ງານ​ວາງ​ສະ​ແດງ “ເຂດ​ມໍ​ລະ​ດົກ​ທາງວັດ​ທະ​ນາ​ທຳ​ຫວຽດ​ນາມ”

11:30 | 27/11/2021

ຍສໝ - ງານ​ວາງ​ສະ​ແດງ “ເຂດ​ມໍ​ລະ​ດົກ​ທາງວັດ​ທະ​ນາ​ທຳ​ຫວຽດ​ນາມ” ດຳ​ເນີນ​ຂຶ້ນ​ນັບ​ແຕ່​ວັນ​ທີ 22-27 ພະ​ຈິກ ທີ່​ສູນ​ວາງ​ສະ​ແດງສິນ​ລະ​ປະວັດ​ທະ​ນະ​ທຳຫວຽດ​ນາມ (ຮ່າ​ໂນ້ຍ), ເປັນ​ກິດ​ຈະ​ກຳ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ 23 ພະ​ຈິກ.

ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ
ຢັ້ງ​ຢືນ​ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ຢັ້ງ​ຢືນ​ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ
ພາບປະກອບ
ພາບປະກອບ

ພື້ນ​ທີ່​ຈັດ​ສະ​ແດງ “ມໍ​ລະ​ດົກທາງວັດ​ທະ​ນະ​ທຳ​ທີ່​ເປັນ​ນາມ​ມະ​ທຳ​ຂອງ​ຫວຽດ​ນາມ” ຂອງ​ງານ​ວາງ​ສະ​ແດງ​ໄດ້​ນຳ​ສະ​ເໜີ​ຮູບ​ພາບ​ເກືອບ 100 ພາບ​ທີ່​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ນາມ​ມະ​ທຳ​ຊຶ່ງ​ເປັນ​ຕົວ​ແບບ​ພົ້ນ​ເດັ່ນ, ໃນ​ນັ້ນ ມີ ມໍ​ຣະ​ດົກ 13 ສິ່ງ​ທີ່​ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ຂອງ​ສະ​ຫະ​ປະ​ຊາ​ຊາດ (UNESCO) ໃຫ້​ກຽດ​ນິ​ຍົມ. ພ້ອມ​ກັນ​ນັ້ນ ຍັງ​ມີ​ເອ​ກະ​ສານ, ວັດ​ຖຸ, ເຄື່ອງ​ນຸ່ງ​ຫົ່ມ, ເຄື່ອງ​ດົນ​ຕີ ແລະ ເອ​ກະ​ສານ​ວິ​ທະ​ຍາ​ສາດ​ທີ່​ເປັນ​ຕົວ​ແບບ​ພົ້ນ​ເດັ່ນ​ເກືອບ 200 ຢ່າງ ຂອງ​ມໍ​ລະ​ດົກ​ນາມ​ມະ​ທຳ 6 ສິ່ງ​ ທີ່​ຖືກ UNESCO ​ຈົດ​ທະ​ບຽນໄວ້​ຄື: ທຳ​ນອງ​ດົນ​ດີ​ພະ​ລາດ​ຊະ​ວັງ​ເຫວ້, ເຂດ​ວັດ​ທະ​ນະ​ທຳ​ສຽງ​ຄ້ອງ​ເຕີຍງວຽນ, ຂັບ​ລຳ, ດົນ​ຕຼີ​ພື້ນ​ບ້ານກວ່ານ​ເຫາະ​ບັກ​ນິ່ງ, ພິ​ທີກາບ​ໄຫວ້​ເທບ​ຂອງຊົນ​ເຜົ່າ​ໄຕ, ນູງ, ໄທ ຢູ່​ຫວຽດ​ນາມ, ສິນ​ລະ​ປະ​ດົນ​ຕຼີ​ພື້ນ​ບ້ານ​ປະ​ສານ​ລຳ​ລ່ອງ​ຂອງ​ນາມ​ໂບະ.

ຈາກນັ້ນແມ່ນ​ການ​ວາງ​ສະ​ແດງ​ຮູບ​ພາບ “ການ​ແຂ່ງ​ຂັນ​ມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ​ໜຶ່ງ ປີ 2021”. ພື້ນ​ທີ່​ຈັດ​ສະ​ແດງ​ຜົນ​ງານ​ຕົວ​ແທນ​ພົ້ນ​ເດັ່ນ​ກວ່າ 80 ຜົນ​ງານ​ຂອງ​ການ​ແຂ່ງ​ຂັນ ໂດຍ​ກົມ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳຈັດ​ຕັ້ງ​ຂຶ້ນ​ເພື່ອ​ເປັນ​ການ​ໂຄ​ສະ​ນາ​ເຖິງ​ຄຸນ​ຄ່າ​ທາງວັດ​ທ​ະ​ນະ​ທຳ, ວິ​ທະ​ຍາ​ສາດ, ປະ​ຫວັດ​ສາດ ແລະ ຄວາມ​ງົດ​ງາມ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃຫ້​​ແກ່ຄົນ​ຫວຽດ​ນາມ, ເພື່ອນ​ມິດ​ສາ​ກົນ; ປຸກ​ລະ​ດົມ​ຄວາມ​ພາກ​ພູມ​ໃຈ, ຄວາມ​ຮັກ​ບ້ານ​ເກີດ, ປະ​ເທດ​ຊາດ, ຊົນ​ຊາດ ແລະ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ.

ນອກ​ຈາກນັ້ນ, ພື້ນ​ທີ່​ຈັດ​ສະ​ແດງດ້ານນອກ​ຂອງ​ງານ​ວາງ​ສະ​ແດງ ເປັນ​ບັນ​ດາ​ແຜງ​ໂຕະ​ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ຝື​ມື​ຫັດ​ຖະ​ກຳ​ພື້ນ​ບ້ານ, ອາ​ຫານ​ເອ​ກະ​ລັກ​ຂອງ​ໝູ່​ບ້ານ​ຫັດ​ຖະ​ກຳ​ໃນ​ຫວຽດ​ນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.