ລາຍ​ການ “ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

06:30 | 02/11/2021

ຢູ່ລາຍການ, ຜູ້ຕາງໜ້າການນຳພັກ, ລັດ ແລະ ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດານັກດົນຕີທີ່ມີຜົນງານດີເດັ່ນ, ຍ້ອງຍໍສັນລະເສີນພະນັກງານກຳມະບານ ແລະ ແຖວຖັນແພດໝໍ, ພະນັກງານການແພດ ຍ້ອນການອຸທິດສ່ວນອັນໃຫຍ່ຫຼວງໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.

ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19
ລາຍການ “ ຫວຽດນາມ - ຄາດຫວັງຄວາມສະຫງົບສຸກ”  (ພາບ: TTXVN)
ລາຍການ “ຫວຽດນາມ - ຄາດຫວັງຄວາມສະຫງົບສຸກ” (ພາບ: TTXVN)

ຕອນຄ່ຳວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ ແຮງງານ ຫວຽດນາມ ສົມທົບກັບກະຊວງສາທາລະນະສຸກ ແລະ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງ ລາຍການ “ ຫວຽດນາມ - ຄາດຫວັງຄວາມສະຫງົບສຸກ” ແລະ ມອບລາງວັນ ງານແຂ່ງຂັນ 2 ຄັ້ງ “ສຽງເພງຢູ່ດ່ານໜ້າ” ແລະ “ຄວາມຊົງຈຳທີ່ຍາກຈະຫຼົງລືມໄດ້”.

ລາຍການແມ່ນການສົມທົບລະຫວ່າງ ບັນດາບົດສາລະຄະດີ, ຄຼິບວີດີໂອ, ການພົບປະແລກປ່ຽນຢູ່ສະຖານີໂທລະພາບກັບ ບັນດາບຸກຄົນ ແລະ ບັນດາລາຍການສະແດງສິລະປະທີ່ພົ້ນເດັ່ນ ເຊິ່ງເປັນທີ່ຮູ້ຈັກຂອງທ່ານຜູ້ຊົມ ແລະ ບັນດາລາຍການໃໝ່ ທີ່ໄດ້ຮັບການສ້າງຂຶ້ນຈາກຜົນງານທີ່ບັນລຸໄດ້ລາງວັນສູງ ໃນງານແຂ່ງຂັນ “ສຽງເພງຢູ່ດ່ານໜ້າ” ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ສົມທົບກັບສະມາຄົມນັກດົນຕີ ຫວຽດນາມ ຈັດຂຶ້ນ. ຢູ່ລາຍການ, ຜູ້ຕາງໜ້າການນຳພັກ, ລັດ ແລະ ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດານັກດົນຕີທີ່ມີຜົນງານດີເດັ່ນ, ຍ້ອງຍໍສັນລະເສີນພະນັກງານກຳມະບານ ແລະ ແຖວຖັນແພດໝໍ, ພະນັກງານການແພດ ຍ້ອນການອຸທິດສ່ວນອັນໃຫຍ່ຫຼວງໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.

vovworld.vn

ເຫດການ
302 Found

Found

The document has moved here.