ຫວຽດນາມ ບັນລຸໄດ້ບັນດາຜົນງານຫຼາຍຢ່າງ ເພື່ອແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດສີສົ້ມ/ດີໂອຊິນ

14:25 | 23/12/2021

ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫຼວງຮ່າໂນຍ ໄດ້ຈັດຕັ້ງກອງ​ປະ​ຊຸມສຳມະນາ​ວິ​ທະ​ຍາ​ສາດ​ສາ​ກົນ “ພະ​ຍາດທີ່ກ່ຽວຂ້ອງເຖິງທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຫວຽດ​ນາມ - ສະ​ພາບ​ການໃນ​ປະ​ຈຸ​ບັນ ແລະ ວິ​ທີການ​ແກ້​ໄຂ​ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ປ້ອງ​ກັນ ແລະ ປິ່ນ​ປົວ” ດ້ວຍ​ຮູບ​ການ ​ໂດຍ​ກົງ​ ​ສົມທົບ​ກັບ ​ອອນ​ລາຍ.

ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ
ເບິ່ງແຍງດູແລ, ຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ ເບິ່ງແຍງດູແລ, ຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ

ກອງປະຊຸມແມ່ນນອນໃນຂອບເຂດ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນວິນາດສະກຳທາດພິດສີສົ້ມຢູ່ຫວຽດນາມ, ຈັດຕັ້ງໂດຍ ສະມາຄົມຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA) ສົມທົບກັບ ອົງການປະຈຳຄະນະຊີ້ນຳແຫ່ງຊາດ ແກ້ໄຂຜົນຮ້າຍທີ່ຕາມມາຈາກລູກລະເບີດຝັງດິນ ແລະ ສານເຄມີທາດພິດ ພາຍຫຼັງສົງຄາມຢູ່ຫວຽດນາມ (ຄະນະຊີ້ນໍາ 701) ແລະ ວິທະຍາຄານເສນາຮັກ, ກະຊວງປ້ອງກັນປະເທດ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ພົນ​ໂທ ຫງວຽນ​ວັນ​ລິງ, ປະ​ທານ​ສະ​ມາ​ຄົມ​ຜູ້ປະສົບເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຫວຽດ​ນາມ ຖື​ວ່າ ກອງ​ປະ​ຊຸມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ ເພື່ອປະ​ເມີນ​ສະ​ພາບ​ການອາການພະຍາດທີ່ກ່ຽວຂ້ອງເຖິງ​​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ໃນ​ປະຈຸ​ບັນ ໂດຍທະຫານສະຫະລັດອາເມລິກາ ນຳໃຊ້ໃນສົງຄາມຫວຽດນາມ; ບົນ​ພື້ນຖານ​ນັ້ນ, ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ ​ແລະ ຫຼຸດຜ່ອນ​ຜົນ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ຕໍ່​ສຸຂະພາບ​ຂອງ​ມະນຸດ.

ຫວຽດນາມ ບັນລຸໄດ້ບັນດາຜົນງານຫຼາຍຢ່າງ ເພື່ອແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດສີສົ້ມ/ດີໂອຊິນ
ຫວຽດນາມ ບັນລຸໄດ້ບັນດາຜົນງານຫຼາຍຢ່າງ ເພື່ອແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດສີສົ້ມ/ດີໂອຊິນ. (https://baoquankhu1.vn)

ກອງ​ປະ​ຊຸມ​ ໄດ້​ຮັບ​ບົດ​ອະພິປາຍ 40 ກວ່າ​ບົດ​ຂອງ​ນັກ​ວິ​ທະ​ຍາ​ສາດ, ນັກ​ຊ່ຽວ​ຊານ, ທ່ານ​ໝໍ 50 ກວ່າ​ຄົນ​ຢູ່​ຫວຽດ​ນາມ ແລະ ສາ​ກົນ. ໂດຍສະເພາະ, ນັກວິທະຍາສາດຈາກຍີ່ປຸ່ນ, ຝຣັ່ງ ແລະ ສະຫະລັດອາເມລິກາ ໄດ້ສົ່ງເອກະສານການຄົ້ນຄວ້າ ແລະ ເຂົ້າຮ່ວມການສໍາມະນາທາງອອນໄລ. ບັນດາ​ເອກະສານ​ທີ່​ສົ່ງ​ໄປ​ຍັງ​ກອງ​ປະຊຸມ​ ໄດ້​ຢືນຢັນ ​ແລະ ຊີ້​ແຈງ​ເຖິງ​ຜົນ​ສະທ້ອນ​ອັນ​ຮ້າຍ​ແຮງ​ຂອງ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ; ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ຫວຽດນາມ ​ແລະ ປະຊາ​ຄົມ​ສາກົນ ໃນ​ການ​ແກ້ໄຂ​ຜົນຮ້າຍທີ່ຕາມມາ​ເຖິງ​ສິ່ງ​ແວດ​ລ້ອມ, ນິ​ເວດ​ວິທະຍາ ແລະ ການປິ່ນປົວ​ພະຍາດ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ແລະ ສະ​ເໜີ​ຫຼາຍ​ວິທີ​ແກ້ ​ຄື: ເລັ່ງການລ້າງສານຕົກຄ້າງຂອງທາດພິດສີສົ້ມໃນສິ່ງແວດລ້ອມຢູ່ “ຈຸດຮ້ອນ”; ສຸມ​ໃສ່​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ຈັດ​ຕັ້ງ​ການ​ປິ່ນປົວ ​ແລະ ປ້ອງ​ກັນ​ພະຍາດ, ພະຍາດ​ທີ່ກ່ຽວຂ້ອງ​ກັບ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ເພື່ອ​ຫຼຸດຜ່ອນ​ອັດຕາການ​ເສຍ​ຊີວິດ; ເຜີຍ​ແຜ່​ບົດ​ສະຫຼຸບ​ວິທະຍາສາດ​ ກ່ຽວ​ກັບ​ຮູບ​ແບບ​ການ​ປິ່ນປົວ ​ແລະ ປ້ອງ​ກັນ​ທີ່​ໄດ້​ຮັບ​ການ​ຄົ້ນຄວ້າ ​ແລະ ທົດ​ລອງ​ນຳ​ໃຊ້​ໃນ​ພາກ​ປະຕິບັດ​​ການ​ປິ່ນປົວ ​ແລະ ປ້ອງ​ກັນ​ພະຍາດ ​ທີ່ກ່ຽວຂ້ອງ​ກັບ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ; ເລັ່ງ​​ສຳ​ຫຼວດ, ຄົ້ນ​ຄວ້າ ແລະ ສ້າງ​ລະ​ບົບ​ດິ​ຈິ​ຕອນ ​ເພື່ອຄວບຄຸມ​ພະ​ຍາດ ແລະ ການ​ເຈັບ​ປ່ວຍ​ຂອງ​ຜູ້​ຕິດ​ເຊື້ອ ແລະ ຕິດແປດ​ສານ​ພິດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.