ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

14:33 | 14/12/2020

ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ

ບ ນດາທ ຕານ ທ ດອາຊຽນ ປະຈຳ ລາວ ເຄ ອນໄຫວຢ ຽມຢາມ ແລະ ເຮ ດວຽກ ຢ ແຂວງສະຫວ ນນະເຂດ ປະເທດລາວ: ທົດລອງສົ່ງກະແສໄຟຟ້າແສງຕາເວັນ ຢູ່ແຂວງສະຫວັນນະເຂດ
ບ ນດາທ ຕານ ທ ດອາຊຽນ ປະຈຳ ລາວ ເຄ ອນໄຫວຢ ຽມຢາມ ແລະ ເຮ ດວຽກ ຢ ແຂວງສະຫວ ນນະເຂດ ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນລົງຢື້ຢາມຖາມຂ່າວ ແລະ ມອບຂອງຂວັນ, ໜູນຊ່ວຍປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ
ບ ນດາທ ຕານ ທ ດອາຊຽນ ປະຈຳ ລາວ ເຄ ອນໄຫວຢ ຽມຢາມ ແລະ ເຮ ດວຽກ ຢ ແຂວງສະຫວ ນນະເຂດ
ຄະນະຜູ້ແທນບັນດາທູຕານຸທູດອາຊຽນ (ພາບ: kpl)

ໃນວັນທີ 10-12 ທັນວາ 2020, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນບັນດາທູຕານຸທູດອາຊຽນ (ບຣູໄນ ດາຣູຊາລາມ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ ແລະ ໄທ) ປະຈຳ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ. ການຢ້ຽມຢາມຄັ້ງນີ້, ແມ່ນເປັນໜຶ່ງໃນກິດຈະກໍາ ທີ່ສະເໜີຢູ່ກອງປະຊຸມປຶກສາຫາລື ລະຫວ່າງ ກະຊວງການຕ່າງປະເທດ ແລະ ບັນດາທູດອາຊຽນປະຈໍາ ສປປ ລາວ (ASEAN Consultative Meeting), ເຊິ່ງບັນດາທູດອາຊຽນ ປະຈໍາ ສປປ ລາວ ໄດ້ມີຄວາມສົນໃຈເພື່ອມາຊອກຮູ້ສະພາບຈຸດພິເສດ ກໍຄື ການພັດທະນາເສດຖະກິດ-ສັງຄົມ, ທ່າແຮງ ແລະ ຂໍ້ມູນການລົງທຶນຂອງແຂວງສະຫວັນນະເຂດ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດອາຊຽນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ຜູ້ຊີ້ນໍາວຽກງານເສດຖະກິດ, ເຊິ່ງທ່ານຮອງເຈົ້າແຂວງ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ຄະນະນຳກະຊວງການຕ່າງປະເທດ ແລະ ຄະນະທູຕານຸທູດ ທີ່ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນຄັ້ງນີ້, ພ້ອມທັງແຈ້ງສະ ພາບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ທ່າແຮງບົ່ມຊ້ອນທີ່ສຳຄັນ ເປັນຕົ້ນກະສິກຳ, ອຸດສາຫະກຳປຸງແຕ່ງ, ການຂຸດຄົ້ນພະລັງງານ-ບໍ່ແຮ່ ແລະ ການບໍລິການ, ເປັນແຂວງຍຸດທະສາດທີ່ນັກລົງທຶນຕ່າງປະເທດຈໍານວນຫລາຍໃຫ້ຄວາມສົນໃຈ, ມີເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ແຫ່ງອື່ນໆທີ່ຮອງຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດ. ປັດຈຸບັນ, ປະເທດທີ່ເຂົ້າມາລົງທຶນ ຢູ່ແຂວງຫລາຍທີ່ສຸດແມ່ນ ສປ ຈີນ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ຕາມລຳດັບ.

ໃນໂອກາດນີ້, ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ, ທ່າແຮງ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍລວມ ແລະ ເນັ້ນຢໍ້າກ່ຽວກັບການພັດທະນາ-ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ທີ່ປຽບຄືດັ່ງກະດູກສັນຫລັງຂອງການພັດທະນາເສດຖະກິດຂອງປະເທດຊາດ. ຈາກນັ້ນ, ຄະນະດັ່ງກ່າວ, ກໍໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດສະຫວັນ-ເຊໂນ, ເຊິ່ງໄດ້ຮັບຟັງການບັນຍາຍໂດຍຫຍໍ້ ກ່ຽວກັບເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ທ່ຽວຊົມບັນດາໂຮງຈັກໂຮງງານທີ່ສຳຄັນພາຍໃນເຂດເສດຖະກິດພິເສດ. ພ້ອມນີ້, ຍັງໄດ້ມີໂອກາດໄປທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ສໍາຄັນຂອງແຂວງ, ເຊິ່ງກໍໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດາທູຕານຸທູດອາຊຽນ ແລະ ເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ພື້ນຖານເສດຖະກິດຂອງທ້ອງຖິ່ນນຳອີກດ້ວຍ.

ບ ນດາທ ຕານ ທ ດອາຊຽນ ປະຈຳ ລາວ ເຄ ອນໄຫວຢ ຽມຢາມ ແລະ ເຮ ດວຽກ ຢ ແຂວງສະຫວ ນນະເຂດ ປະເທດລາວ: ທົດລອງສົ່ງກະແສໄຟຟ້າແສງຕາເວັນ ຢູ່ແຂວງສະຫວັນນະເຂດ

ໃນອາທິດຜ່ານມາ, ປະເທດລາວ ໄດ້ມີການທົດລອງສົ່ງກະແສໄຟຟ້າຈາກໂຄງການໄຟຟ້າແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ.

ບ ນດາທ ຕານ ທ ດອາຊຽນ ປະຈຳ ລາວ ເຄ ອນໄຫວຢ ຽມຢາມ ແລະ ເຮ ດວຽກ ຢ ແຂວງສະຫວ ນນະເຂດ ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນລົງຢື້ຢາມຖາມຂ່າວ ແລະ ມອບຂອງຂວັນ, ໜູນຊ່ວຍປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ

ຍສໝ - ໃນລະຫວ່າງວັນທີ 27 – 29 ຕຸລາ,ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນລົງຢື້ຢາມຖາມຂ່າວ ແລະ ມອບຂອງຂວັນ, ໜູນຊ່ວຍປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ ສປປ.ລາວ.

ບ ນດາທ ຕານ ທ ດອາຊຽນ ປະຈຳ ລາວ ເຄ ອນໄຫວຢ ຽມຢາມ ແລະ ເຮ ດວຽກ ຢ ແຂວງສະຫວ ນນະເຂດ ຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ທາງດ້ານເຈົ້າຫນ້າທີ່ທະຫານ ຕຳຫລວດ ໄດ້ວາງກຳລັງຢູ່ຫລາຍຈຸດເພື່ອຊ່ວຍເຫລືອຍົກຍ້າຍສິ່ງຂອງ ແລະ ສັດລ້ຽງຂອງປະຊາຊົນ ໄປໄວ້ທີ່ປອດໄພ, ສ່ວນອຳນາດການປົກຄອງເມືອງ ກໍໄດ້ເອົາໃຈ ໃສ່ຕິດຕາມ ແລະ ລະດົມເຄື່ອງຊ່ວຍເຫລືອບັນເທົາທຸກແກ່ປະຊາຊົນທີ່ພັກອາໄສຢູ່ໂຮງຮຽນຕ່າງໆ.

kpl.gov.la/

ເຫດການ
302 Found

Found

The document has moved here.