ຫວຽດນາມ ສະແດງຄວາມກັງວົນ ກ່ຽວກັບການສືບຕໍ່ຂະຫຍາຍບັນດາເຂດຕັ້ງຖິ່ນຖານ ຢູ່ເຂດແຄມຝັ່ງຕາເວັນຕົກຂອງອິດສະຣາແອນ

17:03 | 14/11/2021

ຍສໝ - ຫວ່າງແລ້ວນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຟັງ ​ທ່ານ​ນາງ Lynn Hastings, ຮອງ​ຜູ້​ປະສານ​ງານ​ພິ​ເສດ ​ຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບວິວັດການ​ສັນຕິພາບ​ຕາ​ເວັນ​ອອກ​ກາງ ​ລາຍ​ງານ​ອັບເດດ​ກ່ຽວ​ກັບ​ບັນດາແຈ້ງການ​​ຂອງ​ອິດສະຣາ​ແອນ ໃນຫວ່າງ​ມໍ່ໆ​ມາ​ນີ້. .

ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ຢູ່ ກອງ​ປະ​ຊຸມ ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ດີ​ຈີ​ຕອນ ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ຢູ່ ກອງ​ປະ​ຊຸມ ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ດີ​ຈີ​ຕອນ
ຫວຽດ​ນາມ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕິດ​ຕາມ​ບັນ​ດາ​ການ​ຜັນ​ແປ​ຢູ່​ໂຊ​ມາ​ລີ ຫວຽດ​ນາມ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕິດ​ຕາມ​ບັນ​ດາ​ການ​ຜັນ​ແປ​ຢູ່​ໂຊ​ມາ​ລີ
ຫວຽດນາມ ສະແດງຄວາມກັງວົນ ກ່ຽວກັບການສືບຕໍ່ຂະຫຍາຍບັນດາເຂດຕັ້ງຖິ່ນຖານ ຢູ່ເຂດແຄມຝັ່ງຕາເວັນຕົກຂອງອິດສະຣາແອນ

ຫວຽດນາມ ສະແດງຄວາມກັງວົນ ກ່ຽວກັບການສືບຕໍ່ຂະຫຍາຍບັນດາເຂດຕັ້ງຖິ່ນຖານ ຢູ່ເຂດແຄມຝັ່ງຕາເວັນຕົກຂອງອິດສະຣາແອນ. (ພາບ: TTXVN)

ຕາມ​ການ​ລາຍ​ງານ, ອິສຣາ​ແອນ​ໄດ້​ຜ່ານ​ແຜນການ​ ສ້າງ​ບ່ອນ​ຕັ້ງ​ຖິ່ນ​ຖານ​ໃໝ່ ​ຫຼາຍ​ກວ່າ 3.000 ​ແຫ່ງ​ຢູ່​ເຂດແຄມຝັ່ງ​ຕາ​ເວັນ​ຕົກ​ ​ແລະ ອິດສະຣາ​ແອນ ນຳລາຍຊື່​ອົງການບໍ່ຂຶ້ນກັບລັດຖະບານ 6 ​ແຫ່ງ​ຂອງ​ປາ​ແລັດສະຕິນ ເຂົ້າໃນບັນຊີລາຍຊື່ບັນດາ​ອົງການ​ກໍ່​ການ​ຮ້າຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິ່ງ​ກຸຍ ​ເນັ້ນ​ໜັກຫຼັກໝັ້ນ​ຂອງ ຫວຽດນາມ ວ່າ ຫວຽດນາມຄັດຄ້ານການ​ກະທຳ​ກໍ່​ການ​ຮ້າຍ​ໃນ​ທຸກ​ຮູບ​ການ, ພ້ອມທັງ​ເນັ້ນ​ໜັກ​ວ່າ ການ​ກຳນົດ​ອົງການ​ຈັດ​ຕັ້ງໜຶ່ງ ​ເປັນອົງການ​ກໍ່​ການ​ຮ້າຍ ​ຄວນ​ອີງ​ໃສ່​ຫຼັກ​ຖານ​ທີ່​ຈະ​ແຈ້ງ ​ແລະ ​ໜ້າ​ເຊື່ອ​ຖື ​ເພາະວ່າ​ການ​ຕັດສິນ​ດັ່ງກ່າວ ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ ສຳຫຼັບ​ບໍ່​ພຽງ​ແຕ່​ຕໍ່​ອົງການນັ້ນ​​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຕໍ່​ທັງພະນັກງານ​ ກໍ່ຄື​ປະຊາ​ຄົມ​ປາ​ແລັດ​ສະ​ຕິນ ທີ່ມີສ່ວນກ່ຽວຂ້ອງນຳອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິງ​ກູຍ, ຫົວໜ້າ​ຄະນະ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່ເລ່ືອງ ອິດສະຣາ​ແອນ ​ສືບ​ຕໍ່​ຂະຫຍາຍບັນດາເຂດ​ຕັ້ງ​ຖິ່ນ​ຖານ ​ຢູ່ເຂດແຄມຝັ່ງ​ຕາ​ເວັນ​ຕົກ​ຂອງອິດສະຣາ​ແອນ, ​ໃນ​ນັ້ນ​ມີ Jerusalem ຕາ​ເວັນ​ອອກ, ຢືນຢັນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ນີ້​ ແມ່ນ​ຜິດ​ກົດໝາຍ​ສາກົນ ​ແລະ ເຮັດໃຫ້​ຄວາມມຸ່ງ​ຫວັງ​ທີ່ຈະບັນລຸໄດ້ວິທີການແກ້ໄຂຂອງ​ສອງ​ລັດຖືກຫຼຸດລົງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.