ເສີມ​ຂະ​ຫຍາຍ​ຮູບ​ແບບ​ເສດ​ຖະ​ກິດ​ສະ​ຫະ​ກອນ, ໝູ່​ບ້ານ​ອາ​ຊີບ​ຢູ່​ແຂວງ ຮ່າ​ຢາງ

17:51 | 11/06/2021

ປະຈຸບັນ, ແຂວງ ຮ່າຢາງ ມີສະຫະກອນ 372 ແຫ່ງ ດ້ວຍສະມາຊິກກ່ວາ 8900 ຄົນ, ພ້ອມກັບໝູ່ບ້ານອາຊີບມູນເຊື້ອ 41 ແຫ່ງ ດ້ວຍການເຂົ້າຮ່ວມຂອງເກືອບ 3000 ຄອບຄົວ, ລາຍຮັບສະເລ່ຍຂອງຜູ້ອອກແຮງງານໃນໝູ່ບ້ານອາຊີບແມ່ນເກືອບ 4 ລ້ານດົ່ງ/ຄົນ/ເດືອນ. ບັນດາຮູບແບບສະຫະກອນ, ໝູ່ບ້ານອາຊີບຢູ່ ຮ່າຢາງ ພວມຊ່ວຍໃຫ້ ປຊຊ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດເປັນເທື່ອລະກ້າວ.

ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ
ເຄືອ​ຂ່າຍ “ຄວາມປອດໄພຂອງປະ​ຊາ​ຊົນ” ຢູ່​ເຂດຊາຍ​ແດນແຂວງກຽນ​ຢາງ ເຄືອ​ຂ່າຍ “ຄວາມປອດໄພຂອງປະ​ຊາ​ຊົນ” ຢູ່​ເຂດຊາຍ​ແດນແຂວງກຽນ​ຢາງ
ອາຊີບຕົ້ມເຫຼົ້າສາລີ ຈາກໝາກຫົວເຊື້ອຢູ່ບ້ານຈີ່, ຕາແສງຊວັນຢາງ, ເມືອງກວາງບິນ (ພາບ: VOV)
ອາຊີບຕົ້ມເຫຼົ້າສາລີ ຈາກໝາກຫົວເຊື້ອຢູ່ບ້ານຈີ່, ຕາແສງຊວັນຢາງ, ເມືອງກວາງບິນ (ພາບ: VOV)

ເມືອງກວາງບິນ ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນເວລາກ່ວາ 10 ປີມານີ້ ແລະ ແມ່ນເມືອງທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຢູ່ແຂວງ ຮ່າຢາງ. ປະຈຸບັນ, ເມືອງກວາງບິນ ມີ 5 ຕາແສງ, 39 ບ້ານ ດ້ວຍຫຼາຍໝູ່ບ້ານອາຊີບມູນເຊື້ອ ທີ່ພວມໄດ້ຮັບການອະນຸລັກຮັກສາ ຈາກອຳນາດການປົກຄອງຂັ້ນຕ່າງໆ ດ້ວຍບັນດາຜະລິດຕະພັນທີ່ມີຄຸນນະພາບ, ໄດ້ຮັບຄວາມນິຍົມຈາກຕະຫຼາດ.

ຕາແສງ ຊວັນຢາງ ຖືກຖືວ່າ ມີຄວາມສາມາດບົ່ມຊ້ອນ ໃນການພັດທະນາເສດຖະກິດຢູ່ເມືອງ ກວາງບິນ ດ້ວຍຫຼາຍຜະລິດຕະພັນມູນເຊື້ອທີ່ເປັນເອກະລັກສະເພາະຄື: ເຫຼົ້າສາລີ, ປາແດກ, ຊີ້ນແຊ່ນຳ້ປາ. ໃນຊຸມປີມໍ່ໆມານີ້, ໂດຍໄດ້ຮັບການກຳນົດທິດ, ໜູນຊ່ວຍຈາກບັນດາຂັ້ນ, ຂະແໜງການ, ຜະລິດຕະພັນທີ່ເປັນມູນເຊື້ອຂອງໝູ່ບ້ານອາຊີບ ໄດ້ເປັນທີ່ຮູ້ຈັກຂອງຜູ້ບໍລິໂພກ, ຜ່ານນັ້ນ, ຄຸນຄ່າຂອງຜະລິດຕະພັນກໍ່ໄດ້ຍົກສູງຂຶ້ນ. ເອື້ອຍ ຮ່ວາງທິງາ, ຢູ່ບ້ານຈີ່, ຕາແສງ ຊັວນຢາງ ໃຫ້ຮູ່ວ່າ: ທາງທ້ອງຖິ່ນ ໄດ້ຟື້ນຟູອາຊີບຕົ້ມເຫຼົ້າທີ່ເປັນມູນເຊື້ອ ຈາກນັ້ນ ໄດ້ຊ່ວຍເພີ່ມລາຍຮັບຂອງ ປຊຊ ຂຶ້ນ:

ແຕ່ກ່ອນ ຕົ້ມເຫຼົ້າພຽງແຕ່ເພື່ອກິນເທົ່ານັ້ນ, ແຕ່ປະຈຸບັນກໍ່ເພື່ອຂາຍ, ແຕ່ລະເດືອນກໍ່ໄດ້ 15-20 ຕຸກ, ແຕ່ລະຕຸກແມ່ນ 20 ລິດ. ລາຍຮັບກໍ່ໄດ້ແຕ່ 2-5 ລ້ານດົ່ງ/ເດືອນ. ປະຈຸບັນ, ນອກຈາກການເຮັດກະສິກຳແລ້ວ, ພວກຂ້າພະເຈົ້າກໍ່ມີອາຊີບຕົ້ມເຫຼົ້າຕື່ມອີກ.

ບ້ານຈີ່, ຕາແສງ ຊັວນຢາງ ມີເກືອບ 130 ຄອບຄົວ ໄດ້ຕົ້ມເຫຼົ້າສາລີ ຈາກໝາກຫົວເຊື້ອ, ສົມທົບກັບການພັດທະນາການທ່ອງທ່ຽວຊຸມຊົນ. ທ່ານຮ່ວາງວັນຕ່ວານ, ເລຂາຄະນະພັກ, ທັງເປັນນາຍບ້ານຈີ່, ຕາແສງ ຊວັນຢາງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ປະຕິບັດມາດຖານກໍ່ສ້າງຊົນນະບົດໃໝ່ສຳເລັດຜົນ, ໂດຍໄດ້ຮັບການກຳນົດທິດ, ຊ່ວຍເຫຼືອຈາກຄະນະກຳມະການ ປຊຊ ເມືອງ ກວາງບິນ ພັດທະນາໝູ່ບ້ານອາຊີບທີ່ເປັນມູນເຊື້ອນັ້ນ, ຜະລິດຕະພັນເຫຼົ້າສາລີຂອງບ້ານ ກໍ່ໄດ້ຮັບການຈຳໜ່າຍເປັນປົກກະຕິ:

ຄະນະຄຸ້ມຄອງບ້ານ ໄດ້ຂົນຂວາຍ ປຊຊ ເຮັດຜະລິດຕະພັນເຫຼົ້າສາລີ, ແຕ່ລະເດືອນລາຍຮັບກໍ່ເພີ່ມຂຶ້ນ, ຊື່ງໄດ້ຍົກສູງຊີວິດການເປັນຢູ່ຂອງ ປຊຊ. ປະຈຸບັນ, ຢູ່ນີ້ກໍໍ່ສາມາດຂາຍສະເລ່ຍໄດ້ນັບຮ້ອຍຕຸກ/ເດືອນ.

ຕາມແສງກວາງບິນ ມີ 27 ສະຫະກອນຜະລິດ, ໃຫ້ບໍລິການດ້ານກະສິກຳ. ຈາກການເຄື່ອນໄຫວຂອງບັນດາສະຫະກອນຢ່າງມີປະສິດທິຜົນນັ້ນ, ເຊິ່ງໄດ້ຊຸກຍູ້, ໜູນຊ່ວຍ ປຊຊ ຜະລິດບັນດາຜະລິດຕະພັນກະເສດທີ່ມີລັກສະນະສິນຄ້າສູງ, ພ້ອມທັງນຳຜະລິດຕະພັນກະສິກຳ ມາເຖິງມືຂອງຜູ້ບໍລິໂພກໄດ້ຫຼາຍກ່ວາ.

ຕາແສງວີ້ເມື້ອງ, ເມືອງກວາງບິນ ແມ່ນທ້ອງຖິ່ນທີ່ມີຊື່ສຽງດ້ວຍຜະລິດຕະພັນເຂົ້າສານ. ນັບແຕ່ເມື່ອໄດ້ກໍ່ສ້າງຊົນນະບົດໃໝ່ ກໍ່ຄືສ້າງຮູບແບບສະຫະກອນ ສຳເລັດຜົນ, ຊີວິດຂອງ ປຊຊ ໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ທ່ານລອງດຶກຈຸງ, ເລຂາຄະນະພັກຕາແສງວີ້ເທື້ອງ ໃຫ້ຮູ້ວ່າ: ປະຈຸບັນ, ຕາແສງວີ້ເທື້ອງ ມີ 5 ສະຫະກອນເຄື່ອນໄຫວຢ່າງມີປະສິດທິຜົນຫຼາຍພໍສົມຄວນ:

ຮູບແບບສະຫະກອນແມ່ນດີທີ່ສຸດ, ເມື່ອມີສະຫະກອນຈະຊ່ວຍ ປຊຊ ຈຳໜ່າຍສິນຄ້າ, ຜະລິດຕະພັນກະເສດໄດ້ສະດວກສະບາຍກ່ວາ. ສະຫະກອນຈະໄປຊອກຫາບັນດາຄູ່ຮ່ວມມືຢູ່ນອກເພື່ອຊ່ວຍຊາວກະສິກອນ.

ດ້ວຍການເຄື່ອນໄຫວທີ່ມີປະສິດທິຜົນຂອງຮູບແບບສະຫະກອນ, ກໍ່ຄືການກຳນົດທິດທາງພັດທະນາໝູ່ບ້ານອາຊີບມູນເຊື້ອນັ້ນ ໄດ້ຊ່ວຍ ປຊຊ ສາມາດຜະລິດ ບັນດາຜະລິດຕະພັນກະເສດຕາມມາດຖານທີ່ໄດ້ກຳນົດ ເຊິ່ງສາມາດແກ່ງແຍ້ງໃນຕະຫຼາດໄດ້, ປະກອບສ່ວນຍົກສູງຊີວິດຂອງ ປຊຊ ເທື່ອລະກ້າວ. ມາຮອດປະຈຸບັນ, ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ເມືອງກວາງບິນ ບັນລຸເກືອບ 32 ລ້ານດົ່ງ/ປີ. ທ່ານ ຫງວຽນວັນຮ່ວາງ, ຫົວໜ້າຫ້ອງການກະສິກຳເມືອງກວາງບິນ ຖືວ່າ:

ບົນພື້ນຖານຄວາມສາມາດບົ່ມຊ້ອນທີ່ມີໃນປະຈຸບັນຂອງທ້ອງຖິ່ນ, ພວກຂ້າພະເຈົ້າ ໄດ້ໜູນຊ່ວຍບັນດາໝູ່ບ້ານອາຊີບມູນເຊື້ອໃນບໍລະເວນ ເພື່ອເພີ່ມປະລິມານ ແລະ ຄຸນນະພາບບັນດາຜະລິດຕະພັນກະເສດ ເພື່ອສ້າງບັນດາເຄື່ອງໝາຍການຄ້າຕາມທິດ 1 ຕາແສງ 1 ຜະລິດຕະພັນ. ໃນຂອບຂະໜາດຍົກລະດັບບັນດາກຸ່ມຄອບຄົວ ສ້າງຕັ້ງເປັນບັນດາສະຫະກອນ ເພື່ອຊ່ວຍ ປຊຊ ຍົກສູງລະດັບຄວາມຮູ້ກ່ຽວກັບການຜະລິດ, ຜະລິດອັນໃດທີ່ຕະຫຼາດຕ້ອງການ ເພື່ອໃຫ້ຄຸນຄ່າຜະລິດຕະພັນສູງຂຶ້ນ, ເພີ່ມລາຍຮັບໃຫ້ແກ່ ປຊຊ.

ການພັດທະນາບັນດາໝູ່ບ້ານອາຊີບມູນເຊື້ອ ພ້ອມກັບຮູບແບບການຜະລິດສະຫະກອນທີ່ບັນລຸປະສິດທິຜົນ ໄດ້ປະກອບສ່ວນຊ່ວຍເມືອງກວາງບິນ ເວົ້າສະເພາະ ແລະ ແຂວງຮ່າຢາງ ເວົ້າລວມ ສາມາດລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຍົກສູງຊີວິດການເປັນຢູ່ຂອງ ປຊຊ ເທື່ອລະກ້າວ.

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ

ຍ​ສ​ໝ - ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ​ສາ​ກົນ​ລາວ​ບາວ ແລະ ລາ​ໄລ, ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ໄດ້​ມອ​ບຜ້າ​ອັດ​ປາກ - ອັດ​ດັງ 20.000 ອັນ, ເຈວລ້າງ​ມື​ຂ້າ​ເຊື້ອ​ 30 ແກັດ, ສະ​ບູ​ລ້າງ​ມື 80 ແກັດ, ນ້ຳ​ຢາ​ລ້າງ​ມື 25 ແກັດ, ໝີ່ສຳ​ເລັດ​ຮູບ 100 ແກັດ ດ້ວຍ​ມູນ​ຄ່າ 120 ...

ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ

ຍ​ສ​ໝ - ໃນ​ໝູ່​ເກາະ​ເຈື່ອງ​ຊາ, ປັດ​ຈຸ​ບັນ, ມີ​ເກາະ​ຈຳ​ນວນ​ໜຶ່ງ​ໄດ້​ມີ​ຊ່ອງ​ທາງ​ເດີນ​ເຮືອ​ແລ້ວ ໂດຍ​ໄດ້​ຮັບ​ຖື​ວ່າ​ແມ່ນ ເຮືອນ​ລວມ ທ່າມ​ກາງ​ທະ​ເລ ​ເພື່ອຊ່ວຍໃຫ້​ຊາວ​ປະ​ມົງ​ໜີ​ພາ​ຍຸ.

vovworld.vn

ເຫດການ
302 Found

Found

The document has moved here.