ຫວຽດນາມ ຕັ້ງເປົ້າໝາຍຈະຢູ່ໃນ top 50 ສະຖານທີ່ທ່ອງທ່ຽວຂອງໂລກ

21:00 | 25/08/2021

ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫາກໍ່ປະກາດໂຄງການດຳເນີນງານ ເພື່ອພັດທະນາການທ່ອງທ່ຽວ ໄລຍະ 2021-2025, ດ້ວຍເປົ້າໝາຍນຳຫວຽດນາມ ກາຍເປັນສະຖານທີ່ທ່ອງທ່ຽວທີ່ເປັນໜ້າສົນໃຈ, ນອນໃນກຸ່ມ 50 ປະເທດທີ່ມີກຳລັງແກ່ງແຍ້ງດ້ານການທ່ອງທ່ຽວແຖວໜ້າຂອງໂລກ.

3 ນະຄອນຂອງຫວຽດນາມ ລອດເຂົ້າ top ສະຖານທີ່ປາຍທາງດີທີ່ສຸດ 3 ນະຄອນຂອງຫວຽດນາມ ລອດເຂົ້າ top ສະຖານທີ່ປາຍທາງດີທີ່ສຸດ
ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ

ໂຄງການດຳເນີນງານເພື່ອພັດທະນາການທ່ອງທ່ຽວໄລຍະ 2021 - 2025 ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແມ່ນແນໃສ່ເພື່ອສ້າງຄວາມເຫັນດີເຫັນພ້ອມ, ເອກະພາບກັນຢ່າງສູງໃນຄວາມຮັບຮູ້ ແລະ ການເຄື່ອນໄຫວຂອງທົ່ວຂະແໜງການທ່ອງທ່ຽວ, ບັນດາຂະແໜງການທີ່ກ່ຽວຂ້ອງ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ ເພື່ອເຕົ້າໂຮມພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ, ນຳປະເທດຫວຽດນາມກາຍເປັນຈຸດໝາຍປາຍທາງທີ່ດຶງດູດພິເສດ, ນອນໃນກຸ່ມ 50 ປະເທດທີ່ມີກຳລັງແກ່ງແຍ້ງດ້ານການທ່ອງທ່ຽວແຖວໜ້າຂອງໂລກ.

ຫວຽດນາມ ຕັ້ງເປົ້າໝາຍຈະຢູ່ໃນ top 50 ສະຖານທີ່ທ່ອງທ່ຽວຂອງໂລກ
ພາບປະກອບ

ຕາມນັ້ນແລ້ວ, ຂະແໜງການທ່ອງທ່ຽວ ຈະພັດທະນາລະບົບຖານຂໍ້ມູນແຫ່ງຊາດ ກ່ຽວກັບການທ່ອງທ່ຽວ; ດໍາເນີນການສືບສວນ, ການປະເມີນ, ການຈັດປະເພດ ແລະ ຫັນຊັບພະຍາກອນທ່ອງທ່ຽວຢູ່ຫວຽດນາມເປັນດີຈິຕອນ; ສ້າງລະບົບຂໍ້ມູນຂ່າວສານດີຈີຕອນ ກ່ຽວກັບສະຖານທີ່ທ່ອງທ່ຽວ, ເຂດທ່ອງທ່ຽວ ແລະ ສະຖານທີ່ບໍລິການການທ່ອງທ່ຽວ; ສ້າງລະບົບຂໍ້ມູນຂ່າວສານດີຈີຕອນ ກ່ຽວກັບຕະຫຼາດການທ່ອງທ່ຽວຂອງຫວຽດນາມ; ເປັນເອກະພາບວຽກງານສະຖິຕິການທ່ອງທ່ຽວ ໃນລະດັບສູນກາງ ແລະ ທ້ອງຖິ່ນ, ສ້າງຕັ້ງ ແລະ ຜັນຂະຫຍາຍໂຄງການພັດທະນາການທ່ອງທ່ຽວທັນສະໄໝ, ຕົວແບບການຄຸ້ມຄອງແຫຼ່ງທ່ອງທ່ຽວທັນສະໄໝ.

ໃນໄລຍະທີ່ຈະມາເຖິງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະສະເໜີປະກາດໃຊ້ ແລະ ຜັນຂະຫຍາຍກ່ຽວກັບກົນໄກ ແລະ ນະໂຍບາຍການເງິນ, ສິນເຊື່ອ, ນະໂຍບາຍ ໜູນຊ່ວຍວຽກເຮັດງານທຳ ແລະ ການເຝິກອົບຮົມແຫຼ່ງຊັບພະຍາກອນມະນຸດ ຢ່າງທັນການ ເພື່ອໜູນຊ່ວຍວິສາຫະກິດ, ຊຸມຊົນ ແລະ ປະຊາຊົນທີ່ເຂົ້າຮ່ວມດຳເນີນທຸລະກິດການທ່ອງທ່ຽວ ໃຫ້ຮັກສາການດຳເນີນທຸລະກິດ ແລະ ເອົາຊະນະຄວາມຫຍຸ້ງຍາກທີ່ເກີດຈາກຜົນກະທົບຂອງການແຜ່ລະບາດພະຍາດ COVID-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.