ກວາງນິງ ຈະເປີດປະຕູຮັບນັກທ່ອງທ່ຽວສາກົນຄັ້ງທຳອິດ ໃນວັນທີ 7 ມັງກອນ 2022

11:32 | 29/12/2021

ຍສໝ - ເພື່ອ​ຕ້ອນຮັບ​ຄະນະນັກທ່ອງທ່ຽວ​ ສ.​ເກົາຫຼີ ຄັ້ງ​ທຳ​ອິດ (ຕາມ​ໂຄງການ​ທົດ​ລອງ) ຄາດ​ວ່າ​ຈະ​ເຂົ້າເມືອງ ຫວຽດນາມ ໃນ​ວັນ​ທີ 27 ມັງກອນ 2021, ກວາງ​ນິງ ພວມ​ຕັ້ງໜ້າ​ກະກຽມ​ແຜນການ, ຜັນ​ຂະຫຍາຍ​ແຜນດຳເນີນການ ​ແລະ ​ແນະນຳ​ການຕ້ອນ​ຮັບ, ການ​ບໍລິການ​ນັກ​ທ່ອງ​ທ່ຽວ​ຢ່າງ​ປອດ​ໄພ.

ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ
ແຂວງ ກວາງນິງ ໃຫ້ບຸລິມະສິດການທ່ອງທ່ຽວຄົບວົງຈອນຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ແຂວງ ກວາງນິງ ໃຫ້ບຸລິມະສິດການທ່ອງທ່ຽວຄົບວົງຈອນຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ

ກວາງ​ນິງ ​ໄດ້​ຄັດ​ເລືອກ​ທົດ​ລອງ​ຮູບ​ແບບ​ການທ່ອງທ່ຽວແບບຄົບວົງຈອນ ​ເພື່ອ​ຕ້ອນຮັບນັກທ່ອງທ່ຽວສາກົນ. ນັ້ນ​ແມ່ນ​ຮູບ​ແບບ​ການ​ລ່ອງ​ເຮືອ ແລະ ພັກຕອນ​ຄ່ຳຢູ່ເຮືອ ໃນ​ອ່າວ​ຮ່າ​ລອງ ​ແລະ ຮູບ​ແບບ​ຕ້ອນຮັບ​ແຂກ​ມາ​ທ່ອງທ່ຽວລະຫຼິ້ນ ​ແລະ ພັກຜ່ອນບຳລຸງສຸຂະພາບ ​ຢູ່​ເຂດ​ທ່ອງ​ທ່ຽວ​ສາກົນ​ຕວນ​ເຈົາ (ຮ່າ​ລອງ), ​ເຂດ​ທ່ອງ​ທ່ຽວ​ອຽນ​ຕື (ນະຄອນ ອວາງບີ໋) ​ແລະ ​ເຂດ​ທ່ອງ​ທ່ຽວ​ມ້ອງກ້າຍ (ນະຄອນມ້ອງກ້າຍ).

ແຂວງກວາງ​ນິງ ໄດ້​ກໍ່​ສ້າງ ​ແລະ ວາງອອກບັນດາ​ແຜນການ ​ແລະ ລະບຽບ​ການ​ແນະນຳ​​ເພື່ອ​ຕ້ອນຮັບ ​ແລະ ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ. ສະ​ເພາະ​ແຂວງ ກວາງ​ນິງ ​ໄດ້​ປະກາດໃຊ້​ແລະ ​ໂຄສະນາ​ໃຫ້​ບັນດາ​ວິ​ສາ​ຫະກິດ​ບໍລິການ​ທ່ອງ​ທ່ຽວ​ຢູ່ໃນບໍລິເວນ “ກຳນົດ​ມາດ​ຕະການ​ຊົ່ວຄາວ ​ເພື່ອ​ຕີ​ລາຄາ​ລະດັບ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ Covid – 19” ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ. ກຳນົດ​ມາດ​ຖານ​ຄວາມ​ປອດ​ໄພ​ລວມມີ 24 ມາດຖານ​ບັງຄັບ, 11 ມາດຖານ​ແນະນຳສົ່ງເສີມໃຫ້​ບັນດາ​ວິ​ສາ​ຫະກິດ​ປະຕິບັດ​ຢ່າງ​ເຂັ້ມ​ງວດ.

ກວາງນິງ ຈະເປີດປະຕູຮັບນັກທ່ອງທ່ຽວສາກົນຄັ້ງທຳອິດ ໃນວັນທີ 7 ມັງກອນ 2022
ກວາງນິງ ຈະເປີດປະຕູຮັບນັກທ່ອງທ່ຽວສາກົນຄັ້ງທຳອິດ ໃນວັນທີ 7 ມັງກອນ 2022. (ພາບ: baotintuc)

ພາຍຫຼັງ​ການ​ນຳ​ໃຊ້​ມາດ​ຕະການ​ທີ່​ໜັກ​ແໜ້ນ​ເປັນ​ເວລາ​ຍາວ​ນານ, ​ໃນ​ນັ້ນ​ມີ​ການ​ຕັດສິນ​ໃຈ​ໂຈະ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ​ແລະ ການ​ບໍລິການ ​ເພື່ອ​ຮັບ​ໃຊ້​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19, ​ແຕ່​ເດືອນ ຕຸລາ ປີ 2021, ​ແຂວງ ກວາງ​ນິງ ​ໄດ້​ເປີດ​ຄືນ​ບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ​, ພ້ອມ​ກັບ​ຂະ​ບວນການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຢ່າງ​ເຄັ່ງ​ຄັດ. ຮອດເດືອນພະຈິກ 2021, ແຂວງກວາງ​ນິງ ໄດ້ທົດລອງການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ, ສຸມໃສ່ເປີດການທ່ອງທ່ຽວ ແລະ ເສັ້ນທາງທ່ອງທ່ຽວ ເພື່ອຮັບປະກັນຄວາມປອດໄພຂອງພະຍາດ.

ຕາມ​ແຜນການ​ທີ່​ຜ່ານ​ມາ, ແຂວງກວາງ​ນິງ ຈະ​ຕ້ອນຮັບ​​ຄະນະນັກທ່ອງທ່ຽວ​ ສ.​ເກົາຫຼີ ​ຄັ້ງ​ທຳ​ອິດ​ຕາມ​ໂຄງການ​ທົດ​ລອງ, ​ໂດຍ​ຜ່ານ​ສະໜາມ​ບິນ​ສາກົນ ເວີນດົນ ​ໃນ​ວັນ​ທີ 7 ມັງ​ກອນ 2022. ເຖິງແນວໃດກໍ່ຕາມ, ເນື່ອງຈາກປະກົດມີໄວຣັດສາຍພັນໃໝ່ Omicron, ແຜນການດັ່ງກ່າວ ຈຶ່ງຖືກເລື່ອນໄປເປັນວັນທີ 27 ມັງກອນ 2022.

ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ ​ສ.​ເກົາຫຼີ ​ປະມານ 3.000 ຄົນ ​ເລີ່ມເດີນທາງຈາກ Incheon ໄປ​ຍັງກວາງ​ນິງ, ດ້ວຍ 16 ຖ້ຽວ​ບິນ ​ແລະ ​ເຂົ້າເມືອງ​ຜ່ານ​ສະໜາມ​ບິນ​ສາກົນ ເວີນດົນ. ບັນດາ​ນັກທ່ອງທ່ຽວ​ເຫຼົ່າ​ນີ້​ ຈະ​ພຽງ​ແຕ່​ຢູ່​ກວາງ​ນິງ, ທ່ອງທ່ຽວແບບຄົບວົງຈອນ ເພື່ອ​ຄວບ​ຄຸມ​ໄດ້​ດີກ​ວ່າ​ເກົ່າ ​ໃນ​ສະພາບ​ການ​ທີ່​ສັບສົນ​ຂອງ​ພະຍາດ​ໂຄ​ວິດ-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.