ປະທານປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢຸ່ ແຂວງລ້າງເຊີນ

06:47 | 07/11/2021

ຍສໝ - ຫວ່າງແລ້ວນີ້, ໃນລາຍການສະເຫຼີມສະຫຼອງ 190 ປີແຫ່ງວັນສ້າງຕັ້ງແຂວງລ້າງເຊີນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ມີການເຮັດວຽກກັບການນໍາຫຼັກແຫຼ່ງຂອງແຂວງລ້າງເຊີນ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ  ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ
ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ
ປະທານປະເທດຫວຽດນາມ  ຢ້ຽມຢາມ ແລະ ເຮັດວຽກ ຢຸ່ ແຂວງລ້າງເຊີນ

ປະທານປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢຸ່ ແຂວງລ້າງເຊີນ. ພາບ: TTXVN

ກ່າວ​ຄຳ​ເຫັນ​ທີ່​ການເຮັດວຽກ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ວ່າ: ​ແຂວງ ລ້າງເຊີນ ມີ​ທີ່​ຕັ້ງ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ທ່າ​ແຮງ​ແມ່ນ​ເສດຖະກິດ​ດ່ານ​ຊາຍ​ແດນ, ດັ່ງ​ນັ້ນ​ແຂວງ​ຕ້ອງ​ສຸມ​ໃສ່​ຂຸດ​ຄົ້ນທ່າ​ແຮງ​ນີ້. ທ່ານ​ປະທານ​ປະ​ເທດ ​ໄດ້​ຮຽກຮ້ອງ​ໃຫ້​ແຂວງ ສືບ​ຕໍ່​ເອົາ​ໃຈ​ໃສ່​ດ້ານການ​ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງກັນຊາດ, ສະກັດ​ກັ້ນ​ບັນດາອາດຊະຍາ​ກຳ, ການຄ້າເຖື່ອນ, ການ​ລັກ​ລອບ​ຄ້າ​ຂາຍ​ຜິດ​ກົດໝາຍ ຕັ້ງແຕ່ຫົວທີ, ພິ​ເສດ​ແມ່ນ​ໃນ​ທ້າຍ​ປີ​. ທ້ອງ​ຖິ່ນ​ຕ້ອງ​ມີ​ບັນດາມາດ​ຕະການ​ອັນເປັນເຈົ້າການ ​ແລະ ເໝາະ​ສົມ​ກວ່າ​ໃນ​ການຈໍລະຈອນ​ສິນຄ້າ​ນຳ​ເຂົ້າ ​ແລະ ສົ່ງ​ອອກ.

ທີ່​ການເຮັດວຽກ, ທ່ານ​ປະທານ​ປະ​ເທດ ​ກໍ່ໄດ້ຍົກອອກຢ່າງຈະແຈ້ງວ່າ: ຈີນ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຫວຽດນາມ, ມີ​ການ​ພົວພັນ​ທາງ​ປະຫວັດສາດ, ຍາວ​ນານ, ດັ່ງ​ນັ້ນ​ການ​ກໍ່ສ້າງ​ເສັ້ນ​ຊາຍ​ແດນແຫ່ງຄວາມ​ສັນຕິພາບ, ລຸລ່ວງ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ສຳຄັນ​ທີ່​ສຸດ.

ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ບັນ​ດາ​ຄະນະ, ຂະແໜງການ​ທີ່​ມີ​ໜ້າ​ທີ່ ແລະ ແຂວງ ລ້າງເຊີນ ສືບ​ຕໍ່​ຍົກສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສ້າງ​ຕັ້ງ, ປົກ​ປັກ​ຮັກ​ສາ ແລະ ເສີມຂະຫຍາຍການ​ພົວ​ພັນ​ມິດ​ຕະ​ພາບ, ​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ກວາງ​ຊີ ແລະ ບັນດາກຳ​ລັງ​ທີ່​ມີ​ໜ້າ​ທີ່​ຂອງ​ຈີນ; ເພີ່ມທະວີການເຄື່ອນໄຫວແລກປ່ຽນລະຫວ່າງບັນດາຂະແໜງການ, ຂົງເຂດ; ເພີ່ມ​ທະ​ວີ​ການ​ປະ​ສານສົມທົບ​ເພື່ອ​ຮັບ​ປະ​ກັນຄວາມລຸລ່ວງ​ຢຸ່ເຂດ​ດ່ານ​ຊາຍ​ແດນ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ໃຫ້ເປັນຢ່າງ​ດີ​ທີ່​ສຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.