ແຂວງ ກວາງນິງ ໃຫ້ບຸລິມະສິດການທ່ອງທ່ຽວຄົບວົງຈອນຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ

23:21 | 05/10/2021

ຄາດວ່າ, ແຂວງ ກວາງນິງ ຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງຢູ່ເຂດທ່ອງທ່ຽວ ແລະ ບັນເທິງສາກົນ ຕວນເຈົາ, ອ່າວ ຮະລອງ ແລະ ເຂດທັດສະນີຍະພາບ ອຽນຕື໋.

ບູລະນະຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19 ບູລະນະຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19
ເພີ່ມທະວີບັນດາການເຄື່ອນໄຫວມະນຸດສະທຳຊ່ວຍໜູນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19 ເພີ່ມທະວີບັນດາການເຄື່ອນໄຫວມະນຸດສະທຳຊ່ວຍໜູນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19
ພາບປະກອບ
ພາບປະກອບ

ຄາດວ່າ, ນັບແຕ່ເດືອນ ພະຈິກ 2021, ແຂວງກວາງນິງ ຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງ; ບົນພື້ນຖານນັ້ນກໍ່ດັດປັບການຕ້ອນຮັບນັກທ່ອງທ່ຽວໃຫ້ເໝາະສົມ, ຮັບປະກັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຕາມນັ້ນແລ້ວ, ແນະນຳເງື່ອນໄຂລະອຽດສຳລັບນັກທ່ອງທ່ຽວຢູ່ພາຍໃນແຂວງ, ເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວຕ່າງແຂວງມາ ກວາງນິງ ແລະ ກົງກັນຂ້າມ. ທີ່ການປະຊຸມແບບທາງໄກໃນວັນທີ 04 ຕຸລາ, ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ຊີ້ນຳບັນດາວິສາຫະກິດກະກຽມພື້ນຖານວັດຖຸ, ບ່ອນພັກອາໄສ, ພາຫະນະຂົນສົ່ງ ແລະ ຖັນແຖວຜູ້ອອກແຮງງານໃຫ້ເປັນຢ່າງດີ ເພື່ອກະກຽມເລື່ອງຮັບປະກັນດ້ານຄຸນນະພາບໃຫ້ເປັນຢ່າງດີ. ພວກຂ້າພະເຈົ້າຈະປະຕິວັດການກວດວິໄຈຫາເຊື້ອໃຫ້ໄວສຳລັບນັກທ່ອງທ່ຽວ ເພື່ອຮັບປະກັນວ່າ ນັກທ່ອງທ່ຽວມາທ່ຽວຢູ່ແຂວງ ກວາງນິງ ມີຄວາມປອດໄພ ແລະ ກັບເມືອດ້ວຍຄວາມປອດໄພ”.

ຄາດວ່າ, ແຂວງ ກວາງນິງ ຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງຢູ່ເຂດທ່ອງທ່ຽວ ແລະ ບັນເທິງສາກົນ ຕວນເຈົາ, ອ່າວ ຮະລອງ ແລະ ເຂດທັດສະນີຍະພາບ ອຽນຕື໋ ດ້ວຍເງື່ອນໄຂທີ່ໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນ.

vovworld.vn

ເຫດການ
302 Found

Found

The document has moved here.