ນັກວິທະຍາສາດ 5 ຄົນຂອງຫວຽດນາມ ຕິດໃນ top 10.000 ນັກວິທະຍາສາດແຖວໜ້າໃນໂລກ

06:30 | 30/10/2021

ຍສໝ - ຫວຽດນາມ ມີນັກວິທະຍາສາດ 5 ຄົນ ຕິດໃນ Top 10.000 ນັກວິທະຍາສາດ​ແຖວໜ້າ ຂອງໂລກ, ໃນນັ້ນ ມີນັກວິທະຍາສາດ 3 ຄົນ ທີ່ໄດ້ລອດເຂົ້າບັນຊີລາຍຊື່ນີ້ໃນສາມປີຜ່ານມາ.

ຫວຽດນາມ ຕັ້ງເປົ້າໝາຍຈະຢູ່ໃນ top 50 ສະຖານທີ່ທ່ອງທ່ຽວຂອງໂລກ ຫວຽດນາມ ຕັ້ງເປົ້າໝາຍຈະຢູ່ໃນ top 50 ສະຖານທີ່ທ່ອງທ່ຽວຂອງໂລກ
ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ. ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.

ອີງ​ຕາມ​ຜົນ​ການ​ຄົ້ນ​ຄ້​ວາ​ຂອງ​​ກຸ່ມນັກຂຽນ​ ສັງກັດ ​ມະ​ຫາ​ວິ​ທະ​ຍາ​ໄລ Stanford (ອາ​ເມ​ລິ​ກາ), ຫວຽດ​ນາມ ມີ 5 ນັກ​ວິ​ທະ​ຍາ​ສາດ ​ນອນໃນ​ບັນ​ດາ 10.000 ນັກ​ວິ​ທະ​ຍາ​ສາດແຖວໜ້າຂອງ​ໂລກ. ນຳໜ້າໃນ​ປະ​ເທດ​ ແມ່ນ​ນັກ​ວິ​ທະ​ຍາ​ສາດ 2 ທ່ານ​ ສັງກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ​ປະກອບມີ ທ່ານ ​ສຈ. ປອ. ຫງວຽນ​ດິງ​ດຶກ ແລະ ທ່ານ ຮສ. ປອ. ເລຮ່ວາງເຊີນ. ປີນີ້, ທ່ານ ​ສຈ. ປອ. ຫງວຽນດິ່ງດຶກ ສືບຕໍ່ນຳໜ້າບັນດານັກວິທະຍາສາດ ຫວຽດນາມ, ຢືນອັນດັບທີ 5.949 ໃນໂລກ (ຢູ່ອັນດັບທີ 96 ຂອງໂລກໃນຂົງເຂດເຕັກນິກ). ທ່ານ ຮສ. ປອ. ເລຮ່ວາງເຊີນ ຢືນອັນດັບ 6.766.

ນັກວິທະຍາສາດ 5 ຄົນຂອງຫວຽດນາມ ຕິດໃນ top 10.000 ນັກວິທະຍາສາດແຖວໜ້າໃນໂລກ
ນັກວິທະຍາສາດ 5 ຄົນຂອງຫວຽດນາມ ຕິດໃນ top 10.000 ນັກວິທະຍາສາດແຖວໜ້າໃນໂລກ. (ພາບ: cand.com.vn)

ຖັດ​ມາ​ແມ່ນ ທ່ານ ​ສຈ. ປອ. ຫງວຽນ​ຊວນ​ຮຸ່ງ (ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ ນະຄອນ​ໂຮ່ຈິ​ມິນ) ​ໃນ​ອັນ​ດັບ 6.818; ທ່ານ ​ສຈ. ປອ. ບຸ່ຍທ້ຽນເຍີນ (ມະຫາວິທະຍາໄລ ຢູຍເຕິນ) ອັນດັບທີ 9.488; ທ່ານ ​ສຈ. ປອ. ຫວໍຊ່ວນວີງ (ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ ນະ​ຄອນ​ໂຮ່​ຈິ​ມິນ) ຢືນ​ອັນ​ດັບ 9.528.

ນີ້​ແມ່ນ​ປີ​ທີ 3 ຕິດ​ຕໍ່​ກັນ​ທີ່ ​ທ່ານ ​ສຈ. ປອ. ຫງວຽນ​ດິງ​ດຶກ, ທ່ານ ​ສຈ. ປອ. ຫງວຽນ​ຊວນ​ຮຸ່ງ ​ແລະ ທ່ານ ຮສ. ປອ. ​ເລ​ຮ່ວາງ​ເຊີນ ​ໄດ້​ຕິດໃນ top 10.000 ນັກວິທະຍາສາດ​ດີ​ເດັ່ນ​ໃນ​ໂລກ.

ຜົນ​ການຈັດ​ອັນ​ດັບ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ວິທະຍາສາດ ​ກໍ່ຄືການ​ເຊື່ອມ​ໂຍງໃນຖະແຫຼງການ​ສາກົນ​ຂອງ​ບັນດາ​ນັກວິທະຍາສາດ​ຫວຽດນາມ, ຜ່ານ​ນັ້ນກໍ່​ຢືນຢັນ​ທີ່​ຕັ້ງ​ຂອງຫວຽດນາມ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ວິທະຍາສາດ​ໃນ​ໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.