ແຂວງ​ລາວ​ກາຍ​ອະ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ

11:30 | 04/01/2022

ປະຈຸບັນ, ແຂວງລາວກາຍ ມີໝູ່ບ້ານອາຊີບ 30 ແຫ່ງ, ໃນນັ້ນມີໝູ່ບ້ານອາຊີບມູນເຊື້ອ 20 ແຫ່ງ, ເປັນຕົ້ນແມ່ນໝູ່ບ້ານອາຊີບຕ່ຳຫູກ, ແກະຄວັດສະຫຼັກ, ເຮັດທູບ, ຖັກແສ່ວ, ຈັກສານ, ຫຼໍ່ທອງ.. ການຮັກສາ ແລະ ພັດທະນາບັນດາໝູ່ບ້ານອາຊີບ ແລະ ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ທັງໄດ້ປະກອບສ່ວນເສີມຂະຫຍາຍມູນເຊື້ອວັດທະນະທຳພິເສດສະເພາະຂອງແຕ່ລະຊົນເຜົ່າ, ແຕ່ລະເຂດພາກ, ທັງປົວແປງຊີວິດ ປຊຊ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຢູ່ທ້ອງຖິ່ນ.

ກໍ່​ສ້າງ​ກ໋​ວາງ​ບິ່ງ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ເປັນບ່ອນ​ເລືອກ​ເຟັ້ນແຖ​ວ​ໜ້າ​ຂອງ​ແຂກ​ທ່ອງ​ທ່ຽວ ກໍ່​ສ້າງ​ກ໋​ວາງ​ບິ່ງ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ເປັນບ່ອນ​ເລືອກ​ເຟັ້ນແຖ​ວ​ໜ້າ​ຂອງ​ແຂກ​ທ່ອງ​ທ່ຽວ
ແຂວງ​ກຽນ​ຢາງ ສະຫຼຸບການສອບເສັງ “ນ້ອງ​ຮັກ​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ” ແຂວງ​ກຽນ​ຢາງ ສະຫຼຸບການສອບເສັງ “ນ້ອງ​ຮັກ​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ”
ແຂວງ​ລາວ​ກາຍ​ອະ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ
ອາຊີບຈັກສານຂອງຊາວເຜົ່າຮ່າຍີ່ ຢູ່ຕາແສງອີຕີ, ເມືອງບາດຊາດ (ພາບ: baodantoc.vn)

ມີອາຊີບ, ໝູ່ບ້ານອາຊີບມູນເຊື້ອຈຳນວນໜຶ່ງຢູ່ແຂວງ ລາວກາຍ ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງ. ນັ້ນແມ່ນໝູ່ບ້ານອາຊີບຕ່ຳແພພື້ນເມືອງ ເຊິ່ງແຂກທ່ອງທ່ຽວໄດ້ຮູ້ຈັກເຖິງ, ເປັນຕົ້ນແມ່ນ ໝູ່ບ້ານອາຊີບຕັດຫຍິບ, ຖັກແສ່ວບ້ານ ຫງາຍໂຈ່ (ຕາແສງ ອີຕີ, ເມືອງບາດຊາດ , ໝູ່ບ້ານອາຊີບຕັດຫຍິບ, ຖັກແສ່ວບ້ານ ນີຊີ (ຕາແສງຟາລອງ, ເມືອງເມື່ອງເຄືອງ), ໝູ່ບ້ານຕ່ຳແພພື້ນເມືອງຂອງຊາວເຜົ່າໄຕຕາແສງ ເຫງັຍໂດ (ເມືອງບາວອຽນ)…. ລາວກາຍ ຍັງມີຫຼາຍອາຊີບມູນເຊື້ອ ທີ່ສາມາດກາຍເປັນຜະລິດຕະພັນທ່ອງທ່ຽວຄື: ອາຊີບຈັກສານຂອງຊາວເຜົ່າ ຮ່າຍີ່ ຢູ່ຕາແສງອີຕີ, ເມືອງບາດຊາດ, ອາຊີບຫຼໍ່ສົບຄັນໄຖຂອງຊາວເຜົ່າມົ້ງ ຕາແສງບ້ານໂຟ ແລະ ຕາແສງນາໂຮຍ (ເມືອງບັກຮ່າ); ອາຊີບເຮັດທູບຂອງຊົນເຜົ່າໄຢ ຢູເມືອງບາດຊາດ ແລະ ຊາວເຜົ່າມົ້ງຢູ່ເມືອງຊີມາກາຍ. ພິເສດ, ແພພື້ນເມືອງຂອງສະໂມສອນແພພື້ນເມືອງແມ່ຍິງ ຊາຟໍ, ຕາແສງນ້ຳຊ່າຍ, ເມືອງຊາປາ ໄດ້ສົ່ງໄປຂາຍຢູ່ປະເທດອາເມລິກາ, ອີຕາລີ, ຍີ່ປຸ່ນ…

ສະໂມສອນຈັກສານຕາແສງເມືອງບໍ, ເທດສະບານຊາປາ ຊື່ງມີສະມາຊິກສ່ວນຫຼາຍແມ່ນຜູ້ມີອາຍຸສູງ, ພາຍຫຼັງໄດ້ເຄື່ອນໄຫວເປັນເວລາ 1 ປີ, ໄດ້ມີບັນດາຜະລິດຕະພັນທີ່ເປັນມູນເຊື້ອ ສົມທົບກັບທັນສະໄໝ. ທ່ານ ນົງວັນຮອກ ສະມາຊິກ ສະໂມສອນຈັກສານຕາແສງເມືອງບໍ ແບ່ງປັນວ່າ:

ແຕ່ລະຄົນແມ່ນເຮັດແຕ່ລະຂັ້ນຕອນທີ່ແຕກຕ່າງກັນ, ມີຜູ້ຈັກຕອກ, ມີຜູ້ສານ. ຖ້າຢາກໃຫ້ຜະລິດຕະພັນງາມຕາ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ, ພວກຂ້າພະເຈົ້າກໍ່ຕ້ອງບອກກັນ, ຊ່ວຍກັນ ເພື່ອເຮັດຜະລິດຕະພັນໃຫ້ມີເອກະລັກທີ່ສຸດ, ຕ້ອງອົດທົນເຮັດ, ລູກຄ້າຢາກໄດ້ຜະລິດຕະພັນຫຍັງກໍ່ຕ້ອງເຮັດໃຫ້ໄດ້.

vovworld.vn

ເຫດການ
302 Found

Found

The document has moved here.