ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ

06:48 | 26/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ມອບຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້​ແກ່​ທ່ານ​ນາງ ​ Sara Valdes Bolano ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາງ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ວຽກ​ງານ​ທາງ​ການ​ທູດ​ຢູ່ ຫວຽດ​ນາມ.

ບົດ​ຂຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ບົດ​ຂຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ
ນັກ​ສະ​ແດງ​ຍິງ​ເຊື້ອ​ຊາດ ຫວຽດ​ນາມ Kelly Marie ເຈິ່ນ ລອດ​ເຂົ້າ​ຕອບ​ບັນ​ດາ​ຊີ​ລາຍ​ຊື່ ຊາວ​ອາ​ຊີ 100 ຄົນ​ທີ່​ມີ​ຜົນ​ກະ​ທົບ​ໃນ​ປີ 2021 ນັກ​ສະ​ແດງ​ຍິງ​ເຊື້ອ​ຊາດ ຫວຽດ​ນາມ Kelly Marie ເຈິ່ນ ລອດ​ເຂົ້າ​ຕອບ​ບັນ​ດາ​ຊີ​ລາຍ​ຊື່ ຊາວ​ອາ​ຊີ 100 ຄົນ​ທີ່​ມີ​ຜົນ​ກະ​ທົບ​ໃນ​ປີ 2021
ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ
ທ່ານ​​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ມອບຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້​ແກ່​ທ່ານ​ນາງ ​ Sara Valdes Bolano ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ (ພາບ: TTXVN)

ນີ້​ແມ່ນ​ຂອງ​ຂ​ວັນເພື່ອເປັນການ​ຮັບ​ຮູ້ ແລະ ເຊີດ​ຊູ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ທ່ານນາງເອກ​ອັກ​ຄະ​ລັດ​ຖ​ະ​ທູດ ໃນ​ການ​ປັບ​ປຸງ ແລະ ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫ່​ວາງ ສອງ​ປະ​ເທດ ຫວຽດ​ນາມ - ເມັກ​ຊີ​ໂກ.

ນັບ​ແຕ່​ເວ​ລາ​ມາ ຫວຽດ​ນາມ ​ດຳ​ລົງ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ຍິ່ງນີ້, ທ່ານ​ນາງ Sara Valdes Bolano ເອກ​ອັກ​ຄະ​ລັດ​ຖະ​ທະ​ທູດ ໄດ້​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ເມັກ​ຊີ​ໂກ ໃນ​ຫຼາຍ​ຂົງ​ເຂດ​ນັບ​ແຕ່ການ​ເມືອງ - ການ​ທູດ, ການ​ຄ້າ, ເສດ​ຖະ​ກິດ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ ແລະ ການ​ພົວ​ພັນແລກປ່ຽນ​ປະ​ຊາ​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ນາງ Sara Valdes Bolano ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລ​ກ​ປ່ຽນ ແລະ ການ​ຮ່ວມ​ມື​ຂອງປະ​ຊາ​ຊົນ. ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ສະ​ຖານ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ເຂົາ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ​ໂດຍ​ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ, ​ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ຮ່າ​ໂນ້ຍ ​ຈັດ​ຕັ້ງ. ບັນ​ດາ​ການ​ເຄື່ອນ​ໄຫວ​ພົ​ວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ສິ​ລະ​ປິນ​ສອງ​ປະ​ເທດ ໂດຍ ສະ​ຖານ​ທູດ ເມັກ​ຊີ​ໂກ ​ຈັດ​ຂຶ້ນ​ ອັນໄດ້​ສ້າງ​ຂີດ​ໝາຍ ແລະ ການ​ມີ​ໜ້າ​ຂອງວັດ​ທະ​ນະ​ທຳ ເມັກ​ຊີ​ໂກ ຢູ່ ຫວຽດ​ນາມ, ຊ່ວຍ​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ໃຈ, ຮູ້​ສຶກ​ສະ​ໜິດ​ສະ​ໜົມ​ກັບ​ປະ​ເທດ​ຊາດ, ຊາວເມັກ​ຊີ​ໂກ, ຈາ​ກ​ນັ້ນ ເພີ່ມ​ທະ​ວີ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫ່​ວາງ ປະ​ຊາ​ຊົນ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ພາບ​ພົດ​ຂອງ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ທີ່​ມີ​ຄວາ​ມ​ເປັນ​ມິດ​ຢູ່​ບັນ​ດາ​ການ​ເຄື່ອນ​ໄຫວນີ້ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ທີ່​ສຸດ…

ທ່ານ​ນາງ ຫງວຽ​ນ​ເຟືອງ​ງາ ປະ​ທານ ​ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ​ຫວັງ​ວ່າ ຢູ່​ບໍ່​ວ່າ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ​ໃດ ທ່ານ​ນາງ Sara Valdes Bolano ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ​ ປະ​ຈຳ ຫວຽດ​ນາມ ກໍ່ຈະ​ສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ເພື່ອ​ແນ​ໃສ່​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ເມັກ​ຊີ​ໂກໃຫ້ຫຼາຍກວ່າອີກ.

ທ່ານ​ນາງ Sara Valdes Bolano ເອກ​ອັກ​ຄະ​ລັດ​ຖະ​ທູດ ຖື​ວ່າ ທ່ານ​ນາງ​ຮູ້​ສຶກ​ເປັນ​ກຽດ​ເມື່ອ​ໄດ້​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ ທີ່​ເປັນ​ມິດ​ຮັກ​ແພງ​ແຂກ​ຄົນ, ໄດ້​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ປະ​ເທດ ຫວຽດ​ນາມ ທີ່​ສວຍ​ງາມ​ໃນ​ໄລ​ຍະ 6 ປີ​ຜ່ານ​ມາ.

ເມັກ​ຊີ​ໂກ ແລະ ຫວຽດ​ນາມ ລ້ວນ​ແຕ່​ຖື​ເປັນ​ສຳ​ຄັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາ​ກົນ, ຊຸກ​ຍູ້ ແລະ ລະ​ດົມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລ​ະ​ປະ ລະ​ຫວ່າງ​ນັກ​ຮຽນ, ນັກ​ສຶກ​ສາ, ນັກ​ສິ​ລະ​ປິນ, ນັກ​ວິ​ທະ​ຍາ​ສາດ​ສອງ​ປະ​ເທດ. ທຸກໆ​ການ​ເຄື່ອນ​ໄຫວນີ້ ລ້ວນ​ແຕ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດໃຫ້ຫຼາຍກວ່າອີກ.

ທ່ານ​ນາງ Sara Valdes Bolano ຢັ້ງ​ຢືນ​ວ່າ ຍາ​ມ​ໃດ​ກໍ່​ຈະ​ສະ​ຫງວນ​ນ້ຳ​ໃຈ​ອັນ​ດີ​ງາມ​ໃຫ້​ແກ່ ຫວຽດ​ນາມ, ເພີ່ມ​ພ​ນ​ຄນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ຊາດ ຫວຽດ​ນາມ - ເມັກ​ຊີ​ໂກ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.