ສະ​ມາ​ຄົມ ແບນ​ຊິກ - ຫວຽດ​ນາມ​ ຈັດ​ລາ​ຍ​ການ​ແຫ່ງ​ຄວາມ​ສາ​ມັກ​ຄີກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ ຫວຽດ​ນາມ

09:38 | 18/10/2021

ຜູ້ຄົນທີ່ເຂົ້າຮ່ວມລາຍການດັ່ງກ່າວ ຈະໄດ້ຮັບຊົມຮູບເງົາເອກະສານ “ທາດພິດສີສົ້ມ - ລູກລະເບີດທີ່ຍັງບໍ່ທັນແຕກ” ຂອງນັກປະພັນ ໂຮ່ຖ໋ຍຕຽນ ຊາວ ຫວຽດນາມ ແລະ ທ່ານ Lindebrings ຊາວ ຝລັ່ງ. ຮູບເງົາດັ່ງກ່າວ ໄດ້ພັນລະນາກ່ຽວກັບຊີວິດການເປັນຢູ່ທີ່ລຳບາກກາກກຳຂອງປະຊາຊົນ ຫວຽດນາມ ຢູ່ເຂດຕິດທາດພິດສີສົ້ມ.

ສ້າງ​ຕັ້ງ​ຕາ​ໜ່​າງ​ປ່ຽນ​ແປງ​ໃໝ່​ປະ​ດິ​ດ​ຄິດ​ສ້າງ ຫວຽດ​ນາມ ຢູ່ ເອີ​ຣົບ ສ້າງ​ຕັ້ງ​ຕາ​ໜ່​າງ​ປ່ຽນ​ແປງ​ໃໝ່​ປະ​ດິ​ດ​ຄິດ​ສ້າງ ຫວຽດ​ນາມ ຢູ່ ເອີ​ຣົບ
ຫວຽດ​ນາມ ຄວບ​ຄຸມ​ໂລ​ກ​ລະ​ບາດ​ໂຄວິດ - 19 ໃນ​ຂອ​ບ​ເຂດ​ທົ່ວ​ປະ​ເທດໄດ້​ໂດຍ​ພື້ນ​ຖານ ຫວຽດ​ນາມ ຄວບ​ຄຸມ​ໂລ​ກ​ລະ​ບາດ​ໂຄວິດ - 19 ໃນ​ຂອ​ບ​ເຂດ​ທົ່ວ​ປະ​ເທດໄດ້​ໂດຍ​ພື້ນ​ຖານ
undefined
ຜູ້ຄົນທີ່ເຂົ້າຮ່ວມລາຍການຊົມຮູບເງົາເອກະສານ “ທາດພິດສີສົ້ມ - ລູກລະເບີດທີ່ຍັງບໍ່ທັນແຕກ” ຂອງນັກປະພັນ ໂຮ່ຖ໋ຍຕຽນ ຊາວ ຫວຽດນາມ ແລະ ທ່ານ Lindebrings ຊາວ ຝລັ່ງ.(ພາບ: TTXVN)

ຕອນຄ່ຳວັນທີ 15 ຕຸລາ ຢູ່ນະຄອນຫຼວງ ບຣຸກແຊນ (ປະເທດແບນຊິກ), ສະມາຄົມ ແບນຊິກ - ຫວຽດນາມ ໄດ້ຈັດຕັ້ງລາຍການແຫ່ງຄວາມສາມັກຄີກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊິນ ຫວຽດນາມ ແລະ ງານວາງສະແດງຮູບພາບຂົນຂວາຍ, ບຸກລະດົມ, ພາບເອກະສານກ່ຽວກັບສົງຄາມຢູ່ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງທ່ານນາງ ເຈິ່ນໂຕ໊ງາ ເຊິ່ງເປັນຜູ້ທີ່ພວມຕໍ່ສູ້ກັບບັນດາບໍລິສັດຜະລິດທາດເຄມີ ອາເມລິກາ ເພື່ອຮຽກທວງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊິນ ຫວຽດນາມ. ເຫດການດັ່ງກ່າວ ໄດ້ດູງດູດເພື່ອນແບນຊິນ ທີ່ມີຄວາມຮັກແພງກັບ ຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ ແບນຊິກ ເຊິ່ງເປັນອະດີດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ແບນຊິກແຕ່ສະໄໝ 1970 – 1980.

ຜູ້ຄົນທີ່ເຂົ້າຮ່ວມລາຍການດັ່ງກ່າວ ຈະໄດ້ຮັບຊົມຮູບເງົາເອກະສານ “ທາດພິດສີສົ້ມ - ລູກລະເບີດທີ່ຍັງບໍ່ທັນແຕກ” ຂອງນັກປະພັນ ໂຮ່ຖ໋ຍຕຽນ ຊາວ ຫວຽດນາມ ແລະ ທ່ານ Lindebrings ຊາວ ຝລັ່ງ. ຮູບເງົາດັ່ງກ່າວ ໄດ້ພັນລະນາກ່ຽວກັບຊີວິດການເປັນຢູ່ທີ່ລຳບາກກາກກຳຂອງປະຊາຊົນ ຫວຽດນາມ ຢູ່ເຂດຕິດທາດພິດສີສົ້ມ.

ເມື່ອແບ່ງປັນຕໍ່ນັກຂ່າວ, ທ່ານ Pierre Grega, ປະທານສະມາຄົມ ແບນຊິກ - ຫວຽດນາມ (ABV) ໃຫ້ຮູ້ວ່າ ທາງສະມາຄົມ ຍາມໃດກໍຊອກຫາວິທີໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ເຂົາເຈົ້າໃນການດຳລົງຊີວິດ ແລະ ສືບຕໍ່ສະໜັບສະໜູນທ່ານນາງ ເຈິ່ນໂຕ໊ງາ ໃນການຕໍ່ສູ້ຮຽກທວງໃຫ້ຮັບຮູ້ສິດຂອງຜູ້ປະສົບກັບຄວາມຫຍຸ້ງຍາກຈາກທາດພິດດີໂອຊີນ.

vov.world.vn

ເຫດການ
302 Found

Found

The document has moved here.