ທິດທາງການພັດທະນາແບບຍືນຍົງຂອງເສດຖະກິດທະເລສະອາດ

15:43 | 22/11/2021

ຍສໝ - ຫວ່າງແລ້ວນີ້, ສະ​ຖາ​ບັນ​ເສດ​ຖະ​ກິດ​ຫວຽດ​ນາມ, ສະ​ຖາ​ບັນບັນດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ ຫົວ​ຂໍ້: “ເສດ​ຖະ​ກິດ​ທະ​ເລ​ສະ​ອາດ: ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ ແລະ ທິດ​ທາງການ​ພັດ​ທະ​ນາ​ແບບຍືນ​ຍົງ”.

ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022 ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022
ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ  ຄົບຮອບ 30 ປີ ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ ຄົບຮອບ 30 ປີ
ພາບປະກອບ: TTXVN
ພາບປະກອບ: TTXVN

ໃນກອງ​ປະຊຸມ, ບັນດາ​ນັກ​ຊ່ຽວຊານ​ໄດ້​ສະ​ເໜີ​ທິດ​ທາງ​ການ​ພັດທະນາ​ແບບຍືນ​ຍົງເສດ​ຖະ​ກິດ​ທະ​ເລ​ສະ​ອາດ ​ແນໃສ່ຄົ້ນຫາ​ທ່​າ​ແຮງ​ອັນຫຼວງຫຼາຍ​ທາງ​ດ້ານ​​ທີ່​ຕັ້ງ​ພູມ​ສາດ​ທີ່​ສະ​ດວກ​ທາງທະ​ເລ, ຊາຍຝັ່ງ​ທະ​ເລ​ທີ່ຍາວ​ກວ່າ 3.260 ກິ​ໂລ​ແມັດ​ກວມເອົາ 28 ​ແຂວງ, ນະຄອນ​ຕາມ​ລວງ​ຍາວ​ຂອງ​ປະ​ເທດດ້ວຍເນື້ອ​ທີ່​ທຳ​ມະ​ຊາດ 126.747 ກິ​ໂລ​ຕາ​ແມັດ, ອັດ​ຕາ​ສ່ວນ​ທີ່ດິນເຊື່ອມ​ຕໍ່​ຊາຍຝັ່ງ​ທະ​ເລຂອງ​ຫວຽດ​ນາມນອນ​ໃນ​ປະ​ເພດ​ທີ່​ສູງ​ເມື່ອ​ທຽບ​ກັບ​ທົ່ວ​ໂລກ. ບັນດາ​ແຂວງ, ນະ​ຄອນ​ແຄມ​ທະ​ເລ​ປະກອບສ່ວນ​ປະມານ 47-48% ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ (GDP) ຂອງທົ່ວ​ປະ​ເທດ, ​ໃນ​ນັ້ນ​ບັນດາ​ຂະ​ແໜງ​ເສດຖະກິດທາງ​ທະ​ເລ​ປະກອບສ່ວນ​ປະມານ 20-22% GDP. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຂະ​ບວນການ​ຂະ​ຫຍາຍ​ຕົວ, ຄຽງ​ຄູ່ກັບບັນດາ​ໝາກຜົນທີ່​ບັນລຸ​ໄດ້, ​ເສດຖະກິດ​ທາງ​ທະ​ເລ​ຂອງ​ປະ​ເທດ​ເຮົາ​ຍັງຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່ຕ່າງໆ​ທາງ​ດ້ານ​ສະພາບ​ແວດ​ລ້ອມ ​ແລະ ຊັບພະຍາກອນ​ທາງ​ທະ​ເລ, ການ​ປ່ຽນ​ແປງ​ສະ​ພາບ​ອາກາດ, ລະດັບ​ນ້ຳ​ທະ​ເລ ​ແລະ ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ.

ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດັ່ງກ່າວນີ້ ບັນດາ​ນັກ​ຊ່ຽວຊານ​ໄດ້​ເນັ້ນ​ໜັກ​ວ່າ ການ​ທີ່ຫວຽດນາມຕ້ອງ​ຄົ້ນຄວ້າສ້າງ ແລະ ປະ​ກາດ​ໃຊ້​ກອບ​ການ​ຈັດການບໍ​ລິ​ຫານ​ເພື່ອ​ຮັບ​ມື​ກັບ​ໄພພິບັດທາງ​ສິ່ງ​ແວດ​ລ້ອມ; ພ້ອມ​ກັບປະກາດ​ໃຊ້​ບັນດາ​ລະບຽບ​ການ​ສະ​ເພາະ ​ເພື່ອ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ມົນ​ລະ​ພິດສິ່ງ​ແວດ​ລ້ອມທາງ​ທະ​ເລ ​ແລະ ໝູ່​ເກາະ​ຢູ່​ເຂດແຄມ​ຝັ່ງທະ​ເລ; ກວດກາ, ຕິດຕາມ, ສະກັດກັ້ນຢ່າງທັນການ, ເປັນເຈົ້າການຮັບມືຜົນ​ໄດ້​ຮັບ​ກັບ​ບັນ​ຫາສິ່ງແວດລ້ອມທີ່ບໍ່​ຄາດ​ຄິດ, ຮັກ​ສາ​ຄວາມ​ສົມ​ດູນ​ລະ​ຫວ່າງຂຸດຄົ້ນ ແລະ ປົກ​ປັກຮັກສາຢ່າງ​ແທ້​ຈິງ​ໃນຄຸນຄ່າຕ່າງໆ​ທີ່ທະເລນຳ​ຄືນ​ມາ​ໃຫ້, ແກ້​ໄຂ ແລະ ສະ​ກັດ​ກັ້ນ​ບັນ​ຫາ​ຕ່າງໆ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍທາງທະເລ.

ຕ້ອງໃຫ້​ບຸລິມະສິດ​ແກ່​ການເປີດກວ້າງ​ລະ​ບົບ​ເຂດ​ອະນຸລັກ​ທະ​ເລ ​ແລະ ໝູ່​ເກາະ ​ເພື່ອ​ປະ​ດິດ​ສ້າງເປັນ​ເຂດພື້ນ​ທີ່​ສຳ​ຮອງ​​ໃນ​ໄລຍະ​ຍາວ; ພ້ອມ​ກັນ​ນັ້ນ, ກໍຊຸກຍູ້​ການ​ຮ່ວມ​ມື​ສາກົນ ​ແລະ ພາກ​ພື້ນ ​ແນ​ໃສ່ເພື່ອ​ແກ້​ໄຂ​ໂດ​ຍ​ສັນ​ຕິ​ຕໍ່ຄວາມ​ສ່ຽງຕ່າງໆ​ທີ່​ຂັດ​ແຍ້​ງຜົນ​ປະ​ໂຫຍດ​ມາ​ຈາກ​ທະ​ເລ. ນອກ​ຈາກ​ນັ້ນ, ຫວຽດນາມ ຄວນ​ມີ​ການ​ເຊື່ອນ​ຕໍ່​ປະ​ສານສົມທົບຮ່ວມແຂວງ, ຮ່ວມເຂດ ແລະ ຮ່ວມຂະ​ແໜງ​ການຢ່າງ​ແໜ້ນ​ແຟ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.