ເປີດໂຕປະຕູຖານຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ໜ້າຕ່າງ App “ທ່ອງທ່ຽວກຸ່ຍເຍີນ-ບິ່ງດິງ”

16:30 | 19/12/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ສະ​ພາ​ປະ​ຊາ​ຊົນ​ແຂວງ​ບິ່ງ​ດິງ​ໄດ້​ເປີດ​ໂຕ​ປະ​ຕູ​ຖານ​ຂໍ້​ມູນ​ຂ່າວ​ສານ​ການ​ທ່ອງ​ທ່ຽວ ແລະ ໜ້າ​ຕ່າງ App “ທ່ອງ​ທ່ຽວ​ກຸ່ຍ​ເຍີນ-ບິ່ງ​ດິງ”; ພ້ອມ​ກັບ​ແຈ້ງປະ​ກາດແຜນ​ການ​ຟື້ນ​ຟູ​ກິດ​ຈະ​ກຳ​ທ່ອງ​ທ່ຽວ​ຕ່າງໆ​ໃນ​ມາດ​ຕະ​ຖານ “ແທດ​ເໝາະ​ຄວາມ​ປອດ​ໄພ, ມີ​ຊີ​ວິດ​ຊີ​ວາ, ຄວບ​ຄຸມ​ການ​ລະ​ບາດ​ໂຄວິດ-19 ຢ່າງ​ມີ​ປະ​ສິ​ດທິ​ຜົນ”.

ຫວຽດ​ນາມ ແມ່​ນ​ສະ​ຖານ​ທີ່​ລ່ອງ​ເຮ​ືອ​ສຳ​ລານ​ດີ​ທີ່​ສຸດ​ຢູ່​ອາ​ຊີ ຫວຽດ​ນາມ ແມ່​ນ​ສະ​ຖານ​ທີ່​ລ່ອງ​ເຮ​ືອ​ສຳ​ລານ​ດີ​ທີ່​ສຸດ​ຢູ່​ອາ​ຊີ
ຄວາມ​ດຶງ​ດູດ​ຂອງ​ສະ​ຖານ​ທີ່​ນັດ​ພົບ​ວັດ​ທະ​ນະ​ທຳ​ແຖວ​ໜ້າ ອາ​ຊີ - ເມືອງ​ເກົ່າ​ໂຮ້ຍ​ອານ ຄວາມ​ດຶງ​ດູດ​ຂອງ​ສະ​ຖານ​ທີ່​ນັດ​ພົບ​ວັດ​ທະ​ນະ​ທຳ​ແຖວ​ໜ້າ ອາ​ຊີ - ເມືອງ​ເກົ່າ​ໂຮ້ຍ​ອານ
ເປີດໂຕປະຕູຖານຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ໜ້າຕ່າງ App “ທ່ອງທ່ຽວກຸ່ຍເຍີນ-ບິ່ງດິງ”
ພາບປະກອບ: ທ່ອງ​ທ່ອງ​ຫວຽດ​ນາມ

ປະ​ຕູ​ຖານ​ຂໍ້​ມູນ​ຂ່າວ​ສານ​ການ​ທ່ອງ​ທ່ຽວແຂວງ​ບິ່ງ​ດິງ​ມີ 2 ທີ່​ຢູ່​ໃຫ້​ເຂົ້າ​ເຖິງ​ຄື: www.dulichquynhon.binhdinh.gov.vn ແລະ www.mybinhdinh.vn ພ້ອມ​ດ້ວຍໜ້າ​ຕ່າງ​ທີ່​ເປັນ 5 ພາ​ສາ: ຫວຽດ​ນາມ, ອັງ​ກິດ, ສ.ເກົາຫຼີ, ຈີນ ແລະ ຍີ່​ປຸ່ນ.

ນອກ​ຈາກ​ຄວາມ​ສາ​ມາດ​ໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ທາງ​ດ້ານ​ບຸນ​ງານ​ຕ່າງໆ, ກິດ​ຈະ​ກຳ​ທີ່​ໃກ້​ຈະ​ມີ​ການ​ສະ​ແດງ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ່າງ​ໆ, ທີ່​ພັກ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ, ທີ່​ຕັ້ງ​ບ່ອນ​ຈັບ​ຈ່າຍ, ອາ​ຫານ​ການ​ກິນ, ບ່ອນຫຼີ້ນຜ່ອນ​ຄາຍ ພາຍ​ໃນ​ແຂວງ​ແລ້ວ, ປະ​ຕູ​ຖານ​ຂໍ້​ມູນ​ການ​ທ່ອງ​ທ່ຽວ ຍັງ​ສະ​ແດງ​ຜົນ​ການ​ຄົ້ນ​ຫາ​ໄລ​ຍະ​ທາງ​ແຕ່​ໃກ້​ຫາ​ໄກ, ສະ​ແດງ​ຈຸດ​ສະ​ຖາ​ນີ​ຕ່າງໆ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ແຂວງ​ບິ່ງ​ດິງ ແລະ ເປີດກວ້າງມວນ​ຊົນ​ເຂົ້າ​ຮ່ວມ​ສ້າງ​ຂໍ້​ມູນ​ໃຫ້​ແກ່​ລະ​ບົບ.

ໃນ​ປະ​ຕູ​ຖານ​ຂໍ້​ມູນ ແລະ ອຸ​ປະ​ກອນ​ເຂົ້າ​ເຖິງ​ນີ້, ຂະ​ແໜງ​ການ​ທ່ອງ​ທ່ຽວ​ບິ່ງ​ດິງ​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານ​ໄວ້​ກ່ຽວ​ກັບ ບ່ອນ​ພັກ​ເຊົາ​ສິ່ງ​ອໍ​າ​ນວຍ​ຄວາມ​ສະ​ດວກ 323 ແຫ່ງ, 50 ຈຸດ​ຈັບ​ຈ່າຍ, 150 ບ່ອນ​ລີ້ມ​ລອງ​ລົດ​ຊາດ​ອາ​ຫານ, 55 ບ່ອນຫຼີ້ນ​ຜ່ອນ​ຄາຍ ແລະ 80 ຈຸດ​ທີ່​ເຂົ້າ​ເຖິງ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ; ພ້ອມ​ກັບ​ສ້າງ​ຄັງ​ຂໍ້​ມູນ​ໂຄ​ສະ​ນາ​ຈຸດ​ທ່ອງ​ທ່ຽວ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ພາບ​ຮູບ​ພາບ 3D ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ທີ່​ມາ​ແຂວງ​ບິ່ງ​ດິງ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.