ຮ່າໂນ້ຍມອບສັນຍາລັກຜະລິດຕະພັນອຸດສາຫະກຳຫຼັກແຫຼ່ງ

12:19 | 19/12/2021

ຍ​ສ​ໝ - ຮ່າໂນ້ຍມອບສັນຍາລັກຜະລິດຕະພັນອຸດສາຫະກຳຫຼັກແຫຼ່ງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ສ.ເກົາຫຼີ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ສ.ເກົາຫຼີ
“ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ “ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ

ຫວ່າງແລ້ວນີ້, ທີ່​ພິ​ທີ​ສະຫຼອງ ແລະ ມອບ​ສັນ​ຍາ​ລັກ​ຜະ​ລິດ​ຕະ​ພັນອຸດ​ສາ​ຫະ​ກຳຫຼັກ​ແຫຼ່ງ ແລະ 10 ອັນ​ດັບ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳຫຼັກ​ແຫຼ່ງ​ຂອງ​ນະ​ຄອນ ປີ 2021, ທ່ານ​ຫງວຽນ​ແມັກ​ກວຽນ, ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂຮ້ຍ​ໃຫ້​ຮູ້​ວ່າ, ຮ່າ​ໂນ້ຍ​ໄດ້​ກຳ​ນົດ​ເປົ້າ​ໝາຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳຫຼັກ​ແຫຼ່ງ​ໄລ​ຍະ 2021-2025.

ຮ່າໂນ້ຍມອບສັນຍາລັກຜະລິດຕະພັນອຸດສາຫະກຳຫຼັກແຫຼ່ງ
ພາບປະກອບ: ໜັງ​ສື​ພິມກໍ່​ສ້າງ

ນັ້ນ​ແມ່ນ​ການ​ພັດ​ທະ​ຍາ​ທີ່​ມີ​ການ​ເລືອກ​ເຟັ້ນ​ບາງ​ຂະ​ແໜງ​ການ, ບາງ​ຂົງ​ເຂດ​ອຸດ​ສາ​ຫະ​ກຳຫຼັກ​ແຫຼ່ງ; ກ້າວ​ກະ​ໂດດ​ເຂົ້າ​ໃນ​ບັນ​ດາ​ຂະ​ແໜງ​ການ, ຜະ​ລິດ​ຕະ​ພັນ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ, ເຕັກ​ນິກທີ່​ກ້າວ​ໜ້າ, ເຕັມ​ໄປ​ດ້ວຍ​ແນວ​ຄິດ​ສ້າງ​ສັນ​ມີ​ຄຸນ​ຄ່າ​ສູງ​ຂຶ້ນ.

ດ້ວຍ​ເຫດນັ້ນ, ນະ​ຄອນ​ສາ​ມາດ​ຍົກ​ສູງ​ມູນ​ຄ່າ​ການ​ຜະ​ລິດ​ສິນ​ຄ້າ​ອຸດ​ສາ​ຫະ​ກຳຫຼັກ​ແຫຼ່ງ​ເພີ່ມ​ຂຶ້ນ​ແຕ່ 40-45% ມູນ​ຄ່າ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ທັງ​ໝົດ​ໃນ​ທົ່ວ​ນະ​ຄອນ; ພັດ​ທະ​ນາ​ແຕ່ 8-10 ກຸ່ມ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳຫຼັກ​ແຫຼ່ງ, ສູ້​ຊົນ​ໃຫ້​ໄດ້ 10% ຈຳ​ນວນ​ວິ​ສາ​ຫະ​ກິດຫຼັກ​ແຫຼ່ງ​ທະ​ລຸ​ເຂົ້າ​ໄປ 500 ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ຂອງ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ກໍ​ຮັບ​ຮອງ​ຜະ​ລິ​ດຕະ​ພັນອຸດ​ສາ​ຫະ​ກຳຫຼັກ​ແຫຼ່ງ​ຂອງ​ນະ​ຄອນ​ແຕ່ 150-180 ປະ​ເພດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.