ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ຢູ່ ກອງ​ປະ​ຊຸມ ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ດີ​ຈີ​ຕອນ

14:12 | 30/03/2021

ຍ​ສ​ໝ - ລັດ​ຖະ​ບານ​ຫວຽດ​ນາມ​ຍາ​ມ​ໃດ​ກໍ່​ຖື​ມະ​ນຸດ​ແມ່ນ​ກຳ​ລັງ​ໜູນ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ເນັ້ນ​ໜັກ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 59 ຂອງ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ສັງ​ຄົມ​ຂອງ ສ​ປ​ຊ. 

ຫວຽດ ນາມ ແບ ງ ປ ນ ບ ດ ຮຽນ ຢ ກອງ ປະ ຊ ມ ຂອງ ສະ ຫະ ປະ ຊາ ຊາດ ກ ຽວ ກ ບ ເຕ ກ ໂນ ໂລ ຢ ດ ຈ ຕອນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ສ​ປ​ຊ: ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ກຳ​ລັງ​ແຮງທາງ​ການ​ທູດ
ຫວຽດ ນາມ ແບ ງ ປ ນ ບ ດ ຮຽນ ຢ ກອງ ປະ ຊ ມ ຂອງ ສະ ຫະ ປະ ຊາ ຊາດ ກ ຽວ ກ ບ ເຕ ກ ໂນ ໂລ ຢ ດ ຈ ຕອນ ຫວຽດນາມສະໜັບສະໜູນບົດບາດຂອງສູນທາງ​ທິດໃຕ້ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດພວມພັດທະນາ
ຫວຽດ ນາມ ແບ ງ ປ ນ ບ ດ ຮຽນ ຢ ກອງ ປະ ຊ ມ ຂອງ ສະ ຫະ ປະ ຊາ ຊາດ ກ ຽວ ກ ບ ເຕ ກ ໂນ ໂລ ຢ ດ ຈ ຕອນ
ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ທາງ​ອອນ​ລາຍ​ໃນ​ລະ​ຫວ່າງວັນ​ທີ 8 – 17 ກຸມ​ພາ​ດ້ວຍ​ຫົວ​ຂໍ້​ວ່າ “ຫັນໄປສູ່ຄວາມສະເໝີພາບສັງຄົມ ມຸ່ງໄປເຖິງການພັດທະນາແບບຍືນຍົງ: ບົດບາດຂອງເຕັກໂນໂລຢີດີຈີຕອນ ຕໍ່ການພັດທະນາສັງຄົມ ແລະ ສະຫວັດດິການ ໃຫ້ແກ່ໝົດທຸກຄົນ”

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ Volkan Bozkir ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ະ​ຫະ​ປະ​ຊາ​ຊາດ ເນັ້ນ​ໜັກ​ວ່າ ປີ 2020 ໄດ້​ຮັບ​ຖື​ວ່າ​ແມ່ນ​ປີ​ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ “ທົດ​ສະ​ຫວັດ​ການ​ກະ​ທຳ” ເພື່ອ​ຍູ້​ໄວ​ໂຄງ​ການ​ດຳ​ເນີນ​ງານ 2030, ແຕ່​ໂລກ​ພັດ​ປະ​ເຊີນ​ໜ້າ​ກັບ​ການ​ຫຼຸດ​ນ້ອຍ​ຖອຍ​ລົງ​​ໃຫຍ່ຫຼວງ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມນັບ​ແຕ່​ເວ​ລາ ເລີ່ມ​ຕົ້ນ​ສົງ​ການ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ໄປ. ທ່ານ Bozkir ຖື​ວ່າ ຕ້ອງ​ບຸ​ລິ​ມະ​ສິດ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຕົ້ນ​ກຳ​ເນີດ​ຂອງ​ການ​ຂາດ​ຄວາມ​ສະ​ເໝີ​ພາບ, ສະ​ເໜີ​ໃຫ້​ລະ​ບົບ​ພັດ​ທະ​ນາ ​ສ​ປ​ຊ ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ຟື້ນ​ຟູ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເປັນ​ໃຈ​ກາງ ແລະ ບັນ​ດາ​ນະ​ໂຍ​ບາຍ​ສັງ​ຄົມ​ທີ່​ຕ້ອງ​ຄິດ​ໄລ່​ເຖິງ​ຄື​ບັນ​ດາ​ຄວາມ​ຕ້ອງ​ການ​ລະ​ອຽດ​ຂອງ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່.

ສ່ວນ​ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການຍາດແຍ່ງໂອກາດຈາກບັນດາຜົນສຳເລັດຂອງເຕັກໂນໂລຢີດີຈີຕອນ ແລະ ການຫຼຸດຜ່ອນບັນດາຜົນກະທົບທີ່ບໍດີຂອງມັນ ຈະຊ່ວຍຍູ້ໄວການປະຕິບັດໂຄງການດຳເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ. ເພື່ອປະຕິບັດໄດ້ສິ່ງນີ້, ທ່ານ ດັ້ງດິ່ງກຸ໊ຍ ຖືວ່າຄວນເອົາໃຈໃສ່ຕໍ່ບັນຫາການສຶກສາ ແລະ ບຳລຸງສ້າງທັກສະວິທະຍາສາດເຕັກໂນໂລຢີ. ບັນດາລັດຖະບານ ຄວນລົງທຶນເຂົ້າບັນດາພື້ນຖານໂຄງລ່າງເຕັກໂນໂລຢີດີຈີຕອນ, ສະໜອງການບໍລິການດ້ວຍລາຄາທີ່ເໝາະສົມ, ເປັນຕົ້ນແມ່ນໃຫ້ແກ່ເຂດຫ່າງໄກສອກຫຼີກ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຄວນສືບຕໍ່ຊຸກຍູ້ການຮ່ວມມືສາກົນ, ຮຽກຮ້ອງໃຫ້ບັນດາປະເທດພັດທະນາປະຕິບັດຄຳໝັ້ນສັນຍາໜູນຊ່ວຍການພັດທະນາຢ່າງເປັນທາງການ, ບັນລຸໄດ້ເປົ້າໝາຍ ສະຫງວນ 7% ຍອດລາຍຮັບທົ່ວປະເທດໃຫ້ແກ່ການໜູນຊ່ວຍພັດທະນາບັນດາປະເທດພວມພັດທະນາຢ່າງເປັນທາງການ.

ເນື່ອງໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືມະນຸດແມ່ນກຳລັງໜູນໃນການພັດທະນາປະເທດຊາດ. ບົນພື້ນຖານດັ່ງກ່າວ, ຫວຽດນາມ ໄດ້ປະກາດໃຊ້ ຫຼາຍນະໂຍບາຍຢ່າງຮອບດ້ານ, ຍືນຍົງ ເພື່ອແນໃສ່ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ,ໄດ້ຮັບການຮັບຮອງເອົາຈາກປະຊາຄົມສາກົນແມ່ນປະເທດປະສົມຜົນສຳເລັດໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

ຫວຽດ ນາມ ແບ ງ ປ ນ ບ ດ ຮຽນ ຢ ກອງ ປະ ຊ ມ ຂອງ ສະ ຫະ ປະ ຊາ ຊາດ ກ ຽວ ກ ບ ເຕ ກ ໂນ ໂລ ຢ ດ ຈ ຕອນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ສ​ປ​ຊ: ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ກຳ​ລັງ​ແຮງທາງ​ການ​ທູດ

ຍ​ສ​ໝ - ຫຼາຍ​ປະ​ເທດ, ພິ​ເສ​ດ​ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່ ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ຜ່ານ​ນັ້ນ​ເປີດ​ກ້​ວາງ​ເນື້ອ​ໃນ, ເຮັດ​ໃຫ້​ການ​ພົວ​ພັນຂອງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອີກ.

ຫວຽດ ນາມ ແບ ງ ປ ນ ບ ດ ຮຽນ ຢ ກອງ ປະ ຊ ມ ຂອງ ສະ ຫະ ປະ ຊາ ຊາດ ກ ຽວ ກ ບ ເຕ ກ ໂນ ໂລ ຢ ດ ຈ ຕອນ ຫວຽດນາມສະໜັບສະໜູນບົດບາດຂອງສູນທາງ​ທິດໃຕ້ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດພວມພັດທະນາ

ຍ​ສ​ໝ - ທ່ານ Thabo Mvuyelwa Mbeki ປະທານຄະນະກຳມະການບໍລິຫານຂອງສູນທາງ​ທິດໃຕ້ອາ​ຍຸ​ການ 2018-2021, (ອະດີດປະທານາທິບໍດີອາຟຣິກາໃຕ້) ໄດ້ແບ່ງປັນວ່າ, ໃນສະພາບການການເງິນທີ່ຫຍຸ້ງຍາກຍ້ອນຜົນສະທ້ອນຈາກການລະບາດຂອງ Covid-19, ສູນທາງ​ທິດໃຕ້ ຍັງຮັບປະກັນຄວາມສົມດຸນງົບປະມານຍ້ອນການປະກອບສ່ວນຈາກບັນດາປະເທດສະມາຊິກແລະແຫຼ່ງທຶນອື່ນໆ. ດັ່ງ​ນັ້ນ, ການດຳເນີນງານຂອງສູນຍັງຮັບໄດ້​ຮັກ​ສາ​ໄວ້​ຄື​ເປັນ​ປົກ​ກະ​ຕິ.

ຫວຽດ ນາມ ແບ ງ ປ ນ ບ ດ ຮຽນ ຢ ກອງ ປະ ຊ ມ ຂອງ ສະ ຫະ ປະ ຊາ ຊາດ ກ ຽວ ກ ບ ເຕ ກ ໂນ ໂລ ຢ ດ ຈ ຕອນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ​ຊີ້​ແຈ້ງວ່າ: ປະ​ຊາ​ຊົນ​ຫວຽດ​ນາມ​ຫາ​ກໍ່​ຜ່ານ​ຜ່າ​ປີ 2020 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ ແຕ່​ຍັງ​ຄົງ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ​ທີ່​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ປັດ​ຈຸ​ບັນ​ພວມ​ຮູ້ສຶກ ປະ​ເອີບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ສະຫຼຸ​ໃນ​ສະ​ພາບ​ການ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຕ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.