ວັນບຸນຄອບຄົວຫວຽດນາມຢູ່ແບນຊິກ

16:30 | 19/10/2021

ຍສໝ - ນີ້ແມ່ນກິດຈະກຳປະຈຳປີ ທີ່ສະມາຄົມຊາວຫວຽດນາມຢູ່ແບນຊິກ (UGVB) ຈັດຕັ້ງເພື່ອຮັດແໜ້ນ ຄວາມສາມັກຄີລະຫວ່າງປະຊາຄົມຊາວຫວຽດນາມ ຢູ່ລາຊະອານາຈັກແບນຊິກ, ຍົກສູງບົດບາດຂອງຄອບຄົວຊາວຫວຽດນາມ ໃນການຮັກສາເອກະລັກວັດທະນະທຳ ແລະ ປະເພນີຂອງຊາດ, ພ້ອມກັນນັ້ນ ກໍ່ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ...

ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ
ສື່ມວນຊົນແບນ​ຊິກ: ການຢ້ຽມຢາມຂອງ​ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຍົກລະ​ດັບການພົວພັນລະຫວ່າງ ອີຢູ - ຫວຽດນາມ ສື່ມວນຊົນແບນ​ຊິກ: ການຢ້ຽມຢາມຂອງ​ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຍົກລະ​ດັບການພົວພັນລະຫວ່າງ ອີຢູ - ຫວຽດນາມ
ວັນບຸນຄອບຄົວຫວຽດນາມຢູ່ແບນຊິກ

ວັນບຸນຄອບຄົວຫວຽດນາມຢູ່ແບນຊິກ.

ຕາມທ່ານຫງວຽນວັນທາວ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກແລ້ວ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະພາບເອີລົບ (ອີຢູ) ໃຫ້ຫູ້ວ່າ: ວັນບຸນຄອບຄົວຫວຽດນາມດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ ໄດ້ປະກອບສ່ວນສ້າງຄວາມສະໜິດຕິດພັນຂອງຄອບຄົວຫວຽດນາມ, ໃນນັ້ນມີຄູ່ຜົວເມຍຫຼາຍຄູ່ ທີ່ມີຜົວ ຫຼຶ ເມຍບໍ່ແມ່ນຄົນຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈວັດທະນະທຳຫວຽດນາມດີຂຶ້ນ, ຖ່າຍທອດວັດທະນະທຳຫວຽດນາມໃຫ້ລູກຫຼານ.

ທ່ານ Béa Diallo, ຮອງປະທານເມືອງ Ixelles ເຊື່ອໝັ້ນວ່າ ປະຊາຄົມຊາວຫວຽດນາມຢູ່ແບນຊິກ ຈະສືບຕໍ່ເສີມຂະຫຍາຍໄດ້ທ່າແຮງຂອງຕົນ ໃນການອະນຸລັກຮັກສາເອກະລັກວັດທະນະທຳຂອງຊາດ, ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງຊີວິດທາງດ້ານວັດທະນະທຳຂອງປະເທດປະຈຳຖິ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.