ປຸກລະດົມເດືອນກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ

00:00 | 11/08/2023

ຍສໝ - ໃນຊຸມປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 62 ປີແຫ່ງວັນວິນາດສະກຳສີສົ້ມຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2023) ແລະ ສະໜັບສະໜູນເດືອນກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ, ຕອນຄ່ຳວັນທີ 01 ສິງຫາ, ຢູ່ ຮ່າໂນ້ຍ, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ ຫວຽດນາມ ໄດ້ສົມທົບກັບຫ້ອງການອົງການປະຈຳການຄະນະຊີ້ນຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດມາກມິນ ແລະ ທາດພິດເຄມີພາຍຫຼັງສົງຄາມຢູ່ ຫວຽດນາມ, ສູນກະຈາຍສຽງ - ໂທລະພາບກອງທັບ ຈັດງານພົບປະແລກປ່ຽນ - ສິລະປະ “ແປວໄຟແຫ່ງຄວາມໄວ້ເນື້ອເຊື່ອໃຈ” ແລະ ເດືອນກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ.

ປຸກລະດົມເດືອນກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ

ພິທີເຊີດຊູບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ

(ພາບ: TTXVN)

ກ່າວຄຳເຫັນທີ່ລາຍການ, ທ່ານນາງ ບຸຍທິມິນຮ່ວາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ຢືນຢັນວ່າ ໃນຊຸມປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ. ບັນດາແຜນນະໂຍບາຍ, ນະໂຍບາຍດັ່ງກ່າວໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຈາກປະຊາຊົນ, ດຶງດູດຄວາມສົນໃຈຂອງປະຊາຊົນຢູ່ພາຍໃນ ແລະ ຕ່າງປະເທດ, ກໍຄືເພື່ອນມິດສາກົນ. ຜ່ານນັ້ນ, ປະກອບສ່ວນຊ່ວຍໃຫ້ບັນດາຜູ້ປະສົບເຄາະຮ້າຍຫຼຸດຜ່ອນຄວາມຫຍຸ້ງຍາກ, ຄວາມເຈັບປວດ, ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິເທື່ອລະກ້າວ, ເຊື່ອມຕົວເຂົ້າກັບວົງຄະນະຍາດ. ທ່ານນາງ ບຸຍທິມິນຮ່ວາຍ, ກ່າວວ່າ:

“ເນື່ອງໃນໂອກາດນີ້, ຂ້າພະເຈົ້າຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ, ຕັ້ງໜ້າສະໜັບສະໜູນດ້ວຍບັນດາການກະທຳ ແລະ ວຽກງານທີ່ແທດຈິງ ເພື່ອໃຫ້ເດືອນກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ ບັນລຸໄດ້ຜົນງານສູງ, ປະກອບສ່ວນຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນມີຊີວິດດີງາມກວ່າເກົ່າ”.

ດີງເລື້ອງ

ເຫດການ
302 Found

Found

The document has moved here.