ຫວຽດ​ນາມ - IAEA ຮ່ວມ​ມື​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ

20:07 | 27/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ກອງ​ປະ​ຊຸມ​ນັດ​ສາ​ມັນ ຂອງ​ສະ​ພາ​ຜູ້​ວ່າ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ ຈາກ​ສາ​ກົນ (BoG IAEA) ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ Vienna ຂອງ ໂອ​ຕາ​ລິດ.

ຫວຽນາມ​ທົບ​ທວນ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້ຕົກ​ລົງລະ​ດັບ​ໂລກ​ກ່ຽວ​ກັບ​ການ​ເຄື່ອນຍ້າຍ​ຖິ່ນ​ຖານ​ຕາມ​ກົດ​ໝາຍ, ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຫວຽນາມ​ທົບ​ທວນ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້ຕົກ​ລົງລະ​ດັບ​ໂລກ​ກ່ຽວ​ກັບ​ການ​ເຄື່ອນຍ້າຍ​ຖິ່ນ​ຖານ​ຕາມ​ກົດ​ໝາຍ, ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ
ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ
ຫວຽດ​ນາມ - IAEA ຮ່ວມ​ມື​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ
ຫ້ອງ​ທົດ​ລອງ​ຂອງ IAEA

ໃນ​ການ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ (24 – 26 ພະ​ຈິກ), BoG IAEA ໄດ້​ສຸມ​ໃສ່​ປຶ​ກ​ສາ​ຫາ​ລືກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ (TC) ໃນ​ໄລ​ຍະ 2022 – 2023, ບັນ​ຫາ​ນິວ​ເຄຼຍ ອີ​ຣານ ແລະ ໂຄງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເຂົ້າ​ຮ່ວມ​ເຫ​ດ​ການ​ມີ​ທ່ານ Rafael Grossi ຜູ້​ອຳ​ນວຍ​ການ​ໃຫຍ່ IAEA ພ້ອມ​ກັບ 35 ​ສະ​ມາ​ຊິກ BoG IAEA ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ IAEA. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈຸງ​ກຽນ, ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ IAEA ເຂົ້າ​ຮ່ວມ​ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ Bog IAEA ອາ​ຍຸ​ການ 2021 – 2023.

ກ່າວ​ຄຳ​ເຫັນ​ທີ່​ການ​ປຶກ​ສາ​ຫາ​ລືກ່ຽວ​ກັບ TC ໄລ​ຍະ 2022 – 2023, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽ​ນ​ຈຸງກຽນ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ IAEA ກ່ຽວ​ກັບ​ການ​ພັດ​ທະ​ນາ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ ໃນ​ໄລ​ຍະ​ຜ່ານ​ມາ​. IAEA ໄດ້​ໜູນ​ຊ່ວຍ​ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ TC ໄລ​ຍະ 2020 – 2021 ກໍ່​ຄື​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ​ຕ່າງໆ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ IAEA ທີ່ໄດ້​ຮ່ວມເດີນທາງ​ກັບ ຫວຽດ​ນາມ ໃນ​ວິ​ວັດ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງ​ເນັ້ນ​ໜັກເຖິງ​ເລື່ອງ ​ IAEA ສະໜອງອຸປະກອນ, ຜະລິດຕະພັນທາງຊີວະວິທະຍາ ແລະ ຈັດຕັ້ງບັນດາຊຸດບຳລຸງສ້າງກ່ຽວກັບການນຳໃຊ້ເຕັກໂນໂລຊີນິວເຄຼຍ ເພື່ອປະຕິບັດການກວດວິໄຈແບບ RT-PCR ເຊິ່ງໄດ້ຊ່ວຍໃຫ້ ຫວຽດນາມ ບົ່ງມະຕິ ແລະ ກວດພົບ ໄວຣັດ SARS-CoV-2 ໂດຍໄວ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ IAEA ໃນ​ການ​ສ້າງ ແລະ ສ​ະ​ເໜີ 5 ໂຄງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂອບ​ເຂດ TC ໄລ​ຍະ 2022 – 2023, ສຸມ​ໃສ່​ບັນ​ດາ​ໂຄງ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ, ປິ່ນ​ປົວ​ໂລກ​ມະ​ເຮັງ, ພັດ​ທະ​ນາ​ກະ​ສິ​ກຳແບບ​ຍືນ​ຍົງ, ຍູ້​ແຮງ​ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ ແລະ ຮັບ​ມື​ກັບ​ບັນ​ຫາ​ນິວ​ເຄຼຍ. ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ຕັ້ງ​ໜ້າ​ສົມ​ທົບ​ກັບ IAEA ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການນີ້.

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ນັດ​ສາ​ມັນ​ຂອງ Bog IAEA ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ, ສືບ​ຕໍ່​ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ສາ​ກົນຂອງ ຫວຽດ​ນາມ ໂດຍຜ່ານ​ການ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ໃນ​ກາ​ນ​ຊຸກ​ຍູ້​ເປົ້າ​ໝາຍ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ​ຂອງ​ບັນ​ດາ​ບັນ​ດາ​ປະ​ເທດສະ​ມາ​ຊິກ ກໍ່​ຄື​ຄະ​ນະການນຳ IAEA ໃນ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ ​ເຊິ່ງປະ​ເທດ​ເຮົາ​ຕ້ອງ​ປະ​ເຊີນໜ້າ, ເປັນ​ຕົ້ນ​ແມ່ນ​ບັນ​ຫາ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ພ້ອ​ມ​ກັບ​ສະ​ມັດ​ຊາ​ໃຫຍ່ IAEA, Bog IAEA ແມ່ນ​ກົນ​ໄກ​ວາງ​ແຜນ​ກຳ​ນົດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ. ສະ​ພາ​ກໍ່​ປະ​ຕິ​ບັດ​ໜ້າ​ທີ່​ຕິດ​ຕາມກວດ​ກາ ແລະ ສະເໜີແນະ​ສະ​ມັດ​ຊາ​ໃຫຍ່ IAEA ກ່ຽວ​ກັບ​ໂຄງ​ການ​ເຄື່ອນ​ໄຫວ, ກາ​ນ​ເງິນ ແລະ ງົບ​ປະ​ມານ, ພິ​ຈາ​ລະ​ນາກ່ຽວ​ກັບ​ການ​ຮັບ​ສະ​ມາ​ຊິກ​ໃໝ່​ຂອງ IAEA.

ສະ​ພາ​ມີ​ສິດ​ອະ​ນຸ​ມັດ​ບັນ​ດາ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການກວດ​ກາ ລະ​ຫວ່າງ IAEA ແລະ ບັນ​ດາ​ສະ​ມ​າ​ຊິກ ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ ແລະ ມາດ​ຖານ​ຂອງ IAEA ກ່ຽວ​ກັບ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ນິວ​ເຄຼຍ. BoG IAEA ລວມ​ມີ​ 35 ສະ​ມາ​ຊິກ, ໃນ​ນັ້ນ​ມີ 22 ປະ​ເທດ​ທີ່​ສະ​ມັດ​ຊາ​ໃຫຍ່ IAEA ເລືອກ​ຕັ້ງດ້ວຍ​ອາ​ຍຸ​ການ 2 ປີ.

ເດືອນ​ກັນ​ຍາ 2021, ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ IAEA ໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ​ເລືອກ​ເອົາ ຫວຽດ​ນາມ ​ເຂົ້າ​ BoG IAEA ອາ​ຍຸ 2021 – 2023.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.