ລາຍການ “ນ້ຳໃຈຄວາມຮັກແພງລະຫວ່າງທະຫານ ແລະ ປະຊາຊົນ” ເຊີດຊູບັນດາແບບຢ່າງດີເດັ່ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

16:14 | 23/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ “ນ້ຳໃຈຄວາມຮັກແພງລະຫວ່າງທະຫານ ແລະ ປະຊາຊົນ” - ລາຍການພົວພັນແລກປ່ຽນວັດທະນະທຳສິລະປະ, ເຊີດຊູບັນດາແບບຢ່າງດີເດັ່ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະ ສະຖານີໂທລະພາບ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.

ກອງ​ປະ​ຊຸມສໍາມະນາ​ວິ​ທະ​ຍາ​ສາດ “30 ປີ​ແຫ່ງ​ການ​ສົມ​ທົບລະຫວ່າງແພດ​ທະ​ຫານ ແລະ ປະຊາຊົນ​ຢູ່​ທະ​ເລ ແລະ ໝູ່​ເກາະ” ກອງ​ປະ​ຊຸມສໍາມະນາ​ວິ​ທະ​ຍາ​ສາດ “30 ປີ​ແຫ່ງ​ການ​ສົມ​ທົບລະຫວ່າງແພດ​ທະ​ຫານ ແລະ ປະຊາຊົນ​ຢູ່​ທະ​ເລ ແລະ ໝູ່​ເກາະ”
ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ
ລາຍການ “ນ້ຳໃຈຄວາມຮັກແພງລະຫວ່າງທະຫານ ແລະ ປະຊາຊົນ” ເຊີດຊູບັນດາແບບຢ່າງດີເດັ່ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19
ລາຍການ “ນ້ຳໃຈຄວາມຮັກແພງລະຫວ່າງທະຫານ ແລະ ປະຊາຊົນ” ເຊີດຊູບັນດາແບບຢ່າງດີເດັ່ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ພາບ: TTXVN

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ນ້ຳໃຈຄວາມຮັກແພງລະຫວ່າງ ທະຫານ ແລະ ປະຊາຊົນ ມີຄຸນຄ່າກຳລັງແຮງພາຍໃນທີ່ສຳຄັນ ປະກອບສ່ວນໃນການຍາດໄດ້ໄຊຊະນະໃນບັ້ນຕໍ່ສູ້ປົກປັກຮັກສາພື້ນຖານເອກະລາດ, ຄວາມເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຜ່ານຜ່າບັນດາໄລຍະປະສົບກັບຄວາມຫຍຸ້ງຍາກຂອງປະຫວັດສາດຄືໄລຍະເກີດໂລກລະບາດໂຄວິດ - 19. ທ່ານປະທານໂຮ່ຈີມິນ, ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ ໄດ້ສັ່ງສອນວ່າ: "ບໍ່ມີປະຊາຊົນ ກໍຈະບໍ່ມີທະຫານ", "ທະຫານກັບປະຊາຊົນຄືປາກັບນ້ຳ".

ນ້ຳໃຈຄວາມຮັກແພງລະຫວ່າງ ທະຫານ ແລະ ປະຊາຊົນ ໄດ້​ເຊື່ອມ​ຕໍ່​ດ້ວຍ​ຄວາມສາມັກຄີ; ຄວາມໄວ້ວາງໃຈ; ມູນເຊື້ອແບ່ງປັນ; ຄວາມຫວັງປະຊາຊົນຮັ່ງມີ-ປະເທດຊາດເຂັ້ມແຂງ-ປະຊາທິປະໄຕ-ຍຸຕິທຳ-ສີວິໄລ...

ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາຢາກໃຫ້ທະຫານສືບຕໍ່ຊ່ວຍເຫຼືອ, ໜູນຊ່ວຍປະຊາຊົນ, ປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຟື້ນຟູການພັດທະນາເສດຖະກິດ - ສັງຄົມ.

ໄຊພອນ

ເຫດການ
302 Found

Found

The document has moved here.