ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ຈາກ​ສັງ​ຄົມ​ເພື່ອ​ດູ​ແລ, ຊ່ວຍ​ເຫຼືອ ແລະຕໍ່​ສູ້​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ

11:13 | 30/12/2021

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ຈັດຕັ້ງພິທີລະນຶກເຖິງໄພພິບັດທາດພິດສີສົ້ມ ຢູ່ຫວຽດນາມ ຄົບຮອບ 60 ປີ (10 ສິງຫາ 1961 – 10 ສິງຫາ 2021).

ສະ​ມາ​ຄົມ ແບນ​ຊິກ - ຫວຽດ​ນາມ​ ຈັດ​ລາ​ຍ​ການ​ແຫ່ງ​ຄວາມ​ສາ​ມັກ​ຄີກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ ຫວຽດ​ນາມ ສະ​ມາ​ຄົມ ແບນ​ຊິກ - ຫວຽດ​ນາມ​ ຈັດ​ລາ​ຍ​ການ​ແຫ່ງ​ຄວາມ​ສາ​ມັກ​ຄີກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ ຫວຽດ​ນາມ
ຜູ້ປະ​ສົບ​ເຄ​າ​ະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ມີ​ວິ​ທີ​ການ​ຫາ​ເງິນ​ລ້ຽງ​ຊີບ​ຕື່ມອີກ ເພື່ອ​ບໍ່​ຕ້ອງເອື່ອຍ​​ອີງ​ຄອບ​ຄົວ ແລະສັງ​ຄົມ ຜູ້ປະ​ສົບ​ເຄ​າ​ະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ມີ​ວິ​ທີ​ການ​ຫາ​ເງິນ​ລ້ຽງ​ຊີບ​ຕື່ມອີກ ເພື່ອ​ບໍ່​ຕ້ອງເອື່ອຍ​​ອີງ​ຄອບ​ຄົວ ແລະສັງ​ຄົມ

ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ຊີ້ແຈ້ງວ່າ ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ອາເມລິກາ ໄດ້ນຳໃຊ້ ໃນປາງສົງຄາມຢູ່ຫວຽດນາມ ຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ ແມ່ນບັນຫາທີ່ຮີບດ່ວນ, ທັງຍາວນານ, ທັງແມ່ນຄວາມຮັບຜິດຊອບຂອງ ທັງລະບົບການເມືອງ ແລະທົ່ວສັງຄົມ.

undefined
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດ ພິດສີສົ້ມ/ດີໂອຊິນ. ພາບ: TTXVN

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຕ້ອງປ່ຽນແປງໃໝ່ວຽກງານໂຄສະນາສຶກສາ, ປຸກລະດົມຂົນຂວາຍເພື່ອໃຫ້ຫາງສຽງຢູ່ທັງພາຍໃນ ແລະຕ່າງປະເທດມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບໄພພິບັດທາດພິດສີສົ້ມຢູ່ຫວຽດນາມ, ຈາກນັ້ນ ຕັ້ງໜ້າເຂົ້າຮ່ວມຕອບສະໜອງຂະບວນການ “ເຄື່ອນ ໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ດ້ວຍການກະທຳທີ່ລະອຽດ, ບົນເນື້ອໃນຈິດໃຈ “ບໍ່ປະໃຫ້ຜູ້ປະສົບເຄາະຮ້າຍຄົນໃດຖືກປະຢູ່ເບື້ອງຫຼັງ”

ຕ້ອງມີການເຄື່ອນໄຫວທີ່ແທດຈິງກວ່າເພື່ອເບິ່ງແຍງດູແລສຸຂະພາບ, ຊີວິດການ ເປັນຢູ່ ແລະວຽກເຮັດງານທຳຂອງຜູ້ປະສົບເຄາະຮ້າຍ ແລະຄອບຄົວຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ. ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ການປະຕິບັດລະບອບນະໂຍບາຍທີ່ມີຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”.

ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດ ພິດສີສົ້ມ/ດີໂອຊິນ.

ບູນມີ

ເຫດການ
302 Found

Found

The document has moved here.