ຫວຽດນາມ-ລາວ ເພີ່ມທະວີແລກປ່ຽນໃນວຽກງານກໍາມະບານ

06:18 | 09/12/2021

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມີການເຈລະຈາກັບສູນກາງສະຫະພັນກໍາມະບານລາວ.

ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ
ຊາວຫວຽດນາມ ສະໜັບສະໜູນມາດຕະການຮັບມືກັບພະຍາດ ຊາວຫວຽດນາມ ສະໜັບສະໜູນມາດຕະການຮັບມືກັບພະຍາດ
ທ່ານ ຫງວຽນດິ່ງຄາງ ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ກ່າວຄໍາເຫັນທີ່ການເຈລະຈາ. ພາບ: laodongthudo.vn.
ທ່ານ ຫງວຽນດິ່ງຄາງ ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ກ່າວຄໍາເຫັນທີ່ການເຈລະຈາ. ພາບ: laodongthudo.vn.

ທີ່ການເຈລະຈາ, ທ່ານນາງ ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນກໍາມະບານລາວ ສະແດງຄວາມຕື້ນຕັນໃຈຕໍ່ການຊ່ວຍເຫຼືອຂອງການນໍາອົງການກໍາມະບານຫວຽດນາມ ຈາກຂັ້ນສູນກາງເຖິງທ້ອງຖິ່ນ ໂດຍຜ່ານການແລກປ່ຽນບົດຮຽນໃນວຽກງານກໍາມະບານທຸກຂັ້ນປະຈໍາປີ, ແລກປ່ຽນ, ໜູນຊ່ວຍທາງດ້ານທິດສະດີ, ວິຊາການໃຫ້ແກ່ພະນັກງານກໍາມະບານຂອງລາວ.

ທ່ານນາງ ອາລີ ວົງໜໍ່ບຸນທຳ ປາດຖະໜາຢາກສືບຕໍ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງອົງການກໍາມະບານໃນຂະແໜງການ, ທ້ອງຖິ່ນຂອງສອງປະເທດທີ່ມີເສັ້ນຊາຍແດນຮ່ວມກັນ.

ສ່ວນທ່ານ ຫງວຽນດິ່ງຄາງ ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ປະຕິບັດຂໍ້ຕົກລົງຮ່ວມມືໄລຍະ 2018-2023 ໃຫ້ເປັນຢ່າງດີ; ພິຈາລະນາປ່ຽນແປງການເຄື່ອນໄຫວຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດໃນປັດຈຸບັນ.

la.qdnd.vn

ເຫດການ
302 Found

Found

The document has moved here.