ຄູອາຈານຕ້ອງເປັນແບບຢ່າງເພື່ອໃຫ້ນັກສຶກສາປະຕິບັດຕາມ

06:18 | 19/11/2021

ເນື່ອງໃນໂອກາດວັນຄູຫວຽດນາມ (20 ພະຈິກ), ຕອນບ່າຍ ວັນທີ 17 ພະຈິກ, ສະຫາຍ ຫງວຽນຈ້ອງເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ໄປຢ້ຽມຢາມ ແລະອວຍພອນພະນັກງານ, ຄູອາຈານຂອງວິທະຍາຄານການເມືອງ (ກະຊວງປ້ອງກັນປະເທດ) ແລະວິທະຍາຄານການເມືອງຕໍາຫຼວດປະຊາຊົນ.

ມີ 64 ປຶ້ມເຂົ້າຮ່ວມແຂ່ງຂັນການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ ມີ 64 ປຶ້ມເຂົ້າຮ່ວມແຂ່ງຂັນການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ
ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ 5,7 ລ້ານ USD ເພື່ອປົກປ້ອງເດັກນ້ອຍ  ຕໍ່ການປ່ຽນແປງຂອງດິນຟ້າອາກາດ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ 5,7 ລ້ານ USD ເພື່ອປົກປ້ອງເດັກນ້ອຍ ຕໍ່ການປ່ຽນແປງຂອງດິນຟ້າອາກາດ
ຄູອາຈານຕ້ອງເປັນແບບຢ່າງເພື່ອໃຫ້ນັກສຶກສາປະຕິບັດຕາມ
ສະຫາຍ ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn

ທີ່ການຢ້ຽມຢາມ, ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ສົ່ງຄຳອວຍພອນອັນດີງາມເຖິງບັນດາຄູອາຈານຂອງສອງວິທະຍາຄານ. ເນັ້ນໜັກເຖິງບົດບາດຂອງ 2 ສູນບຳລຸງສ້າງ ແລະຄົ້ນຄວ້າສັງຄົມວິທະຍາຂອງກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນ, ໃນໄລຍະຈະມາເຖິງ, ສະຫາຍ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້: ຄະນະພັກ, ຄະນະຫົວໜ້າຂອງ 2 ກົມກອງສືບຕໍ່ຊາບຊຶມບັນດາມະຕິຂອງພັກວ່າດ້ວຍການສຶກສາ ແລະບຳລຸງສ້າງ; ສຸມໃສ່ກໍ່ສ້າງຖັນແຖວພະນັກງານການເມືອງໃຫ້ແກ່ກອງທັບປະຊາຊົນ, ຕໍາຫຼວດປະຊາຊົນເວົ້າສະເພາະ, ໃຫ້ພັກເວົ້າລວມ, ໃຫ້ມີຄຸນທາດດ້ານການເມືອງຢ່າງໝັ້ນແກ່ນ, ຈົງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນຢ່າງເດັດຂາດ. ສືບຕໍ່ຊາບຊຶມ ແລະປະຕິບັດຍຸດທະສາດການສຶກສາ-ບຳລຸງສ້າງຢ່າງມີປະສິດທິຜົນ, ປະຕິບັດພາລະບົດບາດ, ໜ້າທີ່ທີ່ວາງອອກໃຫ້ສຳເລັດຢ່າງມີໄຊ. ຖັນແຖວພະນັກງານ, ຄູອາຈານຕ້ອງເປັນແບບຢ່າງ ເພື່ອໃຫ້ນັກຮຽນ, ນັກສຶກສາປະຕິບັດຕາມ; ມີລະດັບວິຊາສະເພາະສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນຍຸກສະໄໝໃໝ່...

la.qdnd.vn

ເຫດການ
302 Found

Found

The document has moved here.