ສະຫະປະຊາຊາດຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ

20:10 | 24/02/2022

ຫວຽດນາມ ໄດ້ຈັດສົ່ງນາຍທະຫານເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດນັບແຕ່ປີ 2014 ແລະ ນັບແຕ່ນັ້ນມາ, ຍາມໃດກໍ່ໄດ້ປະກອບສ່ວນຕັ້ງໜ້າຫຼາຍຢ່າງໃນຂົງເຂດນີ້.

ການປະກອບສ່ວນຂອງຫວຽດນາມໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໄດ້ຮັບການຕີລາຄາສູງ ການປະກອບສ່ວນຂອງຫວຽດນາມໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໄດ້ຮັບການຕີລາຄາສູງ
ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ
ສະຫະປະຊາຊາດຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ

ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຮັບຜິດຊອບບັນດາການເຄື່ອນໄຫວສັນຕິພາບ Jean Pierre Lacroix (ພາບ: AP)

ວັນທີ 21 ກຸມພາ, ເນື່ອງໃນໂອກາດສະຫະປະຊາຊາດ ປຸກລະດົມໂຄງການສື່ມວນຊົນສາກົນ ດ້ວຍຫົວຂໍ້ “ຮັກສາສັນຕິພາບ - ພາລະໜ້າທີ່ ແລະ ການເສຍສະຫຼະ” ເພື່ອແນໃສ່ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນບັນດາປະເທດທີ່ໄດ້ຈັດສົ່ງນາຍທະຫານເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ໃນຊຸມປີຜ່ານມາ, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຮັບຜິດຊອບບັນດາການເຄື່ອນໄຫວສັນຕິພາບ Jean Pierre Lacroix ໄດ້ຂອບໃຈ ຫວຽດນາມ ກ່ຽວກັບການສະໜັບສະໜູນຢ່າງແຮງຕໍ່ບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ທ່ານ Lacroix ເນັ້ນໜັກວ່າ ຫວຽດນາມ ໄດ້ຈັດສົ່ງນາຍທະຫານເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດນັບແຕ່ປີ 2014 ແລະ ນັບແຕ່ນັ້ນມາ, ຍາມໃດກໍ່ໄດ້ປະກອບສ່ວນຕັ້ງໜ້າຫຼາຍຢ່າງໃນຂົງເຂດນີ້. ເປັນຄັ້ງທຳອິດ ຫວຽດນາມ ຜັນຂະຫຍາຍໂຮງໝໍກາງສະໜາມ ຂັ້ນ 2 ໃຫ້ແກ່ຄະນະປະຕິບັດງານສະຫະປະຊາຊາດຢູ່ ຊູດັງໃຕ້ (UNMISS) ໃນເດືອນ ຕຸລາ 2018. ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງທາຍທະຫານ 75 ຄົນ (ໃນນັ້ນມີແມ່ຍິງ 16 ຄົນ) ແລະ ຢືນອັນດັບທີ 62 ໃນຈຳນວນບັນດາປະເທດສະມາຊິກສະຫະປະຊາຊາດ ກ່ຽວກັບຈຳນວນນາຍທະຫານເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ.

ທ່ານຮອງເລຂາທິການໃຫຍ່ Lacroix ຕີລາຄາສູງລັກສະນະເປັນມືຊີບ, ຄວາມສຸດຈິດສຸດໃຈ, ການເສຍສະຫຼະຂອງບັນດານາຍທະຫານ ຫວຽດນາມ ເມື່ອຕ້ອງປະຕິບັດໜ້າທີ່ໃນສະພາບແວດລ້ອມທີ່ປະສົບກັບຄວາມຫຍຸ້ງຍາກ, ພ້ອມທັງສະແດງຄວາມໂສກເສົ້າເສຍດາຍ ພັນໂທ ໂດ້ແອັງ, ຜູ້ທີ່ເສຍສະຫຼະຊີວິດໃນຕົ້ນປີ 2022 ໃນຂະນະພວມປະຕິບັດງານຢູ່ສະຫະປະຊາຊາດ ປະຈຳ ສ.ອາຟະລິກາກາງ.

ປະຈຸບັນ, ບັນດານາຍທະຫານ ຫວຽດນາມ ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານສະຫະປະຊາຊາດ ປະຈຳ ຊູດັງໃຕ້ ແລະ ສ.ອາຟະລິກາກາງ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຈະຈັດສົ່ງນາຍທະຫານເຂົ້າຮ່ວມໜ້າທີ່ໃນກຳລັງປ້ອງກັນຄວາມສະຫງົບຊົ່ວຄາວຂອງສະຫະປະຊາຊາດ ປະຈຳ Abye, ເຊິ່ງແມ່ນເຂດທີ່ມີການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້ ໂດຍໄວ.

​vovworld.vn

ທ່ານອາດຈະມັກ

302 Found

Found

The document has moved here.