World Vision ຫວຽດນາມ ສືບຕໍ່ໜູນຊ່ວຍຫວຽດນາມໃນການຕ້ານໂລກລະບາດ Covid-19

12:24 | 17/11/2021

ຍສໝ - World Vision ຫວຽດນາມ ແມ່ນໜຶ່ງໃນບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ໜູນຊ່ວຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນການປ້ອງກັນ ແລະ ຄວບຄຸມ COVID-19 ຂອງ ຫວຽດນາມ. ທ່ານນາງ ເທິນຖີ້ຮ່າ, ຜູ້ອຳນວຍການຝ່າຍບໍລິຫານບັນດາລາຍການ, ອົງການ World Vision ຫວຽດນາມ ໃຫ້ຮູ້ວ່າ: ອົງການຈັດຕັ້ງນີ້ ໄດ້ມີແຜນການໃນການສືບຕໍ່ມານະພະຍາຍາມກວ່າອີກ ໃນບັນດາການເຄື່ອນໄຫວໜູນຊ່ວຍດັ່ງກ່າວ.

ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19 ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19
​ທ່ານນາງປະທານ ຫງວຽນ​ເຟືອງ​ງາ ​ປຸກລະດົມ 4 ຂະບວນການແຂ່ງຂັນ ​ທ່ານນາງປະທານ ຫງວຽນ​ເຟືອງ​ງາ ​ປຸກລະດົມ 4 ຂະບວນການແຂ່ງຂັນ

ໃນການຕອບສໍາພາດຕໍ່ວາລະສານ ຍຸກສະໄໝ, ທ່ານນາງ ຮ່າ ໃຫ້ຮູ້ວ່າ:

ແຕ່ຕົ້ນປີ 2020 ມາຮອດປະຈຸບັນ, World Vision ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວຮັບມືສຸກເສີນຢູ່ 36 ໂຄງການເຂດຂຶ້ນກັບ 14 ແຂວງ, ນະຄອນ ເຊິ່ງອົງການນີ້ພວມໜູນຊ່ວຍບັນດາການເຄື່ອນໄຫວພັດທະນາ. ຫ້າເປົ້າໝາຍສະເພາະແມ່ນ:

ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ລວມມີ ສື່ໂຄສະນາເຜີຍແຜ່ເພື່ອໃຫ້ມີການປ່ຽນແປງການປະພຶດເພື່ອຮັກສາສຸຂະອະນາໄມ, ສື່ໂຄສະນາເຜີຍແຜ່ກ່ຽວກັບ ຫຼັກການ 5K ຂອງລັດຖະບານ (ໂດຍຜ່ານຮູບແບບຫຼາກຫຼາຍ ເຊັ່ນ: ໃບປິວ, ສື່ໂຄສະນາເຜີຍແຜ່ເຄື່ອນທີ່, ບັນດາບັ້ນການໂຄສະນາເຜີຍແຜ່ໃນຊຸມຊົນ) ແລະ ການໂຄສະນາເຜີຍແຜ່ເພື່ອຍົກສູງການຮັບຮູ້ກ່ຽວກັບວັກຊີນຕ້ານ COVID -19. ສະຫນັບສະຫນູນອຸປະກອນທາງການແພດ; ປັບປຸງແຫຼ່ງນ້ຳສະອາດ, ຕັ້ງອ່າງລ້າງມືຢູ່ໂຮງຮຽນ ແລະ ບັນດາສະຖານທີ່ສາທາລະນະ.

World Vision ຫວຽດນາມ ສືບຕໍ່ໜູນຊ່ວຍຫວຽດນາມໃນການຕ້ານໂລກລະບາດ Covid 19
ທ່ານນາງ ເທີນຖີ້ຮ່າ ໃນການເຄື່ອນໄຫວໜຶ່ງຂອງ World Vision ຫວຽດນາມ.

ສະໜອງສະບຽງອາຫານ, ທັນຍາຫານ, ກິດຈະກຳການທຳມາຫາກິນດຳລົງຊີວິດໄລຍະສັ້ນ (ແນວພັນຜັກ, ໄກ່, ເປັດ, ແບ້...) ໃຫ້ແກ່ບັນດາຄອບຄົວທີ່ໄດ້ຮັບຜົນກະທົບອັນໜັກໜ່ວງຈາກການລະບາດຂອງພະຍາດ ແລະ ຂົນຂວາຍນະໂຍບາຍເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເດັກນ້ອຍ ເພື່ອຫຼີກລ່ຽງບັນດາຄວາມສ່ຽງຂອງຄວາມຮຸນແຮງ ແລະກໍ່ຄວາມເສຍຫາຍ ໃນລະດູການລະບາດ.

ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19 ຢູ່ ຫວຽດນາມ, World Vision ຫວຽດນາມ ກໍ່ຄຽງບ່າຄຽງໄລ່ກັບບັນດາທ້ອງຖິ່ນຢູ່ນອກເຂດປະຕິບັດງານຂອງອົງການຜ່ານບັນດາບ້ວງໜູນຊ່ວຍສຸກເສີນໃຫ້ແກ່ປະຊາຊົນ, ພະນັກງານສາທາລະນະສຸກ ແລະ ພະນັກງານບໍລິການຢູ່ດ່ານໜ້າຢູ່ບັນດາເຂດແຍກຕົວ ຢູ່ ແຂວງ ດ້ຽນບຽນ, ບັກນິງ, ເມືອງ 12 (ນະຄອນ ໂຮ່ຈີມິນ), ນະຄອນ ຖຸດຶກ (ນະຄອນ ໂຮ່ຈີມິນ), ເມືອງ 4 (ນະຄອນ ໂຮ່ຈີມິນ), ເກິ່ນເທີ ແລະ ດົ່ງນາຍ. ບັນດາບ້ວງການຊ່ວຍເຫຼືອສຸກເສີນລວມມີ ຜ້າອັດປາກທາງການແພດ, ນໍ້າຢາຂ້າເຊື້ອພະຍາດ ແລະ ຊຸດນຸ່ງປ້ອງກັນພະຍາດ.

ພ້ອມກັບການອຸປະຖຳຂອງທ່ານ Kim Bongjin - ຜູ້ກໍ່ຕັ້ງ ທັງເປັນປະທານບໍລິສັດ Woowa Brothers (ບໍລິສັດນາໆຊາດທີ່ເປັນເຈົ້າຂອງແອັບສົ່ງອາຫານ BAEMIN ຢູ່ ຫວຽດນາມ), World Vision ຫວຽດນາມ ໄດ້ໜູນຊ່ວຍ 20 ຕື້ດົ່ງໃຫ້ແກ່ກອງທຶນວັກຊິນ COVID-19 ໂດຍ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ.

ຍອດມູນຄ່າການເຄື່ອນໄຫວໜູນຊ່ວຍສຸກເສີນທັງໝົດເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງກ່າວ ແມ່ນເກືອບ 66 ຕື້ດົ່ງ (2.894.152 USD) ດ້ວຍຍອດຈຳນວນຜູ້ໄດ້ຮັບຜົນປະໂຫຍດປະມານ 1 ລ້ານກວ່າຄົນ, ໃນນັ້ນມີ ເດັກນ້ອຍ 580.000 ກວ່າຄົນ.

ຮຽນທ່ານນາງ, ແຜນການ ຂອງ World Vision ຫວຽດນາມ ກ່ຽວກັບກິດຈະກໍານີ້ໃນໄລຍະຈະມາເຖິງມີຄືແນວໃດ?

ໃນປີການເງິນ 2022 ທີ່ຈະມາເຖິງ , ພວກຂ້າພະເຈົ້າຈະສືບຕໍ່ໜູນຊ່ວຍບັນດາບໍລິເວນພາຍໃນຂອບເຂດຂອງຕົນໂດຍຜ່ານບັນດາກິດຈະກໍາດັ່ງກ່າວ. ພິເສດ, ພວກຂ້າພະເຈົ້າສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວຟື້ນຟູຊີວິດການເປັນຢູ່ພາຍຫຼັງພະຍາດລະບາດ.

World Vision ຫວຽດນາມ ສືບຕໍ່ໜູນຊ່ວຍຫວຽດນາມໃນການຕ້ານໂລກລະບາດ Covid 19
World Vision ຫວຽດນາມ ມອບຂອງຂວັນໃຫ້ແກ່ເມືອງ 12 (ນະຄອນ ໂຮ່ຈີມິນ) ໃນເດືອນ ກໍລະກົດ 2021.

ໃນຖານະເປັນຕົວແທນຂອງອົງການບໍ່ຂຶ້ນກັບລັດຖະບານໜຶ່ງ ຢູ່ຫວຽດນາມ, ທ່ານນາງມີຄຳສະເໜີແນວໃດເພື່ອໃຫ້ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢູ່ຫວຽດນາມ ມີປະສິດທິຜົນກວ່າອີກ?

ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ມານະພະຍາຍາມຢ່າງຕັ້ງໜ້າໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຮັບໝາກຜົນດີຫຼາຍຢ່າງໃນການແຜ່ລະບາດຂອງພະຍາດ ຮອບທີ 1, 2, 3. ແຕ່ເຖິງຢ່າງໃດກໍຕາມ, ດ້ວຍການລະບາດ ແລະການແຜ່ລາມຢ່າງແຮງຂອງສາຍ ພັນ Delta ໃນຮອບທີ 4 ນີ້, ພວກຂ້າພະເຈົ້າ ຂໍແບ່ງປັນຄໍາສະເໜີແນະຈຳນວນໜຶ່ງດັ່ງຕໍ່ໄປນີ້:

ນອກຈາກການສືບຕໍ່ນຳໃຊ້ບັນດາມາດຕະການປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ຢ່າງມີປະສິດທິຜົນແລ້ວ, ພວກເຮົາຕ້ອງຍູ້ໄວບັ້ນການສັກວັກຊິນເພື່ອບັນລຸການຕ້ານທານຕໍ່ພະຍາດພາຍໃນຊຸມຊົນໃນທົ່ວປະເທດໂດຍໄວ. ວິວັດການນີ້ຕ້ອງໃຫ້ຄວາມບູລິມະສິດຕໍ່ບັນດາເປົ້າໝາຍເຊິ່ງເປັນຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດເຊັ່ນ: ປະຊາຊົນທີ່ອາໄສຢູ່ເຂດລະບາດ, ຜູ້ອາຍຸສູງ, ຄົນທີ່ເປັນພະຍາດປະຈຳຕົວ, ຄົນທຸກຍາກ ແລະ ຄົນງານທີ່ເຮັດວຽກເສລີ.

ຈໍາເປັນຕ້ອງມີການສໍາຫຼວດຢ່າງລະມັດລະວັງກ່ຽວກັບຜົນກະທົບທາງລົບຂອງພະຍາດລະບາດໂຄວິດ-19 ຕໍ່ບັນດາເປົ້າໝາຍເຊິ່ງເປັນຜູ້ທີ່ມີຄວາມສ່ຽງສູງເຊັ່ນ: ເດັກນ້ອຍ ແລະ ຜູ້ທຸກຍາກ ເພື່ອຜ່ານນັ້ນ ຈະມີແຜນການໜູນຊ່ວຍ, ການແຊກເຂົ້າທີ່ມີປະສິດທິຜົນ ແລະ ຍືນຍົງໃນໄລຍະຕໍ່ໄປ.

ຄຽງຂ້າງນັ້ນ, ກໍ່ຕ້ອງມີການຈັດຕັ້ງປະຕິບັດຢ່າງມີກົນໄກ, ເປັນລະບົບ ແລະ ມີບຸກຄະລາກອນເພື່ອໜູນຊ່ວຍດ້ານສຸຂະພາບຈິດ ບໍ່ພຽງແຕ່ສຳລັບບັນດາຜູ້ຕິດພະຍາດໂຄວິດ-19 ເທົ່ານັ້ນ, ຫາກຍັງໃຫ້ຜູ້ທີ່ປະຕິບັດການແຍກໂຕຢູ່ເຮືອນເປັນເວລາດົນນຳອີກ.

ຂໍຂອບໃຈທ່ານນາງ!

ໄຊພອນ

ເຫດການ
302 Found

Found

The document has moved here.