ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ 5,7 ລ້ານ USD ເພື່ອປົກປ້ອງເດັກນ້ອຍ ຕໍ່ການປ່ຽນແປງຂອງດິນຟ້າອາກາດ

19:07 | 18/11/2021

ຍສໝ - ຍີ່ປຸ່ນ ຈະ​ອຸປະຖຳ 5,7 ລ້ານ USD ​ເພື່ອປະກອບ​ຄວາມ​ຮູ້ ​ແລະ ທັກ​ສະ​ທີ່​ຈຳ​ເປັນໃນການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດໃຫ້ແກ່​ເດັກນ້ອຍຫວຽດນາມ, ຄອບຄົວ ​ແລະ ຊຸມ​ຊົນ​ເຂດພາກກາງ ແລະ ທົ່ງພຽງ​ແມ່​ນ້ຳຂອງ...

ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030 ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030
ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ
ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ 5,7 ລ້ານ USD ເພື່ອປົກປ້ອງເດັກນ້ອຍ  ຕໍ່ການປ່ຽນແປງຂອງດິນຟ້າອາກາດ
ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ 5,7 ລ້ານ USD ເພື່ອປົກປ້ອງເດັກນ້ອຍ ຕໍ່ການປ່ຽນແປງຂອງດິນຟ້າອາກາດ. ພາບ: sggp.org.vn

ວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ Takio Yamada ແລະ ທ່ານນາງ Rana Flowers, ຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍຂອງສະຫະປະຊາຊາດ (UNICEF) ປະຈຳ ຫວຽດນາມ ໄດ້ລົງນາມໃນເອກະສານທາງການແລກປ່ຽນ “ໂຄງການ ເພີ່ມທະວີຄວາມສາມາດໃນການຕ້ານທານໃຫ້ແກ່ເດັກນ້ອຍຕໍ່ກັບຄວາມສ່ຽງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ”.

ໂຄງການ ໂດຍ ລັດຖະບານ ຍີ່ປຸ່ນ ໜູນຊ່ວຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຜ່ານອົງການ UNICEF ປະຈຳ ຫວຽດນາມ ດ້ວຍມູນຄ່າທັງໝົດ 5,7 ລ້ານ USD ໄລຍະ 2021 – 2026. ເດັກນ້ອຍໄດ້ຮັບການກຳນົດວ່າເປັນຈຸດໃຈກາງຂອງໂຄງການ, ເພາະວ່ານີ້ແມ່ນເປົ້າໝາຍທີ່ມີຄວາມສ່ຽງທີ່ສຸດຕໍ່ກັບ​ດິນ​ຟ້າ​ອາ​ກາດ​.

ໂຄງການດັ່ງກ່າວຈະເພີ່ມທະວີກຳລັງຄວາມສາມາດກົດບັນຍັດ ເພື່ອຫນູນຊ່ວຍບັນດາກິດຈະກໍາຮັບມືກັບໄພພິບັດຂອງເດັກນ້ອຍ. ບັນດາຂໍ້ສະເໜີ, ໝາກຜົນຂອງໂຄງການແມ່ນໄດ້ອອກແບບເພື່ອຕອບສະໜອງຄວາມຕ້ອງການຂອງເດັກນ້ອຍຢ່າງມີປະສິດທິຜົນ, ສຸມໃສ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂພຊະນາການ, ນ້ຳສະອາດ ແລະ ສຸຂາພິບານ; ​ ປະກອບ​ຄວາມ​ຮູ້ ​ແລະ ທັກ​ສະ​ທີ່​ຈຳ​ເປັນໃຫ້​ແກ່ເດັກນ້ອຍ, ຄອບຄົວ ​ແລະ ຊຸມ​ຊົນ ​ເພື່ອ​ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ໄພ​ທຳ​ມະ​ຊາດ​ຢູ່​ພາກ​ກາງ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ໃນນັ້ນຖືເປັນສໍາຄັນ​ບັນດາ​ແຂວງ ຊອກຈັງ, ກ່າເມົາ, ບາກລຽວ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ນາງ Rana Flowers ​ໃຫ້​ຮູ້​ວ່າ: ອີງ​ຕາມ​ບົດ​ລາຍ​ງານ​ດັດຊະນີ​ຄວາມ​ສ່ຽງ​ດ້ານ​ດິນ​ຟ້າ​ອາກາດ​ຕໍ່​ເດັກນ້ອຍ​ທີ່​ອົງການ UNICEF ປະກາດ​ໃນ​ປີ 2021, ຢູ່ ຫວຽດນາມ, ເດັກນ້ອຍ ​ແລະ ໄວ​ໜຸ່ມ ເຊິ່ງເປັນກຸ່ມກໍລະນີ​ທີ່ມີຄວາມສ່ຽງຮັບຜົນກະທົບ​ສູງ​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ໄພ​ຂົ່ມຂູ່​ຕໍ່​ສຸຂະພາບ​ໂດຍ​ກົງ ແລະ ວິວັດການສຶກສາ. ໂດຍຜ່ານ​ໂຄງການ, ອົງການ UNICEF ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ພ້ອມກັບຄວາມມານະພະຍາຍາມໃນການ​​ຮັບປະກັນ​ໃຫ້​ເດັກ​ເຕີບ​ໃຫຍ່​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄພ, ສີຂຽວ ​ແລະ ສະອາດ.

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫງວຽນ​ຮ່ວາງ​ຮຽບ ຢືນຢັນ​ວ່າ: ​ເຫດການ​ລົງ​ນາມ​ໃນ​ຂໍ້ຕົກລົງການ​ໜູນ​ຊ່ວຍ​ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດແໜ້ນແຟ້ນ​ລະຫວ່າງ​ລັດຖະບານ ຍີ່ປຸ່ນ, ລັດຖະບານ ຫວຽດນາມ ​ແລະ UNICEP.

​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວັງ​ວ່າ ລັດຖະບານ ຍີ່ປຸ່ນ ​ແລະ ອົງການ UNICEF ຈະສືບ​ຕໍ່​ແລກປ່ຽນ​ບົດຮຽນ​ ພ້ອມກັນກໍ່ສ້າງ​ບັນດາ​ໂຄງການ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ ​ເພື່ອ​ເພີ່ມ​ທະວີ​ການ​ຕ້ານທານຂອງລະບົບ​ຄຸ້ມ​ຄອງ ​ແລະ ກິດກະກໍາປ້ອງກັນ, ຕ້ານ​ໄພພິບັດ.

ໄຊພອນ

ເຫດການ
302 Found

Found

The document has moved here.