ສະຫະກອນຂອງບັນດານາງສາວເຜົ່າຢາ້ວ. ພາບ: VOV |
ຫົວຫນ້າຂອງສະຫະກອນກະສິກຳ ປອດສານພິດ ເຕິນເຊີນແມ່ນ ນາງ ລີທິບາ, ຊາວເຜົ່າ ຢາ້ວ, ເຊິ່ງແມ່ນຜູ້ທີ່ມີມານະຈິດ ແລະ ມີຄວາມຄາດຫວັງສ້າງຄວາມຮັ່ງມີ. ໂດຍແຕ່ງງານແຕ່ຕອນທີ່ມີອາຍຸ 18 ປີແຕ່ເມື່ອມີອາຍຸ 20 ປີ, ນາງ ລີທິບາຍັງຕັດສິນໃຈໄປຮຽນຊຸດຮຽນຫນຶ່ງຢູ່ໂຮງຮຽນກົດໝາຍຊັ້ນກາງດ້ວຍຄວາມປາດຖະໜາຢາກຊອກຫາທິດກ້າວເດີນໃໝ່ໃຫ້ແກ່ຕົນເອງ. ປີ 2016, ໃນຂະນະທີ່ຫາກໍມີອາຍຸ 27 ປີ, ນາງລີທິບາໄດ້ຂົນຂວາຍແມ່ຍິງອີກ 10 ຄົນໃນບ້ານເພື່ອສ້າງຕັ້ງສະຫະກອນກະສິກຳປອດສານພິດ ເຕິນເຊີນ. ນາງສາວເຜົ່າ ຢາ້ວ 11 ຄົນ, ໃນນັ້ນມີບາງຄົນທີ່ຫາກໍ່ມີອາຍຸ 20 ປີໄດ້ຕັດສິນໃຈຕ້ອງປ່ຽນແປງຊີວິດການເປັນຢູ່ຂອງຕົນຕໍ່ໜ້າສາຍຕາທີ່ສົງໄສ, ຊ້ຳບໍ່ໜຳແມ່ນການຄັດຄ້ານຈາກພໍ່ແມ່ພີ່ນ້ອງ. ນາງ ລີທິບາໃຫ້ຮູ້ວ່າ:
ໃນເບື້ອງຕົ້ນ, ຂ້າພະເຈົ້າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວ, ຍ້ອນທັດສະນະຂອງພໍ່ແມ່ປະຊາຊົນເຜົ່າ ຢາ້ວເຂດພູສູງຍັງມີຄວາມຫຍຸ້ງຍາກພໍສົມຄວນເປັນຕົ້ນແມ່ນຜູ້ເປັນຜົວ, ນັ້ນແມ່ນທັດສະນະ ແມ່ຍິງບໍ່ຄວນອອກຈາກເຮືອນຫຼາຍ, ຜູ້ຊາຍຈະຮູ້ສຶກສະບາຍໃຈກ່ວາ. ສຳລັບເສດຖະກິດ ຜູ້ຊາຍຈະແມ່ນຜູ້ບໍລິຫານ, ແມ່ຍິງສ່ວນຫຼາຍບໍ່ມີສິດຫຍັງກ່ຽວກັບການບໍລິຫານເງິນໃນຄອບຄົວ.
ເມື່ອຫາກໍ່ດຳເນີນທຸລະກິດ, ນາງລີທິບາ ພ້ອມກັບສະມາຊິກຄົນອື່ນໆໄດ້ປະກອບທຶນຮອນ, ກູ້ຢືມເງິນໄດ້ 500 ລ້ານດົ່ງເພື່ອປະຕິບັດເປົ້າໝາຍສ້າງສະຫະກອນຕາມແບບສັງລວມ, ປູກຝັງ, ຊື້ຂາຍ, ແລກປ່ຽນບັນດາຜະລິດຕະພັນທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ເລື່ອງຂາດບັນດາຜະລິດຕະພັນຫຼັກແຫຼ່ງກໍ່ເຮັດໃຫ້ການດຳເນີນທຸລະກິດ ບໍ່ບັນລຸໄດ້ປະສິດທິຜົນຢ່າງແທດຈິງ. ຊ້ຳບໍ່ໜຳບາງໂຄງການປູກຜັກປອດສານພິດຖືກລົ້ມລະລາຍເມື່ອບໍ່ໄດ້ຮັບການຕອບສະໜອງຈາກປະຊາຊົນ. ໂດຍຫັນໄດ້ວ່າຜະລິດຕະພັນເຂົ້າໜຽວໄຮ່ຂອງພໍ່ແມ່ປະຊາຊົນເຜົ່າ ຢາ້ວຢູ່ເຕິນເຊີນໄດ້ຮັບການນິຍົມຊົມຊອບຈາກຕະຫຼາດ, ພັດອາດຈະສ້າງຄວາມແຕກຕ່າງກັນກັບຜະລິດຕະພັນນັບຮ້ອຍຢ່າງທີ່ພວມມີໜ້າຢູ່ຕະຫຼາດ. ສະຫະກອນຕັດສິນໃຈສຸມໃສ່ສ້າງຜະລິດຕະພັນນີ້ກາຍເປັນຜະລິດຕະພັນຫຼັກ. ປັດຈຸບັນ, ສະຫະກອນໄດ້ເປີດກວ້າງການເຊື່ອມຕໍ່ກັບ 30 ຄອບຄົວ, ປູກໃນເນື້ອທີ່ກ່ວາ 20ເຮັກຕາແລະສ້າງສຳເລັດເຄື່ອງໝາຍການຄ້າເຂົ້າໜຽວໄຮ່ Dayzang ຕາມມາດຖານໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) 3 ດາວ. ນາງ ລີທິບາອະທິບາຍວ່າ Dayzang ພາສາ ຢາ້ວແມ່ນເຂົ້າໜຽວໄຮ່ຄຳເຊິ່ງແມ່ນເຂົ້າໜຽວທີ່ມີລົດຊາດເອກະລັກສະເພາະໂດຍມີແຕ່ຊາວເຜົ່າ ຢາ້ວ ປູກບົນເນື້ອທີ່ເລັກໆໜ້ອຍໆໃນຕາແສງ.
ຜະລິດຕະພັນເຂົ້າໜຽວ Dayzang ໃນເມື່ອກ່ອນພໍ່ແມ່ປະຊາຊົນໄດ້ປູກເພື່ອກິນຫຼືເຮັດເປັນຂອງຂວັນ, ມີຊ່ວງໜຶ່ງເຂົາເຈົ້າກໍ່ບໍ່ປູກຍ້ອນບໍ່ມີເຕັກນິກໃນການເບິ່ງແຍງດູແລ, ປູກໜ້ອຍດັ່ງນັ້ນພາຍຫຼັງຖືກໜູແລະແມງໄມ້ທຳລາຍກໍ່ບໍ່ສາມາດເກັບກ່ຽວໄດ້. ເມື່ອສະຫະກອນສ້າງຕັ້ງຂຶ້ນໄດ້ເອົາໃຈໃສ່ຮູບແບບ, ການຫຸ້ມຫໍ່ແລະສ້າງເຄື່ອງໝາຍການຄ້າ OCOP 3 ດາວ, ຍ້ອນແນວນັ້ນປັດຈຸບັນຜະລິດຕະພັນບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງການຕະຫຼາດ. ສະມັດຕະພາບກໍ່ເພີ່ມຂຶ້ນສູງແລ້ວຍ້ອນໄດ້ຮັບການແນະນຳວິທີການດ້ານເຕັກນິກ ແລະ ວິທີການບົວລະບັດ.
ດ້ວຍການໜູນຊ່ວຍຂອງອຳນາດການປົກຄອງທ້ອງຖິ່ນ, ສະຫະກອນສືບຕໍ່ເສີມຂະຫຍາຍຜະລິດຕະພັນໝາກແຄ້ງຕາມຮູບແບບວັດຖຸດິບໃນຂອບຂະໜາດ 5 ເຮັກຕາ. ຕາມນາງລີທິບາ ແລ້ວ, ສະໝູນໄພຊະນິດນີ້ມີການປູກຢ່າງງ່າຍດາຍ, ເໝາະສົມກັບເງື່ອນໄຂດິນຟ້າອາກາດແລະພິເສດແມ່ນການຕະຫຼາດຊົມໃຊ້ກໍ່ດີພໍສົມຄວນ. ສະຫະກອນໄດ້ລົງທຶນລະບົບເຮືອນຕາໜ່າງ, ພັດລົມອົບແຫ້ງເພື່ອຮັກສາຜະລິດຕະພັນພາຍຫຼັງການເກັບກ່ຽວ. ປັດຈຸບັນ, ເຂົ້າໜຽວໄຮ່ໄດ້ສະໜອງໃຫ້ແກ່ຮ້ານຊັບພະສິນຄ້າ 2 ແຫ່ງຢູ່ຮ່າໂນ້ຍສ່ວນຜະລິດຕະພັນໝາກແຄ້ງ,ວິສາຫະກິດແຫ່ງໜຶ່ງຢູ່ແຂວງໄທບິ່ງ ກໍ່ໄດ້ຮັບເໝົາຈຳໜ່າຍທັງໝົດ.
ເພື່ອສ້າງ, ພັດທະນາສະຫະກອນ, ບັນດາກອງປະຊຸມແລກປ່ຽນບົດຮຽນ, ປະສົບການ, ການປຶກສາຫາລືວິທີການຜະລິດເຄີຍໄດ້ຜັນຂະຫຍາຍຢູ່ໃນໄຮ່ຢ່າງທັນທີ. ແຕ່ລະຂໍ້ລິເລີ່ມ, ໂຄງການໃໝ່ລ້ວນແຕ່ໄດ້ຮັບຄວາມເຫັນດີເປັນເອກະພາບຈາກທຸກຄົນ, ແບ່ງວຽກງານຢ່າງລະອຽດເພື່ອອາດຈະເໝາະສົມກັບແຕ່ລະກຸ່ມ. ປັດຈຸບັນແຕ່ລະປີ, ສະຫະກອນມີລາຍຮັບແຕ່ 1 – 2 ຕື້ດົ່ງ, ຈຳນວນສະມາຊິກໄດ້ເພີ່ມຂຶ້ນເຖິງ 15 ຄົນແລະການປະຕິບັດການເຊື່ອມຕໍ່ຜະລິດກັບນັບສິບຄອບຄົວໃນ 4 ບ້ານຂອງຕາແສງ. ຍ້ອນເຫດນັ້ນ, ລາຍຮັບ, ການດຳລົງຊີວິດຂອງ ປະຊາຊົນຢູ່ເຕິນເຊີນໂດຍແມ່ນໜຶ່ງໃນບັນດາຕາແສງທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນເມືອງເຈີ້ເມີຍກໍ່ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວດ້ວຍລາຍຮັບສະເລ່ຍ ແຕ່ 5 – 6 ລ້ານດົ່ງ/ເດືອນ.
ໃນໄລຍະຈະມາເຖິງ, ສະຫະກອນບໍ່ພຽງແຕ່ຂາຍວັດຖຸດິບເທົ່ານັ້ນຫາກຍັງຈະລົງທຶນເຄື່ອງຈັກເພື່ອປຸງແຕ່ງຜະລິດຕະພັນຄື: ຊາ, ສະໝູນໄພໝາກແຄ້ງແລະຍົກລະດັບຜະລິດຕະພັນເຂົ້າໜຽວໄຮ່ຂຶ້ນເປັນມາດຖານ OCOP 4 ດາວ, ພ້ອມທັງເປີດກວ້າງຂອບຂະໜາດບັນດາໂຄງການລ້ຽງສັດ, ປູກຜັກສະອາດຕື່ມອີກ. ເມື່ອຕີລາຄາກ່ຽວກັບຮູບແບບເສດຖະກິດແລະຄວາມຕັດສິນໃຈຂອງສາວໆເຜົ່າ ຢາ້ວ, ທ່ານນາງມາທິເມິນ, ຮອງເລຂາຊາວໜຸ່ມແຂວງບັກກ້ານໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຕີລາຄາສູງເນື້ອໃນຈິດໃຈ, ຄວາມຕັດສິນໃຈ Startup ຂອງຊາວໜຸ່ມຍິງເຜົ່າ ຢາ້ວໃນສະຫະກອນ. ສິ່ງນີ້ທັງຢັ້ງຢືນຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນແລະທີ່ຕັ້ງຂອງຊາວໜຸ່ມຍິງເຂດຊົນເຜົ່າສ່ວນໜ້ອຍ. ເຖິງວ່າເສັ້ນທາງ Startup ໃນພາຍພາກໜ້າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ອົງການຊາວໜຸ່ມ, ສະຫະພັນຊາວໜຸ່ມແຂວງກໍ່ເຊື່ອໝັ້ນວ່າພວກເພື່ອນໜຸ່ມນັ້ນຈະແມ່ນຜູ້ກ້າຄິດກ້າທຳ, ຮູ້ເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວເພື່ອປະກອບສ່ວນໃຫ້ແກ່ການພັດທະນາຂອງທ້ອງຖິ່ນຢ່າງເໝາະສົມ.
ໂດຍຜ່ານຜ່າຄວາມຄິດຕາຍຕົວ, ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນໄລຍະເລີ່ມຕົ້ນ Startup, ບັນດານາງສາວເຜົ່າ ຢາ້ວຢູ່ເຕິນເຊີນໄດ້ປ່ຽນແປງຊີວິດດ້ານເສດຖະກິດຂອງຄອບຄົວ ດ້ວຍຕົນເອງ, ຊ່ວຍພໍ່ແມ່ປະຊາຊົນທ້ອງຖິ່ນພັດທະນາການຜະລິດບັນດາຂະແໜງອາຊີບຢູ່ທ້ອງຖິ່ນແລະຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.
vovworld.vn