ລົດແທັກຊີ ຢູ່​ຮ່າ​ໂນ້ຍ ເລີ່ມ​ເຄື່ອນ​ໄຫວ​ຄືນ​ໃໝ່

20:39 | 17/10/2021

ຍ​ສ​ໝ - ບັນ​ດາ​ໂປ​ແກຼມເອີ້ນ​ລົດ ​ໃຫ້​ຮູ້​ວ່າ ຈະ​ເຊື່ອມ​ຕໍ່​ການ​ສະ​ໜອງ​ການ​ບໍ​ລິ​ການ​ລົດ​ແທັກ​ຊີເຕັກ​ໂນ​ໂລ​ຢີ ຢູ່ຮ່າ​ໂນ້ຍ ນັບ​ແຕ່​ວັນ​ທີ 14 ຕຸ​ລາ…

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​​ພື້ນ​ຖານເສດ​ຖະ​ກິດ​ຄືນ​ໃໝ່ ໄລ​ຍະ 2021 – 2025 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​​ພື້ນ​ຖານເສດ​ຖະ​ກິດ​ຄືນ​ໃໝ່ ໄລ​ຍະ 2021 – 2025
ງານ​ວາງ​ສະ​ແດງ​ທາງ​ໄກ “ຄວາມ​ຊົງ​ຈຳ​ຮ່າ​ໂນ້ຍ” ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ ງານ​ວາງ​ສະ​ແດງ​ທາງ​ໄກ “ຄວາມ​ຊົງ​ຈຳ​ຮ່າ​ໂນ້ຍ” ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ
ລົດແທັກຊີ ຢູ່​ຮ່າ​ໂນ້ຍ ເລີ່ມ​ເຄື່ອນ​ໄຫວ​ຄືນ​ໃໝ່
ພາບ​ປະ​ກອບ: Be

Grab ໃຫ້​ຮູ້​ວ່າ ຕາມ​ເອ​ກະ​ສານ​ເລກ​ທີ 4601 ລົງ​ວັ​ນ​ທີ 13 ຕຸ​ລາ ຂອງ​ພະ​ແນກ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຮ່າ​ໂນ້ຍ ແລ້ວ, Grab ຫວຽດ​ນາມ ຈະ​ເປີດ​ການ​ເຄື່ອນ​ໄຫວ Grabcar ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ປັດ​ໄຈ​ປອດ​ໄພ ສຳ​ລັບ​ການ​ເຄື່ອນ​ໄຫວ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໃນ​ບໍ​ລິ​ເວນ​ນະ​ຄອນ​ຮ່າ​ໂນ້ຍ. ຜູ້​ຂັບ​ລົດ​ແທັກ​ຊີ​ທຸກໆ​ຄົນ ລ້ວນ​ແຕ່​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 1 ເຂັມແລ້ວ.

ຜູ້​ຂັບ​ລົດ​ກໍ່ໄດ້​ຮັບການຮຽກ​ຮ້ອງ​ປະ​ຕິ​ບັດ​ຕາມ 5 ປະ​ການ ແລະ ຮັ​ບ​ປະ​ກັນ​ການ​ປະ​ຕິ​ບັດ​ວິ​ໄຈ​ຫາ​ເຊື້ອ SARS-CoV- 2 (ດ້ວຍ PCR ) 7ວັນ/ຄັ້ງ. ໃນ​ລົດ​ມີນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ (ມີ​ລະດັບແອນກໍຮໍຢ່າງ​ໜ້ອຍ​ສຸດ 70%) ໃຫ້​ແກ່​ຜູ້​ໂດຍ​ສານ.

Be Group ໃຫ້​ຮູ້​ວ່າ ນັບ​ແຕ່​ວັນ​ທີ 14 ຕຸ​ລາ ໄດ້ເປີດ​ການ​ບໍ​ລິ​ການ beCar ແລະ beTaxi ຢູ່​ຮ່າ​ໂນ້ຍ ຄືນ​ໃໝ່. Be ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ທຸ​ກ​ຖ້ຽວ​ລົດຂອງ BeCar ລ້ວນ​ແຕ່​ໄດ້​ຮັບ​ໃຊ້​ໂດຍ​ບັນ​ດາ​ຜູ້​ຂັບ​ລົດທີ່​ປະ​ຕິ​ບັດ​ຕາມຫຼັກ​ການ 5K ແລະ ​ໄດ້​ຮັບ​ການ​ສັກ​ວິ​ກ​ຊິນ​ຢ່າງ​ຄົບ​ຖວ້ນ.

ຕ​ອນ​ບ່າຍ​ວັນ​ທີ 13 ຕຸ​ລາ, ປະ​ທານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ລົງນາມ​ປະ​ກາດ​ໃຊ້ ໂທ​ລະ​ເລກ​ທາງ​ການສະ​ບັບ ເລກ​ທີ 21 ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ນະ​ຄອນໃນ​ສະ​ພາບ​ການ​ໃໝ່, ນຳ​ໃຊ້​ນັບແຕ່​ເວ​ລາ 6 ໂມງ​ຂອງວັນ​ທີ 14 ຕຸ​ລາ​ເປັນ​ຕົ້ນ​ໄປ.

ຕາມ​ນັ້ນ​ແລ້ວ, ນະ​ຄອນ​ຈະ​ອະ​ນຸດ​ຍາດ​ໃຫ້​ລົດ​ເມ, ລົດ​ແທັກ​ຊີ ໄດ້​ຮັບ​ກາ​ນ​ເຄື່ອນ​ໄຫວ​ຕາມ​ສະ​ມັດ​ຕະ​ພາບ ແລະ ການ​ແນະ​ນຳ​ສາຍ​ລົດ ໂດຍ​ພະ​ແນກ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ​ແນະ​ນຳ, ຮັບ​ປະ​ກັນ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົ​ນ​ສົ່ງ ແລະ ບັນ​ດາ​ຂໍ້​ກຳ​ນົດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ.

ແລະ​ກໍ່​ໃນ​ວັນ​ທີ 13 ຕຸ​ລາ, ພະ​ແນກ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ຮ່າ​ໂນ້ຍ ໄດ້​ສົ່ງ​ເອ​ກະ​ສານ​ແນະ​ນຳບັນ​ດາ​ວິ​ສາ​ຫະ​ກິດຂົນ​ສົ່ງ. ໃນເອ​ກະ​ສານ​ໄດ້​ຊີ້​ແຈ້ງວ່າ​ ບັນ​ດາ​ໜ່ວຍ​ງານ​ຂົນ​ສົ່ງ, ລົດ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ທີ່​ນັ່ງໜ້ອຍ​ກ່​ວາ 9 ບ່ອນ ໄດ້​ຮັບ​ການ​ເຄື່ອ​ນ​ໄຫວ​ ​ບໍ່​ເກີນ 50% ກໍ່​ຄື​ຮັບ​ຜິດ​ຊອບ​ການ​ຕິດ​ຕາມ, ກວດ​ກາ, ຕິດ​ຕາມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ພາ​ຫະ​ນະ​ຢ່າງ​ເຄັ່ງຄັດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.