາມ​ໃນ​ມະຕິ​ຕົກລົງ​ເລກທີ 06/QD-TTg ອະນຸມັດ​ແຜນຮ່າງການ​ພັດທະນາ ​ໂປແກລມຂໍ້ມູນ​ປະຊາກອນ, ການເອີ້ນຊື່ ​ແລະ ການ​ຢັ້ງຢືນ​ເອ​ເລັກ​ໂຕຣນິກ ​ເພື່ອ​ຮັບ​ໃຊ້ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ໄລຍະ 2022 - 2025, ວິ​ໄສ​ທັດ​ຮອດ​ປີ 2030.

ສ້າງຊຸດມາດຖານ ແລະ ຕົວເລກສະແດງ ເພື່ອຕີລາຄາການຫັນເປັນດິຈິຕອນ ໃນການສຶກສາ ແລະ ບຳລຸງສ້າງ ສ້າງຊຸດມາດຖານ ແລະ ຕົວເລກສະແດງ ເພື່ອຕີລາຄາການຫັນເປັນດິຈິຕອນ ໃນການສຶກສາ ແລະ ບຳລຸງສ້າງ
ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ

ເປົ້າໝາຍລວມຂອງໂຄງການ ແມ່ນເພື່ອນຳໃຊ້ລະບົບຖານຂໍ້ມູນປະຊາກອນແຫ່ງຊາດ, ລະບົບການເອີ້ນຊື່ ແລະ ການຢັ້ງຢືນ​ເອ​ເລັກ​ໂຕຣນິກ, ບັດປະຈຳຕົວພົນລະເມືອງດ້ວຍຊິບເອເລັກໂຕຣນິກ ເຂົ້າໃນຂະບວນການຫັນເປັນດິຈິຕອນແຫ່ງຊາດຢ່າງມີໄຫວພິບ, ຕັ້ງໜ້າ ແລະ ມີຫົວຄິດປະດິດສ້າງ ຕາມແຜນງານການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030 ເພື່ອຮັບໃຊ້ 5 ກຸ່ມສາທາລະນູປະໂພກ: 1-ຮັບໃຊ້ການແກ້ໄຂລະບຽບການບໍລິຫານ ແລະ ການສະໜອງການບໍລິການສາທາລະນະທາງອອນໄລ; 2- ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ; 3-ຮັບໃຊ້ພົນລະເມືອງດີຈີຕອນ; 4-ປັບປຸງລະບົບນິເວດໃນການເຊື່ອມຕໍ່, ຂຸດຄົ້ນ, ເພີ່ມເຕີມ ແລະ ຂະຫຍາຍຂໍ້ມູນປະຊາກອນ; 5-ຮັບ​ໃຊ້​ການຊີ້ນຳ ​ແລະ ການ​ບໍລິຫານ​ຂອງ​ຜູ້ນຳ​ທຸກ​ຂັ້ນ.

ການພັດທະນາໂປແກລມຂໍ້ມູນ ກ່ຽວກັບປະຊາກອນ ສໍາລັບການຫັນເປັນດິຈິຕອນແຫ່ງຊາດ
ການພັດທະນາໂປແກລມຂໍ້ມູນ ກ່ຽວກັບປະຊາກອນ ສໍາລັບການຫັນເປັນດິຈິຕອນແຫ່ງຊາດ. (ພາບ: TTXVN)

ການ​ສຳ​ເລັດ​ການ​ເຊື່ອມ​ໂຍງ ​ແລະ ​ແບ່ງປັນ​ຂໍ້​ມູນ​ລະຫວ່າງ​ຖານ​ຂໍ້​ມູນ​ປະຊາກອນ​ແຫ່ງ​ຊາດ ​ແລະ ຖານຂໍ້ມູນ​ພາສີອາກອນ ​ໃນ​ໄຕ​ມາດ​ທີ 1 ປີ 2022 ​ເພື່ອ​ຮັບ​ໃຊ້​ການ​ຢັ້ງຢືນ​ຂໍ້​ມູນ​ຜູ້​ເສຍ​ພາສີ ​ໃນ​ການ​ປະຕິບັດ​ລະບຽບ​ການ​ບໍລິຫານ​ດ້ານ​ພາສີ, ຊ່ວຍ 100% ຜູ້​ເສຍ​ພາສີ ​ບໍ່​ຕ້ອງ​ແຈ້ງບັນດາຂໍ້​ມູນ​ທີ່​ມີ​ການ​ປ່ຽນ​ແປງ​ໃນ​ຖານ​ຂໍ້​ມູນ​ປະ​ຊາ​ກອນ​ແຫ່ງ​ຊາດ​ຄືນ​ໃໝ່. ​

ໃນໄລຍະ 2023 - 2025, 100% ປະຊາຊົນ ແລະ ວິສາຫະກິດທີ່ນຳໃຊ້ບໍລິການສາທາລະນະອອນໄລ ລະດັບ 4 ຈະໄດ້ຮັບການກຳນົດ ແລະ ຢັ້ງຢືນຕົວຕົນດ້ວຍລະບົບເອເລັກໂຕຣນິກຢ່າງຄ່ອງຕົວ, ເປັນເອກະພາບໃນທຸກລະບົບຂໍ້ມູນຂ່າວສານຂອງລັດຖະບານ ຈາກສູນກາງເຖິງທ້ອງຖິ່ນ.

ປະຊາຊົນ 100% ​ເມື່ອ​ປະຕິບັດ​ລະບຽບ​ການ​ບໍລິຫານ​ຢູ່​ພາກສ່ວນປະຕູດຽວ​ທຸກ​ຂັ້ນ ​ແມ່ນ​ຈະໄດ້​ກຳນົດ ​ແລະ ຢັ້ງຢືນ​ຕົວ​ຕົນ​ດ້ວຍ​ລະບົບ​ເອ​ເລັກ​ໂຕຣນິກ ​ແລະ ຢັ້ງຢືນ​ຕົວ​ຕົນ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບທີ່​ເຊື່ອມ​ໂຍງ ​ແລະ ສົມທົບ​ກັບ​ປະຕູ​ບໍລິການ​ສາທາລະນະ​ແຫ່ງ​ຊາດ; ບໍ່​ຈໍາ​ເປັນ​ຕ້ອງ​ສະ​ຫນອງ​ຂໍ້​ມູນ​ ແລະ ​ເອ​ກະ​ສານ​ກ່ຽວ​ກັບ​ປະ​ຊາ​ກອນ​ທີ່​ມີ​ຢູ່​ແລ້ວ​ໃນ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ປະ​ຊາ​ກອນຄືນອີກ​;...

ດ້ວຍກຸ່ມລະບົບສາທາລະນູປະໂພກ ເພື່ອພັດທະນາເສດຖະກິດ-ສັງຄົມ, ໃນໄລຍະ 2022 – 2023, ຍົກລະດັບ ແລະ ສ້າງສໍາເລັດລະບົບການເອີ້ນຊື່ ​ແລະ ການຢັ້ງຢືນ​ເອ​ເລັກ​ໂຕຣນິກ; ຄົ້ນຄວ້າ ​ແລະ ຂະຫຍາຍ​ການ​ນຳ​ໃຊ້​ລະບົບ​ທຸລະ​ກຳ​ເອ​ເລັກ​ໂຕຣນິກ ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ.

ປະມວນ ແລະ ພັດທະນາໂປແກລມ ໃນ​ພື້ນຖານ​ລະບົບກຳນົດ ແລະ ​ຢັ້ງຢືນຄົວຕົນ​ເອ​ເລັກ​ໂຕຣນິກ ​ໂດຍ​ມີ​ການ​ນຳ​ໃຊ້​ໂປແກລມຫຼັກ​ເຊັ່ນ: e-wallets, ການ​ຊຳລະ​ເງິນ​ທີ່​ບໍ່​ແມ່ນ​ເງິນສົດ, ຫລັກ​ຊັບ, ​ໄຟຟ້າ, ນ້ຳ​ປະ​ປາ ​ແລະ ອື່ນໆ ດ້ວຍ​ການ​ນຳ​ໃຊ້ VNEID, ລະຫັດ QR ຂອງ​ບັດ​ປະ​ຈໍາ​ຕົວ​ພົນລະ​ເມືອງ ທີ່ຕິດ​ຊິບ​ເອ​ເລັກ​ໂຕຣນິກ;...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.