ກວາງນິ່ງ ຫຼຸດຄ່າເຂົ້າຊົມທ່ອງທ່ຽວໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆ 50%

11:39 | 15/12/2021

ຍ​ສ​ໝ - ແຂວງກວ໊າງ​ນິ່ງ ຈະຫຼຸດ​ຄ່າ​ເຂົ້າ​ຊົມ​ທ່ອງ​ທ່ຽວ 50% ໃນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຕ່າງໆ​ໃນ 6 ເດືອນ​ຕົ້ນ​ປີ 2022.

ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ
ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ

ນີ້​ເປັນ​ນະ​ໂຍ​ບາຍ​ກະ​ຕຸ້ນ​ອັນ​ໃໝ່​ສຸດ​ຂອງ​ແຂວງກວ໊າງ​ນິ່ງ ຊຶ່ງ​ຫາ​ກໍ​ຖືກ​ຮັບ​ຮອງ​ໂດຍ​ສະ​ພາ​ປະ​ຊາ​ຊົນ​ແຂວງ. ແຂວງກວ໊າງ​ນິ່ງ​ຄາດ​ວ່າ​ສະ​ພາບ​ການ​ແຜ່​ລະ​ບ​າດ​ຂອງ​ໂຄວິດ-19 ປີ 2022 ຍັງ​ຄົງ​ສືບ​ຕໍ່​ຜັນ​ແປ​ໄປ​ຢ່າງ​ຫຍຸ້ງ​ຍາກ ແລະ ກະ​ທົບ​ເຖິງ​ເສດ​ຖະ​ກິດ - ສັງ​ຄົມ ເວົ້າ​ລວມ, ການ​ທ່ອງ​ທ່ຽວ, ການ​ບໍ​ລິ​ການ ເວົ້າ​ສະ​ເພາະ. ຍ້ອນ​ແນວນັ້ນ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ແຂວງກວ້າງ​ນິ່ງ​ຈະ​ຍັງ​ຍາກ​ທີ່​ຈະ​ສາ​ມາດ​ຟື້ນ​ຟູ​ໄດ້​ໃນ​ປີ 2022 ໃຫ້​ຄື​ກັບ​ໄລ​ຍະ​ກ່ອນ​ປີ 2000.

ກວາງນິ່ງ ຫຼຸດຄ່າເຂົ້າຊົມທ່ອງທ່ຽວໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆ 50%
ພາບປະກອບ: TTXVN

ສະ​ນັ້ນ, ແຂວງ​ສືບ​ຕໍ່​ນຳ​ເອົາ​ນະ​ໂຍ​ບາຍ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ສາ​ກົນ, ຊ່ວຍ​ໜູນ​ບັນ​ດາ​ວິ​ສາ​ຫະ​ກິດ​ຮັກ​ສາ ແລະ ຟື້ນ​ຟູ​ການ​ຜະ​ລິດ​ທຸ​ລະ​ກິດ ເພື່ອ​ແທດ​ເໝາະ​ກັບ​ຄວາມ​ປອດ​ໄພ ແນ​ໃສ່​ຈຸດ​ໝາຍ​ຄວາມ​ຄົງ​ຕົວ​ທາງ​ເສດ​ຖະ​ກິດ-ສັງ​ຄົມ, ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ ໃນ​ນັ້ນ, ນະ​ໂຍ​ບາຍ​ທີ່​ແທດ​ເໝາະ​ຄື​ການ​ຍົກ​ເວັ້ນ, ຫຼຸດ​ຄ່າ​ເຂົ້າ​ຊົມໃຫ້​ແກ່​ນັກ​ທ່ອງ​ທ່ຽວເຊັ່ນ: ​ອ່າວ​ຮ່າ​ລອງ, ບູ​ຮານ​ສະ​ຖານ ແລະ ບ່ອນ​ພັກ​ຕາກ​ອາ​ກາດ​ອຽນ​ຕື໊, ພິ​ພິດ​ຕະ​ພັນ​ກວ໊າງ​ນິ່ງ.

ແຜນ​ຄາດ​ການ​ໃນ​ 6 ເດືອນ​ຕົ້ນ​ປີ 2022 ຈຳ​ນວນ​ນັກ​ທ່ອງ​ທ່ຽວ, ພັກ​ຜ່ອນ​ທີ່​ອ່າວ​ຮ່າ​ລອງ​ຈະ​ບັນ​ລຸ 1,2 ຫາ 1,5 ລ້ານ​ຖ້ຽວ; ຜູ້​ເຂົ້າ​ຊົມ​ພິ​ພິດ​ຕະ​ພັນ​ກວ໊າງ​ນິ່ງ​ປະ​ມານ 100.000 ຖ້ຽວ; ຜູ້​ເຂົ້າ​ຊົມ​ທ່ອງ​ທ່ຽວ​ບູ​ຮານ​ສ​ະ​ຖານ ແລະ ບ່ອນ​ພັກ​ຕາກ​ອາ​ກາດ​ອຽນ​ຕື໊ປະ​ມານ 200.000 – 250.000 ຖ້ຽວ.

hero

ເຫດການ
302 Found

Found

The document has moved here.