ຊ່າງພາບຫວຽດນາມຄົນທຳອິດທີ່ຖ່າຍໜ້າປົກໃຫ້ວາລະສານ Vogue

18:48 | 25/11/2021

ຍສໝ - ອານ​ເລ​ ແມ່ນ​ຊ່າງ​ພາບ​​ຄົນ​ທຳ​ອິດຂອງ​ຫວຽດ​ນາມ​ທີ່​ມີ​ກຽດໄດ້​ຮ່ວມ​ມື​ກັບ​ວາລະສານ Vogue ທີ່​ມີ​ຊື່​ສຽງ.

ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ
ຊ່າງພາບຫວຽດນາມຄົນທຳອິດທີ່ຖ່າຍໜ້າປົກໃຫ້ວາລະສານ Vogue
ອານ​ເລ​ ແມ່ນ​ຊ່າງ​ພາບ​​ຄົນ​ທຳ​ອິດຂອງ​ຫວຽດ​ນາມ​ທີ່​ມີ​ກຽດໄດ້​ຮ່ວມ​ມື​ກັບ​ວາລະສານ Vogue ທີ່​ມີ​ຊື່​ສຽງ. ພາບ: ybox.vn

Harper's Bazaar & Vogue ລ້ວນ​ແຕ່​ເປັນວາລະສານທີ່ມີອາຍຸການຫຼາຍກວ່າ 100 ປີ, ນີ້ແມ່ນວາລະສານແຟນ​ຊັນ​ທີ່​ໜ້າ​ເຊື່ອ​ຖືມີຊື່ສຽງລະ​ດັບ​ໜຶ່ງ​ຂອງໂລກ. ເພື່ອຈະ​ສາມາດມີ​ຮູບໜ້າປົກຂອງວາລະສານນີ້, ບັນດາຊ່າງພາບ​ຕ້ອງ​ມີ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ແບບ​ສະ​ຕ໊າຍ, ບໍ່ເປັນ​ທຳ​ມະ​ດາພຽງແຕ່ທັກສະການຖ່າຍຮູບເທົ່ານັ້ນ. ສິ່ງນັ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ ອານ​ເລ​ ​ເພື່ອປະສົບ​ຜົນສໍາເລັດ​ໃນ​ຂົງ​ເຂດ​ນີ້.

ເປັນ​ເຈົ້າ​ຂອງຜົນງານຫຼາຍຢ່າງໃນທົ່ວວາລະສານແຟຊັນທີ່ມີຊື່ສຽງເຊັ່ນ: ELLE, Harper's Bazaar, Vogue..., ໜຸ່ມຊ່າງພາບທີ່ເກີດໃນປີ 1989 ເຄີຍຖ່າຍໃຫ້ກັບ​ເຄື່ອງ​ໝາຍ​ການ​ຄ້ານ​ທີ່​ໂດ່ງດັງ, ກໍ​ຄື​ບັນ​ດາເປັນດາວດາລາ Hollywood ຊັ້ນນໍາຕ່າງໆ.

ກ່ອນ​ທີ່​ຈະ​ປະສົບ​ຄວາມ​ສຳ​ເລັດໄດ້, ອານເລ ​ໄດ້​ໄປ​ຢູ່ອາ​ເມ​ລິ​ກາ​ເມື່ອ​ອາຍຸ 15 ປີ ​ເພື່ອ​ຮຽນ​​ມະຫາວິທະຍາ​ໄລ ​ແລະ ​ເຮັດວຽກ​ຢູ່​ນະຄອນ New York, ອາ​ເມ​ລິ​ກາ.

ປີ 2013, ອານ ເລ່ ໄດ້​ສ້າງ​ຜົນງານສິ່ງ​ພິມ​ຂອງ​ຕົນ​ໃນ​ວົງ​ການ​ຖ່າຍ​ຮູບ ເມື່ອ​​ໄດ້​ຮັບ​ລາງວັນ​ອັນ​ມີຊື່​ສຽງ​ຂອງ​ວົງການຖ່າຍ​ຮູບ​ແຟ​ຊັນ​ສາ​ກົນ ຜ່ານ​ການ​ປະ​ກວດ New Exposure. ຊຸດ​ຮູບ​ພາບ​ທີ່​ມີ​ຊື່​ວ່າ “ຊາຍຊະ​ລາ ​ແລະ ທ້ອງທະ​ເລ” ໄດ້ຖືກ​ຖ່າຍ​ຢູ່​ຫວຽດ​ນາມ.

ໃນອະນາຄົດ, ອານເລ ມີແຜນການຈະຮ່ວມມືກັບບັນດານັກຖ່າຍພາບໄວໜຸ່ມ ແລະ ເປັນຂົວຕໍ່ເພື່ອໃຫ້ໄວ​ໜຸ່ມ​ທີ່​ມີພອນສະຫວັນຂອງຫວຽດນາມ ເຂົ້າເຖິງເວທີວົງ​ການ​ລະ​ດັບ​ໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.