ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ

06:46 | 09/12/2021

ຕອນເຊົ້າວັນທີ 8/12, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການເຮັດວຽກກັບອົງການປະກັນສັງຄົມ ຫວຽດນາມ ກ່ຽວກັບການປະຕິບັດບັນດາການເຄື່ອນໄຫວໃນໄລຍະຜ່ານມາ ແລະ ບັນດາທິດທາງສຳຄັນໃນໄລຍະຈະມາເຖິງ.

ຊາວຫວຽດນາມ ສະໜັບສະໜູນມາດຕະການຮັບມືກັບພະຍາດ ຊາວຫວຽດນາມ ສະໜັບສະໜູນມາດຕະການຮັບມືກັບພະຍາດ
ເປັນເຈົ້າການກໍ່ສ້າງຍຸດທະສາດ, ແຜນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເປັນເຈົ້າການກໍ່ສ້າງຍຸດທະສາດ, ແຜນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຮັດວຽກກັບອົງການປະກັນສັງຄົມ ຫວຽດນາມ. ພາບ: VGP

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງອົງການປະກັນສັງຄົມໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ, ພິເສດແມ່ນການປະຕິຮູບນະໂຍບາຍປະກັນສັງຄົມ. ກ່ຽວກັບວຽກງານທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ອົງການປະກັນສັງຄົມສຸມໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງຍຸດທະສາດ ແລະ ແຜນການ; ຕ້ອງກະທຳຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ, ມີຈຸດສຸມ. ທ່ານນາຍົກລັດຖະມົນຕີ ໃຫ້ຄຳຕັກເຕືອນວ່າ ອາດຈະສ້າງຕັ້ງໜ່ວຍງານເພື່ອກວດກາຄືນບັນດາສິ່ງທີ່ຄ້າງຄາຂອງກົນໄກ, ນະໂຍບາຍ, ກົດໝາຍປະກັນສັງຄົມ, ປະກັນການຫວ່າງງານ ແລະ ປະກັນສຸຂະພາບ ເພື່ອສະເໜີ ແລະ ເປັນເສນາທິການໃຫ້ຂັ້ນຕ່າງໆທີ່ມີສິດອຳນາດ. ໃນບັນດາການເຄື່ອນໄຫວວິຊາຊີບ, ທ່ານນາຍົກລັດຖະມົນຕີ ຕັກເຕືອນວ່າ: ການຄຸ້ມຄອງ ແລະ ນຳໃຊ້ກອງທຶນປະກັນສັງຄົມ ຕ້ອງຮັບປະກັນສິດຜົນປະໂຫຍດຂອງຜູ້ເຂົ້າຮ່ວມການປະກັນສັງຄົມ, ຮັບປະກັນຄວາມປອດໄພ, ເຕີບໂຕ ແລະ ພັດທະນາ, ປະກອບສ່ວນຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເພື່ອຜົນປະໂຫຍດລວມ.

vovworld.vn

ເຫດການ
302 Found

Found

The document has moved here.