ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ

16:09 | 14/04/2021

ຍສໝ - ໃນໄລຍະກອງປະຊຸມຖ່າຍທອດສົດຂອງສະພາຄວາມໝັ້ນຄົງ ກ່ຽວກັບເຂດພາກພື້ນທີ່ມີບັນດາໜອງໃຫຍ່ ໃນອາຟຣິກກາ, ຫວຽດນາມ ໄດ້ຢືນຢັນການສະໜັບສະໜູນຍຸດທະສາດຂອງສະຫະປະຊາຊາດ ໃນການໜູນຊ່ວຍຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນນີ້.

ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ໃນວັນທີ 12 ເມສານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຖ່າຍທອດສົດ ກ່ຽວກັບສະຖານະການຂອງຂົງເຂດພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ. ທີ່ກອງປະຊຸມດັ່ງກ່າວນີ້, ຫວຽດນາມ ໄດ້ຢັ້ງຢືນການສະໜັບສະໜູນຍຸດທະສາດຂອງສະຫະປະຊາຊາດ ໃນການໜູນຊ່ວຍຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນພາກພື້ນທີ່ມີບັນດາໜອງໃຫຍ່ ຢູ່ ອາຟຼິກກາ.

ທູດພິເສດຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ປະຈຳ ພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ - ທ່ານ Huang Xia ໄດ້ສະເໜີບົດລາຍງານການກຳນົດເວລາຫົກເດືອນ ກ່ຽວກັບການຈັດຕັ້ງປະຕິບັດສັນຍາສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືສຳລັບສາທາລະນະລັດປະຊາທິປະໄຕກົງໂກ ແລະ ພາກພື້ນ.

ກ່ຽວກັບສະພາບເສດຖະກິດ - ສັງຄົມ, ທ່ານ Huang Xia ໃຫ້ຫູ້ວ່າ ສະພາບພາກພື້ນທີ່ມີບັນດາໜອງໃຫຍ່ຢູ່ອາຟຼິກກາຖືກຮັບຜົນກະທົບຢ່າງຮ້າຍແຮງຈາກ COVID-19, ເຖິງແມ່ນວ່າມີຄົນຕິດພະຍາດ COVID-19 ໃນທັງໝົດ 13 ປະເທດໃນພາກພື້ນໃນປະຈຸບັນມີເກືອບ 2 ລ້ານຄົນ ແລະ ບັນດາປະເທດໄດ້ມີມາດຕະການປ້ອງກັນລ່ວງໜ້າເປັນຕົ້ນມາ.

ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ
ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ - ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳ ສະຫະປະຊາຊາດ. (ພາບ: vietnamplus)

ທ່ານທູດພິເສດ Huang Xia ໄດ້ແຈ້ງໃຫ້ຊາບຕື່ມກ່ຽວກັບແຜນການ ທີ່ຈະນຳໃຊ້ຍຸດທະສາດຂອງສະຫະປະຊາຊາດ ເພື່ອຊ່ວຍໃນການເສີມສ້າງສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ດ້ວຍວິໄສທັດໃນ 10 ປີຂ້າງໜ້າ. ຍຸດທະສາດນີ້ໄດ້ຮັບການອະນຸມັດຈາກເລຂາທິການໃຫຍ່ໃນເດືອນຕຸລາປີ 2020 ແລະອົງການທີ່ກ່ຽວຂ້ອງຂອງສະຫະປະຊາຊາດ ໃນປະຈຸບັນກຳລັງເຮັດວຽກຮ່ວມກັນ ເພື່ອສ້າງແຜນປະຕິບັດງານສະເພາະໃນການຈັດຕັ້ງປະຕິບັດ.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ເປັນປະທານກອງປະຊຸມຄັ້ງນີ້ ດ້ວຍຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງ ໃນເດືອນເມສາປີ 2021.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ໄດ້ສະແດງຄວາມຍິນດີຕໍ່ຄວາມມານະພະຍາຍາມ ເພີ່ມທະວີຄວາມສາມັກຄີ, ການຮ່ວມມືຂອງບັນດາປະເທດ ໃນພາກພື້ນທີ່ມີບັນດາໜອງໃຫຍ່ໃນອາຟຣິກກາ; ແຕ່ວ່າ ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ໄດ້ແບ່ງປັນຄວາມກັງວົນທົ່ວໄປຂອງສະພາຄວາມໝັ້ນຄົງ ກ່ຽວກັບຄວາມບໍ່ໝັ້ນຄົງ ແລະ ສະຖານະການດ້ານມະນຸດສະທຳທີ່ຫຍຸ້ງຍາກ.

ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ໄດ້ເນັ້ນໜັກເຖິງ 3 ຈຸດສຸມເພື່ອຮັບປະກັນສັນຕິພາບ ແລະ ການພັດທະນາແບບຍືນຍົງສຳລັບພາກພື້ນ, ໃນນັ້ນມີ: ສືບຕໍ່ຊຸກຍູ້ການຮ່ວມມືໃນພາກພື້ນ, ຊຸກຍູ້ການແກ້ໄຂບັນດາສາຍເຫດທີ່ເກີດຂຶ້ນຄວາມຂັດແຍ້ງ ແລະ ເພີ່ມທະວີການສະໜັບສະໜູນຈາກປະຊາຄົມສາກົນ.

ສັນຍາສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນປີ 2013 ໄດ້ຖືກເຊັນໂດຍ 13 ປະເທດໃນພາກພື້ນບັນດາໜອງໃຫຍ່ໃນອາຟຣິກກາ ເພື່ອຮ່ວມມືກັນໃນການຮັກສາສັນຕິພາບ ໃນສາທາລະນະລັດປະຊາທິປະໄຕກົງໂກ ແລະ ພາກພື້ນ.

ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ “ການຕໍ່ສູ້ກັບ COVID-19 ແມ່ນສົງຄາມບໍ່ແມ່ນບັນຫາສ່ວນຕົວ”, ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແລະ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອສະກັດກັ້ນໂລກລະບາດ.

ຫວຽດນາມ ໄດ້ຮຽກຮ້ອງຄວາມສາມັກຄີ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ໃນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ ຫວຽດນາມ ໄດ້ຮຽກຮ້ອງຄວາມສາມັກຄີ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ໃນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະຖານະການຂອງເຂດ Sahel ໃນອາຟຣິກາໃນ​ໄລຍະຫວ່າງແລ້ວນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.