ທ່ຽວຕາດນໍ້າແຮງ ຊົມທຳມະຊາດຕິດພັນກັບວິທີຊີວິດທ້ອງຖິ່ນ

09:11 | 07/09/2023

ຍສໝ - ຕາດນ້ຳແຮງ ເປັນຕາດທີ່ມຄວາມງາມເປັນເລີດ ຈົນມີຄວາມພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ຕາດນ້ຳແຮງ” ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທສະບານເມືອງຮຸນ ປະມານ 24 ກິ ໂລແມັດ.

ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ​ວາງ​ແຜນ​ການ​ໂຄ​ສະ​ນາ​ປີ 2024 ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ​ວາງ​ແຜນ​ການ​ໂຄ​ສະ​ນາ​ປີ 2024
ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ

ເສັ້ນທາງປູຢາງ 4 ກິໂລ ແມັດ, ຈາກນັ້ນເຂົ້າໄປເປັນເສັ້ນ ທາງຍົກລະດັບປູຫີນແຮ່ ແລະ ດິນແດງທຽວໄດ້ໃນລະດູແລ້ງເທົ່ານັ້ນ. ຕາດນໍ້າເປັນແຫລ່ງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງຂອງເມືອງ ຮຸນແຂວງອຸດົມໄຊ ອຸດົມສົນບູນດ້ວຍທຳມະຊາດ, ຊີວະນາໆພັນ ແລະ ເປັນນ້ຳຕົກຕາດສັກສິດເຊິ່ງທ່ີຄົນທ້ອງຖ່ິນເຄີຍເຄົາລົບນັບຖືວ່າມີເຈົ້າຖິ່ນເຈົ້າຖານປົກປັກຮັກສາທີ່ບໍ່ຄວນລົບລູ່ ໂດຍສະເພາະບ່ໍໃຫ້ຂ້າໂຕແບ້ ແລະ ໂຕໝາຖິ້ມລົງນ້ຳ ອາດເຮັດໃຫ້ລະບົບນ້ຳແຫ້ງລົງ ຕາມການເຊື່ອຖືຂອງຊາວບ້ານແຕ່ບູຮານນະການ ແລະ ຍັງເຊື່ອຖືກັນມາເຖິງທຸກວັນນີ້.

ທ່ຽວຕາດນໍ້າແຮງ ຊົມທຳມະຊາດຕິດພັນກັບວິທີຊີວິດທ້ອງຖິ່ນ

ລັກສະນະຂອງຕາດປະກອບມີ ຫລາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ ປະກອບມີສາມຕາດລຽນກັນຂຶ້ນຄື: ຕາດທີ 1: ມີຄວາມ ສູງປະມານ 13 ແມັດ, ຕາດທີ 2: ມີຄວາມສູງ ປະມານ 8 ແມັດ ແລະ ຕາດທີ 3: ສູງປະມານ 5 ແມັດ. ຕາດ ນ້ຳ ແຮງມີຄວາມຍາວທັງໝົດປະມານ 20 ແມັດ, ແມ່ນ້ຳນີ້ໄຫລອອກມາຈາກບ້ານນ້ຳຍື່ງ ໄປສູ່ບ້ານສີບຸນເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດວິທະຍາ ແລະ ຊີວະນາໆພັນ ແຕ່ລະພັກສາມາດລົງຫລິ້ນອາບນ້ຳໄດ້.

ທ່ຽວຕາດນໍ້າແຮງ ຊົມທຳມະຊາດຕິດພັນກັບວິທີຊີວິດທ້ອງຖິ່ນ

ນອກຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການ ຜະລິດກະສິກຳຂອງຊາວບ້ານ ທີ່ມີຄວາມຜູກພັນກັບຕາດແຫ່ງນີ້ມາແຕ່ດົນນານ. ຕາດນ້ຳແຮງເປັນນ້ຳຕົກຕາດທ່ີເກີດຂຶ້ນມາໂດຍທຳມະຊາດ ແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີ ເປັນຜູ້ນຳພາມາຕັ້ງບ້ານປະກອບມີ 15 ຄອບຄົວ, ໄດ້ຕັ້ງຊື່ວ່າບ້ານ ແຊມມີ ຫລັງຈາກນັ້ນມາໄດ້ຕັ້ງຊື່ວ່າ ບ້ານນ້ຳແຮງ ເພາະວ່ານ້ຳໄຫລຕົກລົງຕາດມີຄວາມແຮງ ແລະ ສົ່ງສຽງດັງສະໜັ່ນໄປໄກ, ສຽງນໍ້າດັງແຮງ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕາດນ້ຳແຮງ.ອີກສາເຫດໜຶ່ງທີ່ວ່າຕາດ ນ້ຳແຮງນັ້ນ ຍ້ອນ ວ່າແຕ່ກ່ອນນັ້ນ ມີປ່າດົກໜາປົກຫຸ້ມອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດມີເຄືອໝາກແຫລະເສັ້ນໜຶ່ງໃຫຍ່ຢ່ອນລົງມາໜ້າຕາດ ເວລານ້ຳຕົກໂຕນຕາດຖືກ ເຄືອເຂົາດັ່ງກ່າວນັ້ນມັນກະເດັນອອກທັບໃສ່ນ້ຳໂຕນຕາດກາຍເປັນ ສຽງດັງແຮງອອກໄປໄກຫລາຍກິໂລແມັດ, ບາງເທືອກໍ່ໄດ້ຍິນສຽງດັງໄປຮອດເມືອງຮຸນ. ດ້ວຍເຫດນັ້ນປະຊາຊົນເມືອງຮຸນ ຈິ່ງພາກັນເອີ້ນຊື່ຕາດນີ້ວ່າ ຕາດນ້ຳແຮງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.