ສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳມະນາປະຈຳປີ ກ່ຽວກັບ “ຕຳຫຼວດສະຫະປະຊາຊາດ”

18:07 | 15/11/2021

ຍສໝ - ຫວ່າງແລ້ວນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ການສຳມະນາ ປະຈຳ​ປີ​ ກ່ຽວ​ກັບ​ຕຳຫຼວດ​ອົງການ​ສະຫະ​ປະຊາ​ຊາດ, ​ໂດຍ​ສຸມ​ໃສ່​ຫົວ​ຂໍ້ "ການ​ປະກອບສ່ວນ​ຂອງ​ກຳລັງ​ຕຳຫຼວດ ​ອົງການ​ສະຫະ​ປະຊາ​ຊາດ​ ສຳຫຼັບລາຍການ​ແມ່ຍິງ, ສັນຕິພາບ, ຄວາມ​ໝັ້ນຄົງ".

ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳມະນາປະຈຳປີ ກ່ຽວກັບ “ຕຳຫຼວດສະຫະປະຊາຊາດ”
ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິງ​ກູຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ. (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ການ​ກອງປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິງ​ກູຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ ສືບ​ຕໍ່​ແມ່ນ​ເຄື່ອງ​ມື​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ ​ແລະ ຢືນຢັນ​ການສະໜັບສະໜູນ​ວຽກ​ງານ​ຮັກສາ​ສັນຕິພາບຂອງຫວຽດນາມ ເວົ້າລວມ ​ແລະ ຂອງຕຳຫຼວດສະຫະປະຊາຊາດ ເວົ້າສະເພາະ. ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິງ​ກູຍ ກໍ່​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສະຫະ​ປະຊາ​ຊາດເພດ​ຍິງ ​ ກໍ່​ຄື​ ກຳລັງ​ຮັກສາ​ສັນຕິພາບ​ເພດ​ຍິງ, ປະກອບສ່ວນ​ເພີ່ມທະວີ​ປະສິດທິ​ຜົນ ​ແລະ ການເຄື່ອນໄຫວຂອງບັນດາຝ່າຍ, ຄວາມເຊື່ອຖື ​ແລະ ຄວາມ​ສາມາດ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ, ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ​ຄວາມ​ສະຫງົບ, ຍ້ອນແນວນັ້ນ ຄວນ​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ແຫຼ່ງກຳລັງ​ ເພື່ອສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ໃນການປະຕິບັດງານຮັກສາສັນຕິພາບ.

ນອກຈາກ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິງ​ກູຍ ​ກໍ່ໄດ້​ແຈ້ງ​ໃຫ້​ປະຊາ​ຄົມ​​ສາກົນຊາບກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງຫວຽດນາມ ​ໃນ​ການ​ປະຕິບັດ​ຂໍ້​ລິ​ເລີ່​ມ A4P, A4P+, ​ໂຄງການ​ຂອງ​ແມ່ຍິງ, ສັນຕິພາບ, ສະຖຽນ​ລະ​ພາບ, ​ໃນ​ນັ້ນ​ຖືເປັນສຳຄັນການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ ແລະ ​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ ໃນການປະກອບສ່ວນ​ເຂົ້າໃນການ​​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ, ຮັບປະກັນ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ການ​ຮັກສາ ​ແລະ ສ້າງ​ຄວາມສັນຕິພາບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.