ພັດ​ທະ​ນາ​ສະ​ຫະ​ກອນ ສ້າງ​ກຳ​ລັງ​ແຮງຫຼາຍ​ຝ່າຍ

11:30 | 23/10/2021

ຍ​ສ​ໝ - ຮອ​ດ​ທ້າຍ​ປີ 2021 ຫວຽດ​ນາມ ມີສະ​ຫະ​ກອນກະ​ສິ​ກຳ 18.327 ແຫ່ງ ແລະ ສະ​ຫະ​ກອນ​ເສດ​ຖະ​ກິດ​ກະ​ສິ​ກຳ 79 ແຫ່ງ. ນີ້​ແມ່ນ​ກຳ​ລັງອັນ​ແຮງ​ກ້າ ເພື່ອ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ…

ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD
ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່
ພັດ​ທະ​ນາ​ສະ​ຫະ​ກອນ ສ້າງ​ກຳ​ລັງ​ແຮງຫຼາຍ​ຝ່າຍ
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ເລ​ມິງ​ຮ​ວານ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: vneconomy.vn)

ຫວ່າງແລ້ວນີ້, ກະ​ຊວງກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ຈັດ​ກອງ​ປະ​ຊຸມ​ສະຫຼຸບ 20 ປີ​ແຫ່ງວັນ​ປະ​ຕິ​ບັດ​ມະ​ຕິ​ເລ​ທີ13-NQ/TW ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ເສດ​ຖະ​ກິດ​ລວມ​ໝ​ູ່ ແລະ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ ປີ 2012 ໃນ​ຂົງ​ເຂດ​ກະ​ສິ​ກຳ.

ຕາມ​ບົດ​ລາຍ​ງານ​ຂອງ ກົມ​ເສດ​ຖະ​ກິດຮ່ວມ​ມື ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແລ້ວ, ນັບ​ແຕ່​ປີ 2013 ມາ​ຮອດ​ປັດ​ຈຸ​ບັນ, ຈຳ​ນວນ​ສະ​ຫະ​ກອນກະ​ສິ​ກຳ​ເພີ່ມ​ຂຶ້ນ​ໂດຍ​ໄວ, ໄລ່​ສະ​ເລ່ຍ​ແຕ່​ລະ​ປີ ເພີ່ມ​ຂຶ້ນ​ເກືອບ 800 ແຫ່ງ. ໄລ່​ສ​ະ​ເພາະ​ໃນ​ໄລ​ຍະ 2017 – 2021 ເພີ່ມ​ຂຶ້ນ​ທົບ 3 ເທົ່າ​ເມື່ອ​ທຽບ​ໃສ່​ກັບ ໄລຍະ 2012 – 2016.

ປັດ​ຈຸ​ບັນ, ທົ່ວ​ປະ​ເທດ ມີສະ​ຫະ​ກອນ​ກະ​ສິ​ກຳ ປະ​ມານ 2.300 ແຫ່ງ​ໄດ້​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ, ໃນ​ນັ້ນ ​ມີສະ​ຫະ​ກອນ 2.200 ແຫ່ງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ໃນ​ການ​ຜ​ະ​ລິດ​ກະ​ສິ​ກຳ… ຄາດ​ວ່າ​​ໝົດ​ປີນີ້, ທົ່ວ​ປະ​ເທດ​ຈະ​ມີ​ສ​ະ​ຫະ​ກອນກະສິກຳ ປະ​ມານ 18.327 ແຫ່ງ ແລະ ສະ​ຫະ​ພັນ​ສ​ະ​ຫະ​ກອນກະ​ສິ​ກຳ 79 ແຫ່ງ. ດັ່ງ​ນັ້ນ, ພາຍຫຼັງ 20 ປີ​ແຫ່ງ​ການ​ປະ​ຕິ​ບັດ ມະ​ຕິ​ເລ​ກ​ທີ 13-NQ/TW, ຈຳ​ນວນ​ສະ​ຫະ​ກອນ​ກະ​ສິ​ກຳ ໄດ້ເພີ​່ມ​ຂຶ້ນ 12.569 ແຫ່ງ.

ທ່ານ​ນາງ ບຸຍ​ທິ​ເທີມ, ຮອງ​ປະ​ທານ​ສູນ​ກາງ​ສະ​ມາ​ຄົມ ຊາວກະສິກອນຫວຽດ​ນາມ ຮັບຮູ້, ບັນ​ດາ​ໜ່ວ​ຍຊາວກະສິກອນ​ວິ​ຊາ​ຊີບ​ໂດຍ​ສະ​ມາ​ຄົມ​ຊາວກະສິກອນ​ທຸກ​ຂັ້ນ ສ້າງ​ຂຶ້ນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ຊາວ​ກະ​ສິ​ກອນ ກັ​ບ ຊາວ​ກະ​ສິ​ກອນ, ມີຫຼາຍ​ໜ່ວຍ, ອົງ​ການ​ສະ​ມາ​ຄົມ​ວິ​ຊາ​ຊີບ ໄດ້​ສົມ​ທົບ​ກັບ​ວິ​ສາ​ຫະ​ຫິດ ແລະ ນັກ​ວິ​ທະ​ຍາ​ສາດ ໃນ​ການ​ຜ​ະ​ລິດ, ຊົມ​ໃຊ້​ຜະ​ລິດ​ຕະ​ພັນ​ກະ​ເສດ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ທີ່​ຕັ້ງ​ໜ້າ.

ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ເລ​ມິງ​ຮ​ວານ ໄດ້​ຢັ້ງ​ຢືນ​ວ່າ ການ​ພັດ​ທະ​ນາ​ສ​ະ​ກະ​ກອນ ຈະ​ສ້າງ​ກຳ​ລັງ​ແຮງຫຼາຍ​ຝ່າຍ. ຍ້ອນ​ວ່າ, ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ແລ້ວ, ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ​ນອກ​ຈາກ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ພາຍ​ໃນ​ກຸ່ມ.

ທ່ານ ລັດ​ຖະ​ມົນ​ຕີ​ ເລ​ມິງ​ຮ​ວານ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ ຕ້ອງ​ເອົາ​ໃຈ​ໃສ່​ຕໍ່​ການ​ພັດ​ທະ​ນາ​ສະ​ຫະ​ກອນ, ຖື​ສະ​ຫະ​ກອນ​ແມ່ນ​ສ່ວນ​ໜຶ່ງ​ຂອງເສດ​ຖະ​ກິດ​ເຂດ​ຊົນ​ນະ​ບົດ, ແມ່ນ​ສ່ວ​ນ​ໜ​ຶ່ງ​ທີ່ບໍ່​ສາ​ມາດ​ແຍກ​ອອກ​ຈາກ​ເສດ​ຖະ​ກິດ​ປອດ​ກະ​ສິ​ກຳ​ຢູ່​ຊົນ​ນະ​ບົດ. ຕາມ​ທ່ານ​ລັດ​ຖະ​ມົນ​ຕີແລ້ວ, ການສ້າງ​ບັນ​ດາ​ສະ​ຫະ​ກອນ ແມ່ນ​ສ້າງ​ການ​ຮ່ວມ​ມື​ເພື່ອ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ພັດ​ທະ​ນາ​ກະ​ສິ​ກຳ. ຂະ​ແໜງ​ກະ​ສິ​ກຳ​ຈະ​ດຶງ​ດູດ​ເງິນ​ລົງ​ທຶນ​ພາກ​ລັດ ກ່ຽວ​ກັບ​ການ​ສ້າງ​ພື້ນ​ຖານ​ໂຄງ​ການ Logicstic ໃຫ້​ແກ່​ສະ​ຫະ​ກອນ ເພື່ອ​ໃຫ້​ສະ​ຫະ​ກອນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ພໍ່​ແມ່​ປະ​ຊາ​ຊົນ​ເຊື່ອມ​ຕໍ່​ນຳ​ກັນ. ກະ​ຊວງ​ພວມກະ​ກຽ​ມ​ຍື່ນ​ສະ​ເໜີ​​ໂຄງ​ການ logicstics ໃຫ້​ຂະ​ແໜງ​ກະ​ສິ​ກຳຕໍ່​ລັດ​ຖະ​ບານ ເພື່ອ​ຈຳ​ກັດ​ຜົນ​ສະ​ທ້​ອນ​ຈາກ​ການ​ຂາດ​ວັກ​ຂອນ​ຕອນລະ​ບົບ​ສະ​ໜອງຜ່ານ​ບັນ​ດາ​ໂລກ​ລະ​ບາດ, ໄພ​ທຳ​ມະ​ຊາດ, ໃນ​ນັ້ນ​ ສະ​ຫະ​ກອນ ຈະ​ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ລະ​ບົບ​ສະ​ໜອງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.