ຕະຫຼາດການ​ຄ້າ​​ເອ​ເລັກ​ໂຕ​ນິກຂອງ​ ຫວຽດນາມ​ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຕີບ​ໂຕ​ຢ່າງໜ້າ​ປະ​ທັບ​ໃຈ

16:30 | 29/11/2021

ຍ​ສ​ໝ - ບົດ​ລາຍ​ງານ​ຄົ້ນຄວ້າ​ປະຈຳ​ປີ SYNC ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ Facebook ​ແລະ Bain & Company ​ໄດ້​ປະ​ກາດ​ໃນ​ວັນ​ທີ 25 ພະຈິກ​ນີ້​ວ່າ, ຫວຽດນາມ​ຈະ​ເປັນ​ຕະຫຼາດ​ການ​ຄ້າ​​ເອ​ເລັກ​ໂຕ​ນິກທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ໃນ​ປີ 2026, ດ້ວຍ​ມູນ​ຄ່າ​ສິນຄ້າເອ​ເລັກ​ໂຕ​ນິກ​ຈະ​ບັນລຸ 56 ຕື້ ​ໂດ​ລາສະຫະລັດ, ທົບ 4,5 ເທື່ອມູນຄ່າຄາດຄະເນໃນປີ 2021.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຈິງ​ໃຈ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຈິງ​ໃຈ
ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ
ຕະຫຼາດການ​ຄ້າ​​ເອ​ເລັກ​ໂຕ​ນິກຂອງ​ ຫວຽດນາມ​ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຕີບ​ໂຕ​ຢ່າງໜ້າ​ປະ​ທັບ​ໃຈ
ພາບ​ປະ​ກອບ: TTXVN

ບົດ​ລາຍ​ງານ​ຕີ​ລາຄາ​ວ່າ: ຫວຽດນາມ ພວມ​ຢູ່​ແຖວ​ໜ້າ​ໃນ​ການ​ຊຸກຍູ້​ການ​ປ່ຽນ​ແປງ ​ແລະ ຍາດ​ແຍ່ງ​ກາລະ​ໂອກາດ​ພັດທະນາ​ບົນ​ພື້ນຖານ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຍຸກ​ຫຼັງ Covid-19. ບົດລາຍງານນີ້ແມ່ນອີງໃສ່ການຄົ້ນຄວ້າສໍາຫຼວດກ່ຽວກັບຜູ້ບໍລິໂພກດີຈິຕອນ 16,700 ຄົນ ແລະ ພະນັກງານອາວຸໂສຫຼາຍ​ກ່​ວາ 20 ຄົນ ໃນ 6 ປະເທດອາຊີຕາເວັນອອກສຽງໃຕ້. ຕາມ​ນັ້ນ​ແລ້ວ, ບັນດາ​ຜູ້ໄດ້​ຮັບ​ການ​ສຳຫຼ​ວດ ໄດ້​ພັນລະນາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ໂດຍເປັນ​ພາກ​ພື້ນນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ອາຊີ - ປາຊີ​ຟິກ ນັ້ນ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ເຄື່ອນ​ໄຫວ​ດີ​ເດັ່ນ​ໃນ​ຂົງ​ເຂດ​ນີ້.

ຕາມ​ຕົວ​ເລກ​ສະຖິຕິແລ້ວ, ຢູ່​ຫວຽດນາມ, ​ໃນຈຳນວນຜູ້​ບໍລິ​ໂພ​ກ 10 ຄົນ ມີ 7 ຄົນ​ນຳ​ໃຊ້​ດີ​ຈີ​ຕອນ ແລະ ທົ່ວ​ປະ​ເທດມີ 53 ລ້ານ​ຄົນ​ຊົມ​ໃຊ້​ດິ​ຈິ​ຕອນ​ ໃນ​ທ້າຍ​ປີ 2021. ຈຳນວນ​ສິນຄ້າ​ຂອງຜູ້​ບໍ​ລິ​ໂພກ​ຫວຽດນາມ ​ ຊຶ້ຂາຍອອນ​ລາຍໃນ​ປີ 2021 ໄດ້​ເພີ່ມ​ຂຶ້ນ 50%, ຂະ​ນະ​ທີ່​ຈຳ​ນວນ​ຮ້ານ​ຄ້າ​ອອນ​ໄລ​ຢູ່ ​ຫວຽດ​ນາມ ​ກໍ່​ເພີ່ມ​ຂຶ້ນ 40% ເມື່ອ​ທຽບ​ໃສ່ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ເຮັດ​ໃຫ້​ຍອດ​ຈຳ​ນວນ​ຮ້ານ​ຄ້າ​ອອນ​ໄລ​ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 1,5 ເທົ່າ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.