ສ້າງຕັ້ງສະຫະກອນປາທູນ່າເຕັກໂນໂລຢີສູງຟູອຽນ

11:30 | 28/12/2021

ຍສໝ - ແຂວງ ຟູ​ອຽນ ຫາ​ກໍ່​ຕົກລົງ​ສ້າງ​ຕັ້ງ ​ແລະ ​ເປີດຕົວສະ​ຫະ​ກອນ​ປາທູນ່າເຕັກໂນໂລຢີສູງຟູອຽນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ໃນ​ການ​ຂຸດຂົ້ນ, ປຸງ​ແຕ່ງສ້າງ​ເປັນຍີ່ຫໍ້, ຍົກ​ສູງ​ມູນຄ່າ​ປາທູ​ນ່າຂອງ​ແຂວງ.

ບັນດາເສດຖີຫວຽດນາມມີຕື່ມເກືອບ 3 ຕື້ USD ໃນປີ 2021 ບັນດາເສດຖີຫວຽດນາມມີຕື່ມເກືອບ 3 ຕື້ USD ໃນປີ 2021
ລາຍການພິເສດເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງໂຮງລະຄອນ ການຟ້ອນລຳດົນຕີ ຫວຽດນາມ ລາຍການພິເສດເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງໂຮງລະຄອນ ການຟ້ອນລຳດົນຕີ ຫວຽດນາມ
ພາບປະກອບ: nhandan.vn
ພາບປະກອບ: nhandan.vn

ສະ​ຫະ​ກອນ​ປາທູນ່າເຕັກໂນໂລຢີສູງຟູອຽນ ປະກອບມີ 8 ສະ​ມາ​ຊິກ ດ້ວຍ​ທຶນຈົດທະບຽນ 7 ຕື້​ດົງ; ດຳ​ເນີນ​ງານ​ດ້ວຍ​ເປົ້າ​ໝາຍ​ຮ່ວມ​ມື ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຂຸດຂົ້ນ, ​ປຸງ​ແຕ່ງ, ດຳເນີນທຸລະກິດ ​ແລະ ການ​ສົ່ງ​ອອກ​ປາທູ​ນ່າມະຫາສະໝຸດ. ການ​ຮ່ວມ​ມື​ສ້າງ​ຍີ່​ຫໍ້, ຍົກ​ສູງ​ມູນຄ່າ​ຂອງ​ປາ​ທູ​ນ່າ​ຟູອຽນ...

​ແມ່ນ​ຮູບ​ແບບ​ສະ​ຫະ​ກອນ​ທຳ​ອິດ​ຂອງຟູອຽນ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ການ​ຂຸດ​ຄົ້ນ ແລະ ຫາ​ປາທູ​ນ່າມະຫາສະໝຸດ ແລະ ​ນີ້​ກໍ​ແມ່ນ​ຮູບ​ແບບ​ທີ່​ເໝາະ​ສົມ​ເພື່ອ​ພັດທະນາ​ລະບົບ​ຕ່ອງ​ໂສ້​ການ​ຂຸດ​ຄົ້ນ, ການເກັບ​ຮັກສາ, ເກັບຊື້, ປຸງ​ແຕ່ງ, ບໍລິ​ໂພ​ກ ​ແລະ ສົ່ງ​ອອກ​ອາຫານ​ທະ​ເລ.

ນອກ​ນີ້, ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຫາ​ປາທູ​ນ່າມະຫາສະໝຸດ, ຫວ່າງ​ມໍ່ໆ​ມາ​ນີ້, ​ແຂວງ ຟູອຽນ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຮ່ວມ​ມື​ກັບ​ກຸ່ມບໍລິສັດ Kiyomura ຂອງ​ຍີ່ປຸ່ນ ເພື່ອ​ພັດທະນາ​ອາຫານ​ທະ​ເລ, ພິ​ເສດ​ແມ່ນການ​ພັດທະນາ​ຜະລິດ​ຕະພັນ​ປາທູ​ນ່າມະຫາສະໝຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.