ພິທີມອບລາງວັນການປະກວດແຕ້ມຮູບ “ແດນມາກ ໃນສາຍຕາຂອງນ້ອງ: ບັນດາແນວຄວາມຄິດສີຂຽວ”

23:15 | 03/04/2025

ຍສໝ - ຕອນບ່າຍວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ແດນມາກ (VIDAFA) ສົມທົບກັບສະຖານທູດ ແດນມາກ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນການປະກວດແຕ້ມຮູບ “ແດນມາກໃນສາຍຕາຂອງນ້ອງ: ບັນດາແນວຄວາມຄິດສີຂຽວ”.

4 ໜ້າທີ່ສຳຄັນຂອງສະມາຄົມນັກຊ່ຽວຊານ ແລະ ຊົນຊັ້ນປັນຍາຊົນຫວຽດນາມ ຢູ່ ແດນມາກ ໃນປີ 2024
ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີນໍ້າໃຈມິດຕະພາບ ຫວຽດນາມ - ແດນມາກ
ພິທີມອບລາງວັນການປະກວດແຕ້ມຮູບ “ແດນມາກ ໃນສາຍຕາຂອງນ້ອງ: ບັນດາແນວຄວາມຄິດສີຂຽວ”

ຄະນະ​ຈັດ​ຕັ້ງ​ໄດ້​ມອບ 02 ລາງວັນ​ທີ 1 ​ແລະ 01 ລາງວັນ​ພິ​ເສດ​ໃຫ້​ແກ່​ການ​ປະ​ກວດ​ຮູບ​ແຕ້ມ “​ແດນ​ມາກ​ໃນ​ສາຍຕາ​ຂອງ​ນ້ອງ”. (ພາບ: ມາຍແອັງ)

ຜັນຂະຫຍາຍນັບແຕ່ໃນເດືອນກັນຍາ 2024, ການປະກວດໄດ້ດຶງດູດຫຼາຍກ່ວາ 24,600 ຜົນງານເຂົ້າຮ່ວມຂອງບັນດານັກສຶກສາຈາກ 260 ໂຮງຮຽນ ແລະ ສະໂມສອນໃນທົ່ວປະເທດ. ດ້ວຍຫົວຂໍ້ “ບັນດາແນວຄວາມຄິດສີຂຽວ”, ການປະກວດໄດ້ປຸກຄວາມຄິດປະດິດສ້າງຂອງບັນດານັກຮຽນ, ສົ່ງເສີມໃຫ້ເຂົາເຈົ້າຮຽນຮູ້ກ່ຽວກັບບັນດາສິ່ງທ້າທາຍສຳລັບສິ່ງແວດລ້ອມ ແລະ ສະເໜີວິທີແກ້ໄຂເພື່ອປົກປັກຮັກສາທຳມະຊາດແບບຍືນຍົງ.

ພິທີມອບລາງວັນການປະກວດແຕ້ມຮູບ “ແດນມາກ ໃນສາຍຕາຂອງນ້ອງ: ບັນດາແນວຄວາມຄິດສີຂຽວ”

ນັກ​ສຶກສາ ຫງວຽນ​ຮ່ວາງ​ທິງ ​ແລະ ຜົນງານ​ຂອງ​ຕົນ​ໄດ້​ຮັບ​ລາງວັນ​ພິ​ເສດ “ໂລກ​ສີຂຽວ - ອະນາຄົດ​ສີຂຽວ”. (ພາບ: ມາຍແອັງ)

ຄະນະ​ກຳມະການ​ໄດ້​ຄັດ​ເລືອກ, ມອບ 74 ລາງວັນ​ບຸກຄົນ​ລວມມີ: 01 ລາງວັນ​ພິ​ເສດ, 02 ລາງວັນ​ທີ 1, 04 ລາງວັນ​ທີ 2, 08 ລາງວັນ​ທີ 3, 50 ລາງວັນ​ທີ 4 ​ແລະ 09 ລາງວັນຄວາມຫວັງ. ຄະນະ​ຈັດ​ຕັ້ງ​ຍັງ​ໄດ້​ມອບ​ລາງວັນ​ລວມ 05 ລາງວັນລວມໝູ່​ ​ໃຫ້​ບັນດາ​ຫົວໜ່ວຍ​ທີ່​ມີ​ຜົນງານ​ຄຸນ​ນະພາ​ບຫຼາຍ​ຢ່າງ. ໃນນັ້ນ, ລາງວັນ​ພິ​ເສດ​ແມ່ນ​ໄດ້​ມອບ​ໃຫ້​ແກ່ຜົນ​ງານ “ໂລກສີ​ຂຽວ - ອະນາຄົດ​ສີຂຽວ” ຂອງ​ນ້ອງ ຫງວຽນ​ຮວ່າງ​ທິ້ງ, ນັກຮຽນຢູ່​ໂຮງຮຽນ ຮ່າ​ໂນ້ຍ Victoria (ຮ່າ​ໂນ້ຍ).

ພິທີມອບລາງວັນການປະກວດແຕ້ມຮູບ “ແດນມາກ ໃນສາຍຕາຂອງນ້ອງ: ບັນດາແນວຄວາມຄິດສີຂຽວ”

ທ່ານ​ເອກ​ອັກຄະ​ລັດຖະທູດ ແດນ​ມາກ ປະຈຳ ຫວຽດນາມ Nicolai Prytz. (ພາບ: ມາຍແອັງ)

ກ່າວ​ຄຳ​ປາໄສ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ ປະຈຳ​ ຫວຽດນາມ, ທ່ານ Nicolai Prytz ​ໃຫ້​ຮູ້​ວ່າ: ​ໄວ​ໜຸ່ມ​ມີ​ບົດບາດ​ສຳຄັນ​ໃນ​ການ​ກໍ່ສ້າງ​ສັງຄົມ ​ແລະ ຊຸກຍູ້ບັນດາ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ. ການປະກວດບໍ່ພຽງແຕ່ແມ່ນສະໜາມຫຼິ້ນເທົ່ານັ້ນ, ຫາກຍັງເປັນຫຼັກຖານພະຍານກ່ຽວກັບຄວາມຄິດປະດິດສ້າງ ແລະ ຄວາມຮັບຜິດຊອບຂອງຊາວໜຸ່ມ ຫວຽດນາມ ໃນການສ້າງອະນາຄົດທີ່ຂຽວສົດງົດງາມ, ຍືນຍົງ. ຜ່ານ​ການ​ປະ​ກວດ, ຊາວ​ໜຸ່ມ ​ຫວຽດ​ນາມ ມີ​ບັນ​ດາ​ເວ​ທີ​ສະ​ແດງມຸມມອງຂອງຕົນ​ໃນຂະ​ບວນ​ການ​ຫັນ​ປ່ຽນ​ຂຽວ​ຂອງ​ປະ​ເທດຊາດ.

ຕາມ​ທ່ານ ​ເລ​ງອກ​ຕ໋ວນ, ຮອງ​ຫົວໜ້າ​ກົມການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ), ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ແດນ​ມາກ ​ແລ້ວ, ນັບ​ແຕ່ຄັ້ງທຳອິດ​ໄດ້​ຈັດ​ຂຶ້ນ​ໃນ​ປີ 2016, ການ​ປະກວດຍາມໃດກໍ່ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຈາກ​ບັນດານັກ​ຮຽນ. ຜ່ານ​ບັນດາຮູບ​ແຕ້ມ​ທີ່​ບໍລິສຸດ, ເຕັມໄປດ້ວຍ​ຄວາມ​ຈິນຕະນາການ, ບັນດາ​ເດັກນ້ອຍ​ໄດ້​ສະ​ແດງ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ອນບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ເຊັ່ນ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ​ແລະ ສຳຄັນ​ກວ່າ​ນັ້ນ​ແມ່ນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຂົາ​ເຈົ້າ​ໃນ​ການ​ກະທຳຢ່າງຕັ້ງໜ້າ​ໃຫ້​ດາລາ​ສີຂຽວ.

ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ

ຍສໝ - ນັບແຕ່ເມືຶ່ອສ້າງຕັ້ງການພົວພັນທາງການທູດມາແຕ່ປີ 1971, ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະແດນມາກ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ພິເສດແມ່ນນັບແຕ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2013 ແລະສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ໃນຕົ້ນເດືອນພະຈິກນີ້.

ທ່ານຮອງປະທານປະເທດຫວຽດນາມ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ ທ່ານຮອງປະທານປະເທດຫວຽດນາມ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ

ຍສໝ - ຕອນ​ບ່າຍ​ວັນ​ທີ 20 ພະຈິກ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ແດນ​ມາກ​ ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​ເດີນທາງມາ​ຮອດ Copenhagen, ທ່ານ​ຮອງ​ປະທານ​ປະ​ເທດ ນາງ ຫວໍທິແອັງຊັວນ ​ຕ້ອນຮັບ​ປະທານ​ສະມາຄົມ​ມິດຕະພາບ ​ແດນ​ມາກ - ຫວຽດນາມ ​(DAVIFO).

ແທັງຮັ່ງ

ເຫດການ