| ກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກ: ຄວາມຄາດໝາຍນະໂຍບາຍສຳລັບຫວຽດນາມ. | |
| ເພື່ອລະນຶກເຖິງທ່ານປະທານປະເທດ ໄກສອນ ພົມວິຫານ, ຜູ້ໄດ້ວາງພື້ນຖານການພົວພັນແບບພິເສດຫວຽດນາມ - ລາວ. |
ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ຮັບຖືວ່າແມ່ນກິດຈະການປ່ຽນແປງໃໝ່ຄັ້ງທີ 2, ສະແດງຄວາມຕັດສິນໃຈສູງທາງການເມືອງຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນໃນການນຳປະເທດກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ.
ຂີດໝາຍພິເສດ
ໃນຂະບວນວິວັດແຫ່ງປະຫວັດສາດອັນສະຫງ່າລາສີຂອງພັກ ແລະ ຊາດ ຫວຽດນາມ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແຕ່ລະຄັ້ງຂອງພັກກອມມູນິດ ຫວຽດນາມ ລ້ວນແຕ່ແມ່ນຂີດໝາຍສຳຄັນ, ຂີດໝາຍບາດກ້າວພັດທະນາໃໝ່ຂອງຈິນຕະນາການ, ວິໄສທັດ ແລະ ຄຸນນະທາດການຊີ້ນຳນຳພາຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ດຳເນີນໃນສະພາບການພິເສດ: ປະເທດພວມກ້າວເຂົ້າສູ່ໄລຍະຕັດສິນຫັນຄວາມຄາດຫວັງພັດທະນາເຖິງກາງສະຕະວັດທີ XXI - ຄວາມຄາດຫວັງສ້າງ ຫວຽດນາມເປັນປະເທດເຂັ້ມແຂງແຮງກ້າ, ວັດທະນາຖາວອນ, ປະຊາຊົນມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ.
ທ່ານ ຫງວຽນດຶກຮ່າ, ອະດີດຫົວໜ້າກົມຮາກຖານພັກ ຂຶ້ນກັບຄະນະຈັດຕັ້ງສູນກາງພັກໃຫ້ຮູ້ວ່າ:
“ກອງປະຊຸມໃຫຍ່ຄັ້ງທີ XIV ບໍ່ພຽງແຕ່ສະຫຼຸບ 5 ປີຜ່ານມາເທົ່ານັ້ນຫາກຍັງສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ອີກດ້ວຍ. ກອງປະຊຸມໃຫຍ່ກໍກຳນົດເປົ້າໝາຍ, ທິດທາງ, ໜ້າທີ່ໃຫ້ແກ່ 5 ປີຕໍ່ໄປນັ້ນແມ່ນຮອດປີ 2030 (ວັນສ້າງຕັ້ງພັກຄົບຮອບ 100 ປີ), ວາງທິດທາງ, ເປົ້າໝາຍ, ໜ້າທີ່ໃຫ້ແກ່ 15 ປີຫຼັງ, ໝາຍຄວາມວ່າ 3 ສະໄໝຕໍ່ໄປ (ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດ). ສິ່ງດັ່ງກ່າວເຮັດໃຫ້ກອງປະຊຸມໃຫຍ່ຄັ້ງທີ XIVມີຄວາມສຳຄັນແລະຂອບຂະໜາດໃຫຍ່ກວ່າກອງປະຊຸມໃຫຍ່ອື່ນໆ. ນີ້ແມ່ນໄລຍະທີ່ພວກເຮົາກ້າວເຂົ້າສູ່ສັງກາດໃໝ່".
![]() |
| ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ |
ບັນດາເອກະສານທີ່ຍື່ນສະເໜີໃນກອງປະຊຸມໃຫຍ່ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຈິນຕະນາການປ່ຽນແປງໃໝ່ທີ່ສຸດ, ການກະທຳຂ້ຽວຂາດທີ່ສຸດໃນທຸກຂົງເຂດ, ນັບແຕ່ຂົງເຂດເສດຖະກິດຕະຫຼອດຮອດບັນດາບັນຫາວັດທະນະທຳ, ສັງຄົມ, ມະນຸດ… ນັບແຕ່ເມື່ອເລີ່ມຊີ້ນຳວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ທ່ານໂຕເລິມ ເລຂາທິການໃຫຍ່ ໄດ້ຮຽກຮ້ອງວ່າ:
“ເອກະສານແມ່ນ “ທວນໄຟເຍືອງທາງ” ໃຫ້ແກ່ພວກເຮົາກ້າວເດີນ, ຕ້ອງຮັບປະກັນລວມເອົາສິ່ງຍອດຢ້ຽມທັງໝົດ, ຄຸນຄ່າຂອງອະດີດຕະການ, ປັດຈຸບັນແລະອະນາຄົດ; ຕ້ອງຮັບປະກັນບັນດາຫຼັກການ: ພັກນຳພາ, ກຳອຳນາດ; ຜົນປະໂຫຍດຂອງຊາດ, ຄວາມອີ່ມໜຳສຳລານຄວາມສົມບູນພູນສຸກຂອງປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ."
ຕັດສິນໃຈນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ມີຄວາມໝາຍເປັນບາດລ້ຽວເພື່ອຢັ້ງຢືນຄວາມຕັດສິນໃຈນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່ຈະແຈ້ງກວ່າເວລາໃດໝົດ. ນັ້ນແມ່ນໄລຍະບືນຕົວຂຶ້ນ, ບຸກທະລຸ, ຫັນຄວາມຄາດຫວັງພັດທະນາຈະເລີນຮຸ່ງເຮືອງໃນກາງສະຕະວັດທີ XXI ໃຫ້ປະກົດຜົນເປັນຈິງ.
ຕໍ່ໜ້າບັນດາການຜັນແປຢ່າງວ່ອງໄວ, ສັບສົນຂອງສະພາບການໂລກ ແລະ ພາກພື້ນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ຢັ້ງຢືນຄຸນນະທາດ, ພູມປັນຍາຂອງພັກໃນການຮັບຮູ້ກາລະໂອກາດສິ່ງທ້າມາຍ, ວາງອອກບັນດານະໂຍບາຍຊີ້ຂາດອັນຖືກຕ້ອງ, ມີລັກສະນະບຸກທະລຸ. ນັ້ນແມ່ນບຸກທະລຸກ່ຽວກັບລະບອບລະບຽບການພັດທະນາ, ກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ; ບຸກທະລຸກ່ຽວກັບການສ້າງຖັນແຖວພະນັກງານທີ່ມີບຸກຄະລິກກະພາບ,ຄວາມສາມາດ ແລະ ອິດທິຜົນຢ່າງພຽງພໍ; ບຸກທະລຸໃນການປຸກລຸກ ແລະ ເສີມຂະຫຍາຍທຸກແຫຼ່ງກຳລັງຢ່າງແຮງ, ໂດຍສະເພາະແມ່ນຊັບພະຍາກອນມະນຸດ ຫວຽດນາມ. ທ່ານ ສຈ.ປອ ຫງວຽນກວາງງອກ, ຮອງປະທານສະມາຄົມວິທະຍາປະຫວັດສາດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
“ພວກເຮົາໄດ້ຜ່ານໄລຍະ 80 ປີເພື່ອສ້າງສາ, ກະກຽມແລະດຽວນີ້ຮອດຈຸດເວລາເພື່ອກ້າວກະໂດດແລ້ວ. ດັ່ງນັ້ນ, ອາດເວົ້າໄດ້ວ່າກອງປະຊຸມໃຫຍ່ຄັ້ງນີ້ແມ່ນຂີດໝາຍບາດກ້າວກະໂດດທີ່ມະຫັດສະຈັນ, ກ້າວເຂົ້າສູ່ສັງກາດໃໝ່, ສັງກາດທີ່ປະເທດຊາດພັດທະນາຈະເລີນຮຸ່ງເຮືອງ, ສິວິໄລ, ວັດທະນະຖາວອນແລະທຽບທັນກັບບັນດາປະເທດມະຫາອຳນາດໃນ 5 ທະວີບ”.
![]() |
| ທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ (ພາບ: baoquocte.vn) |
ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ແບ່ງປັນວ່າ:
“ສິ່ງທີ່ສ້າງແຮງບັນດານໃຈຢ່າງແທ້ຈິ່ງໃຫ້ແກ່ເລື່ອງລາວຂອງຫວຽດນາມບໍ່ພຽງແຕ່ແມ່ນບັນດາຕົວເລກເທົ່ານັ້ນຫາກຍັງແມ່ນຄວາມຕັດສິນໃຈຮັບປະກັນວ່າການເຕີບໂຕເສດຖະກິດຈະນຳມາເຊິ່ງຊີວິດທີ່ສົດໃສກວ່າໃຫ້ແກ່ປະຊາຊົນທຸກຄົນ, ຫຼຸດຜ່ອນຄວາມຂາດສະເໝີພາບແລະປັບປຸງບັນດາລະບອບລະບຽບການ. ນັ້ນແມ່ນຄວາມກ້າຫານເພື່ອປະເຊີນໜ້າກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃນຂະນະສູ້ຊົນເພື່ອອະນາຄົດສີຂຽວກວ່າແລະອົງອາດກ້າແກ່ນກວ່າ”.
ດ້ວຍມູນເຊື້ອອັນສະຫງ່າລາສີ, ດ້ວຍຄຸນນະທາດທີ່ໄດ້ຮັບການຊຸບຫຼໍ່ຜ່ານພຶດຕິກຳຕົວຈິງຂອງການປະຕິວັດ ແລະ ດ້ວຍຄວາມເຊື່ອໝັ້ນຂອງປະຊາຊົນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະເປີດໄລຍະທາງພັດທະນາໃໝ່ຢ່າງແນ່ນອນ, ສ້າງພື້ນຖານອັນໝັ້ນແກ່ນເພື່ອຫັນຄວາມຄາດຫວັງ 100 ປີ - ຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ຈະເຂັ້ມແຂງແຮງກ້າ, ວັດທະນາຖາວອນ, ທຽບທັນກັບບັນດາປະເທດມະຫາອຳນາດໃນ 5 ທະວີບ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ໃຫ້ປະກົດຜົນເປັນຈິງ.
ຕາມ vovworld.vn
https://vovworld.vn/lo-LA/ສະຖານະການ-ການເມອງ/ກອງປະຊມໃຫຍຜແທນທວປະເທດຄງທ-xiv-ຂອງພກກອມມນດ-ຫວຽດນາມ-ຂດໝາຍພເສດຄາດຫວງພດທະນາ-1459232.vov
| ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະດຳເນີນໃນວັນທີ 4 ທັນວາ ຍສໝ - ຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຈະຈັດຕັ້ງ “ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບັນດາຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ” ໃນວັນທີ 4 ທັນວາ 2025. |
| ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ: ຂີດໝາຍບັນດາຜົນສຳເລັດດ້ານເສດຖະກິດ ຍສໝ - ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ... |
ຕາມ vovworld.vn

