ສ​ປ​ຊ ຮັບ​ຮອງ​ເອົາ​ເອ​ກະ​ສານ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ປະ​ຫ​ວັດ​ສາດ ປົກ​ປັກ​ຮັກ​ສາ ມະ​ຫາ​ສະ​ໝຸດ

11:20 | 07/03/2023

ຍ​ສ​ໝ - ຄະນະຜູ້ແທນ ຫວຽດນາມ ກໍໄດ້ຍົກອອກຫຼາຍຂໍ້ສະເໜີແນະ ເພື່ອຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາ, ພິເສດແມ່ນຂໍ້ກຳນົດຕ່າງໆ ທີ່ກ່ຽວຂ້ອງເຖິງການສ້າງກຳລັງຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຢີທາງທະເລ.

ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ແມ່​ຍິງ ແລະ ເດັກ​ຍິງ ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ແມ່​ຍິງ ແລະ ເດັກ​ຍິງ
ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່
ພາບ​ປະ​ກອບ: AFP
ພາບ​ປະ​ກອບ: AFP

ພາຍຫຼັງໄດ້ເຈລະຈາກັນມາເປັນເວລາຫຼາຍປີ, ວັນທີ 4 ມີນາ, ຢູ່ສຳນັກງານ ສປຊ ຕັ້ງຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ໃນທີ່ສຸດ ບັນດາປະເທດສະມາຊິກ ສປຊ ກໍໄດ້ຮັບຮອງເອົາສົນທິສັນຍາສາກົນສະບັບທຳອິດ ກ່ຽວກັບການປົກປັກຮັກສາທະເລ. ນີ້ແມ່ນໝາກຜົນທີ່ໄດ້ລໍຄອຍມາແຕ່ດົນນານ ເຊິ່ງບັນດາອົງການສິ່ງແວດລ້ອມຖືວ່າ ສາມາດຕ່າວປີ້ນບັນດາຜົນເສຍຫາຍກ່ຽວກັບຊີວະນາໆພັນຢູ່ທະເລ ກໍຄື ຮັບປະກັນການພັດທະນາແບບຍືນຍົງ.
ສົ​ນ​ທິ​ສັນ​ຍາ​ດັ່ງ​ກ່າວ​ມີ​ຄວາມ​ບັງ​ຄັບ​ທາງ​ດ້ານ​ນິ​ຕິນ​ກຳ ເພື່ອ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ ແລະ ຮັບ​ປະ​ກັນ​ການ​ນຳ​ໃຊ້​ຊີ​ວະ​ນາໆ​ພັນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ ແບບ​ຍືນ​ຍົງ ເຊິ່ງ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ເປັນ​ເວ​ລາ​ຕະຫຼອດ 15 ປີ, ໃນ​ນັ້ນ ມີ 4 ປີ​ປຶກ​ສາ​ຫາ​ລື​ຢ່າງ​ເປັນ​ທາງ​ການ ໂດຍ​ນັກ​ເຈ​ລະ​ຈາ​ຕາງ​ໜ້າ​ກ່​ວາ 100 ປະ​ເທດ​ເຫັນ​ດີ​ເປັ​ນ​ເອ​ກະ​ພາບພາຍຫຼັງ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​ເປັນ 5 ຮອບ, ໂດຍ​ ສ​ປ​ຊ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ.​ ສົນທິສັນຍາສະບັບດັ່ງກ່າວມີຄວາມຜູກມັດກ່ຽວກັບດ້ານນິຕິກຳ ເພື່ອແນໃສ່ອະນຸລັກຮັກສາ ແລະ ຮັບປະກັນການນຳໃຊ້ຊີວະນາໆພັນຢູ່ມະຫາສະໝຸດແບບຍືນຍົງ. ສົນທິສັນຍາສະບັບນີ້ ຈະມີຜົນສັກສິດຢ່າງເປັນທາງການ ພາຍຫຼັງທີ່ໄດ້ຮັບການພິຈາລະນາປະໂຫຍກ, ຄຳເວົ້າຢ່າງເຄັ່ງຄັດຈາກບັນດາທະນາຍຄວາມ ແລະ ຈະໄດ້ແປອອກເປັນ 6 ພາສາ ທາງການຂອງ ສປຊ.

ເຖິງວ່າເອກະສານສະບັບດັ່ງກ່າວຍັງບໍ່ທັນໄດ້ປະກາດຢ່າງເປັນທາງການກໍຕາມ, ແຕ່ສຳລັບນັກເຄື່ອນໄຫວໃນຂະແໜງສິ່ງແວດລ້ອມ ຖືວ່າ ເລື່ອງບັນດາປະເທດບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ສົນທິສັນຍາສະບັບນີ້ ພາຍຫຼັງເຈລະຈາມາເປັນເວລາຍາວນານ ແມ່ນບາດກ້າວກະໂດດຂັ້ນໃນການປົກປັກຮັກສາຊີວະນາໆພັນ.

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີການປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດທະນາການເຈລະຈາຢູ່ກອງປະຊຸມ. ຄະນະຜູ້ແທນ ຫວຽດນາມ ກໍໄດ້ຍົກອອກຫຼາຍຂໍ້ສະເໜີແນະ ເພື່ອຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາ, ພິເສດແມ່ນຂໍ້ກຳນົດຕ່າງໆທີ່ກ່ຽວຂ້ອງເຖິງການສ້າງກຳລັງຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຢີທາງທະເລ.

ຕາມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປິ 1982 ແລ້ວ, ທະ​ເລ​ແມ່ນ​ເຂດ​ທະ​ເລ​ສາ​ກົນ, ລວມ​ມີ​ທຸກ​ເຂດ​ທະ​ເລ​ທີ່​ບໍ່​ນອນ​ໃນ​ເຂດ​ເສດ​ຖະ​ກິດ​ສະ​ເພາະ, ນ່ານ​ນ້ຳ​ຂອງ​ປະ​ເທດ​ໃດ​ ກໍ່​ຄື​ບໍ່​ນອນ​ໃນ​ເຂດ​ນ່ານ​ນ້ຳ​ຂອງ​ໝູ່​ເກາະ​​ປະ​ເທດ​ໃດ. ດັ່ງ​ນັ້ນ ທະ​ເລ​ບໍ່​ຂຶ້ນ​ກັບ​ສິດ​ອຳ​ນາດ​ຂອງ​ປະ​ເທດ​ໃດ. ເຖິງວ່າ​ທະ​ເລກວມ​ເອົາ​ກ່​ວາ 60% ເນື້ອ​ທີ່​ຂອງ​ມະ​ຫາ​ສະ​ໝຸດ​ໂລກ ແລະ ເກືອບ 50% ເນື້ອ​ທີ່​ດິນ​ຂອງ​ໜ່ວຍ​ໂລກ, ແຕ່​ມີ​ປະ​ມານ 1% ເນື້ອ​ທີ່​ທະ​ເລ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ. ດັ່ງ​ນັ້ນ, ນັບ​ແຕ່​ເວ​ລາ​ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້​ມີ​ຜົນ​ສັກ​ສິດ ຈະ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ເຂດ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໃນ​ເຂດ​ທະ​ເລ​ສາ​ກົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.