ຖ້ຽວບິນຫວຽດນາມຫາຮົງກົງ ມີຜູ້ຕິດເຊື້ອໂຄວິດ-19 ສາຍພັນເດວຕາ 3 ກໍລະນີ

18:03 | 15/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໃຫ້​ຮູ້​ວ່າ, 3 ກໍ​ລະ​ນີ​ໃນ​ຖ້ຽວ​ບິນ​ແຕ່​ຫວຽດ​ນາມ​ຫາ​ຮົງ​ກົງ (ຈີນ) ແມ່ນ​ຕິດ​ເຊື້ອ​ໂຄວິດ - 19 ສາຍ​ພັນ​ເດວ​ຕ້າ, ບໍ່​ກ່ຽວ​ຂ້ອງ​ກັບ​ສາຍ​ພັນ​ໃໝ່​ໂອ​ມີ​ຄ​ຣອນ…

ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 3 ລ້ານ​ໂດ​ສ ສົ່ງ​ມາ​ຫວຽດ​ນາມ ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 3 ລ້ານ​ໂດ​ສ ສົ່ງ​ມາ​ຫວຽດ​ນາມ
ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊີນໂຄວິດ - 19 ດ້ວຍເງິນຫຼາຍກວ່າ 3 ຕື້ດົງ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊີນໂຄວິດ - 19 ດ້ວຍເງິນຫຼາຍກວ່າ 3 ຕື້ດົງ
ຖ້ຽວບິນຫວຽດນາມຫາຮົງກົງ ມີຜູ້ຕິດເຊື້ອໂຄວິດ-19 ສາຍພັນເດວຕາ 3 ກໍລະນີ
ພາບປະກອບ: vneconomy.vn

ວັນ​ທີ 10 ທັນ​ວາ 2021, ອົງ​ການຕົວ​ແທນປະ​ສານ​ງານ​ແຫ່ງ​ຊາດໃນ​ການ​ປະ​ຕິ​ບັດກົດ​ສາ​ທາ​ລະ​ນະ​ສຸກ​ສາ​ກົນ (IHR -2005) ຂອງ​ຫວຽດ​ນາມ (ກົມ​ປ້ອງ​ກັນ​ສຸ​ຂະ​ພາບ - ກະ​ຊວງ​ສາ​ທາ​ລະ​ນະ​ສຸກ) ໄດ້​ຮັບ​ແຈ້ງ​ການ​ອົງ​ການ​ຕົວ​ແທນ​ປະ​ສານ​ງານ​ແຫ່ງ​ຊາດ IHR (ກະ​ຊວງ​ສາ​ທາ​ລະ​ນະ​ສຸກ) ຮົງ​ກົງ (ຈີນ) ກ່ຽວ​ກັບ 03 ກໍລະນີທີ່​ພົບ​ວ່າ​ຕິດ​ເຊື້ອ​ໂຄວິດ-19, ຊຶ່ງ​ຖືກ​ສົງ​ໄສ​ວ່າ​ເປັນ​ສາຍ​ພັນ​ໃໝ່​ພາຍຫຼັງ​ເດີນ​ທາງເຂົ້າ​ສູ່​ຮົງ​ກົງ​ໃນ​ວັນ​ທີ 8 ທັນວາ 2021.

ທັງສາມກໍລະນີ (ພົນ​ລະ​ເມືອງຫວຽດນາມ 02 ຄົນ ແລະ ຄົນຕ່າງປະເທດ 01 ຄົນ) ໄດ້ເດີນ​ທາງ​ມາ​ກັບຖ້ຽວບິນລະ​ຫັດ CX764 ຈາກນະຄອນໂຮ່ຈີມິນ ໄປຮົງກົງ.

ໃນ​ທັນ​ທີ​ທີ່​ມີ​ຂໍ້​ມູນ, IHR-2005 ຫວຽດ​ນາມ​ໄດ້​ຕິດ​ຕໍ່​ປະ​ສານ​ຊີ້​ນຳ​ສະ​ຖາ​ບັນ Pasteur ນະ​ຄອນ​ໂຮ່​ຈີ​ມິນ​ສົມ​ທົບ​ກັບສູນ​ຄວາມ​ຄຸມ​ພະ​ຍາດ​ນະ​ຄອນ​ໂຮ່​ຈີ​ມິນ​ດຳ​ເນີນ​ການກວດ​ກາ, ສືບ​ສວນ​ແກ້​ໄຂ​ການ​ລະ​ບາດ ແລະ ຊອກ​ຫາ​ຜູ້​ໃກ້​ຊິດ​ພົວ​ພັນ​ກັບ 3 ກໍ​ລະ​ນີ​ດັ່ງ​ກ່າວ​ໃນ​ໄລ​ຍະ 14 ວັນ​ກ່ອນ​ການ​ເດີນ​ທາງ​ອອກ​ໄປ.

IHR-2005 ຫວຽດ​ນາມ​ມີ​ການ​ປະ​ສານແລກ​ປ່ຽນເປັນ​ປົກ​ກະ​ຕິ​ທຸກວັນ​ກັບ IHR – 2005 ຮົງ​ກົງ ເພື່ອ​ສືບ​ຕໍ່​ຢັ້ງ​ຢືນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ. ວັນ​ທີ 11/12/2021, ຝ່າຍ​ນັ້ນ​ໄດ້​ສະ​ໜອງ​ຂໍ້​ມູນ​ຢືນ​ຢັນ ທັງ 3 ກໍ​ລະ​ນີ​ທີ່​ຕິດ​ເຊື້ອ​ໂຄວິດ-19 ເດີນ​ທາງ​ຈາກ​ຫວຽດ​ນາມ​ຕາມ​ແຈ້ງ​ການ​ວັນ​ທີ 10/12/2021 ແມ່ນ​ຕິດ​ເຊື້ອ​ໄວ​ຣັດ SARS COV-2. ຜົນ​ການ​ວິ​ເຄາະ​ເຊື້ອ​ລ້ວນ​ແຕ່ນອນ​ໃນ​ສາຍ​ພັນ​ເດວ​ຕ້າ, ບໍ່​ສະ​ແດງ​ອາ​ການ ແລະ ກຳ​ລັງ​ແຍກ​ປ່ຽວ, ປິ່ນ​ປົວ.

IHR – 2005 ຫວຽດ​ນາມ​ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ໃກ້​ຊິດ​ກັບ​ອົງ​ການ​ສາ​ທາລະ​ນະ​ສຸກ​ໂລກ ແລະ IHR – 2005 ຂອງ​ບັນ​ດາ​ປະ​ເທດ​ຕ່າງໆ ເພື່ອ​ແລກ​ປ່ຽນ​ຂໍ້​ມູນ ແລະ ອັບ​ເດດ​ການ​ພັດ​ທະ​ນາ​ສາຍ​ພັນ​ຂອງ​ໄວ​ຣັດ SARS COV-2 ຢ່າງ​ເປັນ​ປົກ​ກະ​ຕິ, ເປັນ​ເສ​ນາ​ທິ​ການລາຍ​ງານ​ໃຫ້​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກຢ່າງ​ທັນ​ການ ເພື່ອ​ມີ​ການ​ຊີ້​ນຳ​ທີ່​ເໝາະ​ສົມ​ກັບ​ສະ​ພາບ​ການ​ລະ​ບາດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.