ຫວຽດນາມ ໄດ້ຮັບລາງວັນໃຫຍ່ ທີ່ງານລາງວັນການທ່ອງທ່ຽວໂລກ 2021

09:07 | 29/10/2021

ຍສໝ - ຫວຽດ​ນາມ ຍາດ​ໄດ້​ອັນ​ດັບທີ​ໜຶ່ງ ​ໃນ​ປະ​ເພດ​ ຈຸດ​ໝາຍ​ປາຍ​ທາງ​ແຖວ​ໜ້າ​ ໃນອາ​ຊີ ​ຂອງ​ລາງວັນ​ທ່ອງ​ທ່ຽວ​ໂລກ 2021.

ບົດທີ 2: ໃນອ້ອມແຂນຂອງແມ່ ບົດທີ 2: ໃນອ້ອມແຂນຂອງແມ່
ບົດທີ 1: ດີໃຈນຳບ້ານເກີດເມືອງນອນ ບົດທີ 1: ດີໃຈນຳບ້ານເກີດເມືອງນອນ

ນອກ​ຈາກ​ໄດ້​ຮັບ​ນາມມະຍົດ ​ເປັນ​ຈຸດໝາຍ​ປາຍທາງ​ແຖວ​ໜ້າ​ຂອງ​ອາຊີ ແລ້ວ, ຫວຽດນາມ ຍັງ​ໄດ້​ຮັບ​ກຽດ​ເປັນ​ຈຸດໝາຍການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ​ແຖວ​ໜ້າ​ຂອງ​ອາຊີ (Asia’s Leading Sustainable Tourism Destination) ​ແລະ ກົມໃຫຍ່ການ​ທ່ອງ​ທ່ຽວ​ ຫວຽດນາມ ກໍ່​ໄດ້​ຮັບ​ນາມມະຍົດ ​ເປັນ​ອົງການ​ທ່ອງ​ທ່ຽວ​ແຖວ​ໜ້າ​ຂອງ​ອາຊີ 2021 (Asia's Leading Tourist Board 2021) ນຳອີກ.

ຕາມ​ທ່ານ Graham Cooke, ຜູ້​ກໍ່​ຕັ້ງ​ລາງວັນ​ທ່ອງ​ທ່ຽວ​ໂລກ: "ຜູ້​ໄດ້​ຮັບ​ລາງວັນ ​ແມ່ນ​ຕົວ​ແທນ​ທີ່​ດີ​ເດັ່ນ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ ​ແລະ​ ໂຮງແຮມ​ຂອງ​ອາຊີ. ທັງໝົດນີ້ລ້ວນ​ແຕ່​ມີ​ບົດບາດ​ສຳຄັນ​ ໃນ​ການຟື້ນຟູ​ຂະ​ແໜງ​ການ​ການທ່ອງທ່ຽວ​ ​ແລະ ​ການໄປທ່ຽວຫຼາຍຈຸດໝາຍໃນຖ້ຽວດຽວ".

ຫວຽດນາມ ໄດ້ຮັບລາງວັນໃຫຍ່ ທີ່ງານລາງວັນການທ່ອງທ່ຽວໂລກ 2021
ຫວຽດນາມ ໄດ້ຮັບລາງວັນໃຫຍ່ ທີ່ງານລາງວັນການທ່ອງທ່ຽວໂລກ 2021. (ພາບປະກອບ: baoquocte)

ລາງວັນປີນີ້ ກໍ່ຮັບຮູ້ ອ່າວຮ່າລອງ (ກວາງນິງ) ເປັນແຫຼ່ງທ່ອງທ່ຽວແຖວໜ້າຂອງອາຊີ (Asia’s Leading Tourist Attraction).

ໂຮ້ຍອານ (ກວາງນາມ) ໄດ້ຮັບລາງວັນ ໃນປະເພດຈຸດຫມາຍປາຍທາງຕົວເມືອງແຫ່ງວັດທະນະທໍາແຖວໜ້າຂອງອາຊີ (Asia’s Leading Cultural City Destination) ແລະ ປ່າສະຫງວນແຫ່ງຊາດ ກຸກເຝຶອງ (ນີງບິງ) ໄດ້ຮັບລາງວັນສວນສາທາລະນະແຫ່ງຊາດແຖວໜ້າຂອງອາຊີ (Asia's Leading National Park).

ດ້ວຍ​ຫຼາຍ​ກວ່າ 80 ປະເພດ ​ທີ່​ໄດ້​ຮັບ​ການ​ໃຫ້​ຄະ​ແນນ​ສຽງ​ຈາກ 2 ລ້ານ​ກວ່າ​ສຽງຄັດ​ເລືອກ, ມີ​ບັນດາ​ໂຮງ​ແຮມ ​ແລະ ຣີສອດ, ​​ສວນສະ​ໜຸກ, ສວນສາທາລະນະ, ທ່າ​ກຳ​ປັ່ນ, ສາຍ​ການບິນ ​ແລະ ອື່ນໆ… ​ໃນ​ຫວຽດນາມ ກໍ່ໄດ້​ຮັບການເຊີດຊູ​ໃນ​ບັນຊີລາຍຊື່​ນີ້.

ໂດຍສ້າງຕັ້ງຂຶ້ນໃນປີ 1993, ລາງວັນການທ່ອງທ່ຽວໂລກປະຈໍາປີ ໄດ້ຮັບຮູ້, ຍ້ອງຍໍ, ມອບລາງວັນ ແລະ ເຊີດຊູສະຖານທີ່ ທີ່ໂດດເດັ່ນ ແລະ ດີເດັ່ນໃນດ້ານການທ່ອງທ່ຽວ ແລະ ການໄປທ່ຽວຫຼາຍຈຸດໝາຍໃນຖ້ຽວດຽວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.